ການຄ້າມຽນມາປະກາດໃຊ້ສະກຸນເງິນຢວນຂອງຈີນ ດ້ານການຄ້າ

ການຄ້າມຽນມາປະກາດໃຊ້ສະກຸນເງິນຢວນຂອງຈີນ ດ້ານການຄ້າ - unnamed600 - ການຄ້າມຽນມາປະກາດໃຊ້ສະກຸນເງິນຢວນຂອງຈີນ ດ້ານການຄ້າ
ການຄ້າມຽນມາປະກາດໃຊ້ສະກຸນເງິນຢວນຂອງຈີນ ດ້ານການຄ້າ - kitchen vibe - ການຄ້າມຽນມາປະກາດໃຊ້ສະກຸນເງິນຢວນຂອງຈີນ ດ້ານການຄ້າ

ຕາມ​ແຫ​ລ່ງຂ່າວຊິນ​ຮວາ​ຂອງ ຈີນ, ວັນ​ທີ 15 ​​ເດືອນ​ທັນວາ, ທະນາຄານ​ກາງ ມຽນມາ ປະກາດ ໃຊ້​ສະກຸນ ​ເງິນ​ຢວນ ຈີນ ຫລື​ ເງິນ​ຈາດ ມຽນມາ ​​​ເຂົ້າ​​ໃນ​ການຊຳລະ​ເງິນ​ໂດຍ​ກົງ ສຳລັບ ການ​ຄ້າຊາຍ​ແດນລະຫວ່າງ​ຈີນ-ມຽນມາເພື່ອສົ່ງ​ເສີມ​ການ​ຄ້າທະວີ​ພາຄີ ​ແລະ ອຳນວຍຄວາມ​ສະດວກ, ການ​ຂົນ​ສົ່ງ​ສິນຄ້າ , ຊຸກຍູ້​ການ​ຊຳລະ​ເງິນຂ້າມ​ຊາຍ​ແດນ ​ແລະ ສົ່ງ​ເສີມສະ​ກຸນ​ເງິນທ້ອງ​ຖິ່ນພາຍ​ໃຕ້​ແນວທາງການ​ຮ່ວມ​ກຸ່ມທາງ​ການ​ເງິນ​ຂອງສະມາຄົມປະຊາ​ຊາດ ​ແຫ່ງ​ອາຊີຕາ​ເວັນ​ອອກສຽງ​ໃຕ້ ຫລື ອາ​ຊຽນ (ASEAN).

ປະຊາຊົນຄ້າຂາຍໄດ້​ຮັບອະນຸຍາດ​ ໃຫ້​ເປີດ​ບັນຊີສະກຸນ​ເງິນ​ຢວນ ຈີນຢ່າງ​ເປັນ​ທາງ​ການພາຍ​ໃນ​ຕະຫລາດ ​ແລກປ່ຽນ​ເງິນຕາຕ່າງປະ​ເທດທ້ອງ​ຖິ່ນເມື່ອ​ເດືອນ​ຕຸລາຜ່ານ​ມາ, ພ້ອມ​ກັນ​ນັ້ນຍັງເພີ່ມສະກຸນເງິນຢວນຈີນເຂົ້​າໃນ​ລາຍການສະກຸນ​ເງິນທີ່​ທະນາຄານສາມາດໃຊ້​ຊຳລະ ​ແລະ ​ໂອນ​ລະຫວ່າງປະ​ເທດ ​​ເມື່ອປີ 2019 ​ເພື່ອ​ຊຸກຍູ້ການ​ຊຳລະ​ເງິນລະຫວ່າງ​ປະ​ເທດ ​ແລະ ການ​ຄ້າຊາຍ​ແດນ.

ການຄ້າມຽນມາປະກາດໃຊ້ສະກຸນເງິນຢວນຂອງຈີນ ດ້ານການຄ້າ - Visit Laos Visit SALANA BOUTIQUE HOTEL - ການຄ້າມຽນມາປະກາດໃຊ້ສະກຸນເງິນຢວນຂອງຈີນ ດ້ານການຄ້າ
ການຄ້າມຽນມາປະກາດໃຊ້ສະກຸນເງິນຢວນຂອງຈີນ ດ້ານການຄ້າ - 5 - ການຄ້າມຽນມາປະກາດໃຊ້ສະກຸນເງິນຢວນຂອງຈີນ ດ້ານການຄ້າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!