ຈີນລົງນາມຊື້ເຮືອບິນ 300 ລຳຈາກໂບອິ້ງ

ຈີນລົງນາມຊື້ເຮືອບິນຈຳນວນ 300 ລຳຈາກບໍລິສັດໂບອິ້ງ ບໍລິສັດຜູ້ຜະລິດເຮືອບິນຍັກໃຫຍ່ຂອງອາເມລິກາ ລວມເປັນມູນຄ່າ 37.000 ລ້ານໂດລາສະຫະລັດ.
ບໍລິສັດ ໄຊນາ ເອວິເອຊັນ ຊັບພາຍເອີ ໂຮນດິ້ງ ຂອງຈີນ ເຮັດຂໍ້ຕົກລົງຊື້ເຮືອບິນດັ່ງກ່າວ ໂດຍເປັນສ່ວນໜຶ່ງຂອງຂໍ້ຕົກລົງມູນຄ່າຫລາຍກວ່າ 250.000 ລ້ານໂດລາສະຫະລັດ ທີ່ມີປະທານາທິບໍດີ ໂດນັນ ທຣຳ ຂອງອາເມລິກາ ແລະ ປະທານປະເທດ ສີ ຈິ້ນຜິງ ຂອງຈີນ ຮ່ວມເປັນສັກຂີພິຍານໃນການລົງນາມ.
ໃນເດືອນກັນຍາ 2015 ໂບອິ້ງເຄີຍໄດ້ຮັບຄຳສັ່ງຊື້ເຮືອບິນ 300 ລຳຈາກບໍລິສັດ ໄຊນາ ເອວິເອຊັນ ຊັບພາຍເອີ ໂຮນດິ້ງ ແລ້ວໃນລາຄາສູງເຖິງ 38.000 ລ້ານໂດລາສະຫະລັດ ທັງໂບອິ້ງ ແລະ ແອບັສ, ບໍລິສັດຜູ້ຜະລິດເຮືອບິນຂອງເອີຣົບກຳລັງແຂ່ງຂັນກັນຢ່າງດຸເດືອດຢູ່ຈີນ ເຊິ່ງເປັນຕະຫລາດເຮືອບິນໃຫຍ່ອັນດັບ 2 ຂອງໂລກ ໂດຍໂບອິ້ງຄາດວ່າ: ຈີນຕ້ອງການເຮືອບິນການຄ້າຫລາຍກວ່າ 7.200 ລຳໃນອີກ 20 ປີຕໍ່ໜ້າ.