ກະຊວງການເງິນຊີ້ແຈງການເສຍຄ່າບໍລິການເຂົ້າ-ອອກຢູ່ດ່ານພາສີຂົວມິດຕະພາບໜຶ່ງ


ເມື່ອບໍ່ດົນມານີ້ມີພະນັກງານບຳນານຈຳນວນໜຶ່ງໄດ້ສະເໜີຜ່ານເບີໂທລະສັບສາຍດ່ວນ 1519 ຂອງກະຊວງການເງິນໃຫ້ມີນະໂຍບາຍສໍາລັບພະນັກງານບໍານານໃນການເສຍຄ່າບໍລິການເຂົ້າ-ອອກຢູ່ດ່ານພາສີຂົວມິດຕະພາບ 1 ນອກຈາກນັ້ນ, ການເກັບລາຍຮັບພາສີດ້ວຍລະບົບອີເລັກໂຕນິກຢູ່ບັນດາດ່ານພາສີສາກົນຄວນມີການຕິດຕາມກວດກາຢ່າງໃກ້ຊິດເພື່ອບໍ່ໃຫ້ເກີດມີຊ່ອງຫວ່າງການຮົ່ວໄຫລ.
ຕໍ່ກັບກໍລະນີດັ່ງກ່າວ, ກະຊວງການເງິນຊີ້ແຈງດັ່ງນີ້, ໃນການເສຍຄ່າບໍລິການເຂົ້າ-ອອກຢູ່ດ່ານພາສີຂົວມິດຕະພາບ 1 ໄດ້ມີນະໂຍບາຍຍົກເວັ້ນຄ່າທໍານຽມສໍາລັບຜູ້ນໍາໃຊ້ໜັງສືເດີນທາງ (Pass port), ເດັກນ້ອຍທີ່ມີອາຍຸຕໍ່າກວ່າ 15 ປີ, ຜູ້ເຖົ້າທີ່ມີອາຍຸແຕ່ 65 ປີຂຶ້ນໄປ, ນັກບວດ, ຜູ້ເສຍອົງຄະ, ຄົນເສຍຈິດ ແລະ ຜູ້ທີ່ເດີນທາງໄປປິ່ນປົ່ວພະຍາດທີ່ທາງເຂົ້າ-ອອກ ເປັນລັກສະນະປະຈໍາແມ່ນຈະບໍ່ເກັບຄ່າທຳນຽມ, ເຊິ່ງການຈັດເກັບຄ່າທໍານຽມແຈ້ງເຂົ້າ-ອອກເມືອງຂອງພົນລະເມືອງລາວ ແລະ ຕ່າງປະເທດແມ່ນໄດ້ຈັດຕັ້ງປະຕິບັດຕາມອັດຕາທີ່ໄດ້ລະບຸໃນລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 003/ປປທ, ລົງວັນທີ 26 ທັນວາ 2012 ໃນຂອບເຂດທົ່ວປະເທດ.
ສ່ວນການຕິດຕາມການຈັດເກັບລາຍຮັບພາສີຢູ່ບັນດາດ່ານພາສີສາກົນ ດ້ວຍລະບົບອີເລກໂຕນິກກົມພາສີໄດ້ຕິດຕາມຢ່າງປົກກະຕິແບບ (Real Time) ຢູ່ສູນກາງ, ການຮັບເງິນແມ່ນໄດ້ຜ່ານລະບົບທະນາຄານ, ໂດຍນໍາໃຊ້ລະບົບ Smart Tax ເຊິ່ງມີຄວາມຮັບປະກັນ ແລະ ໂປງໃສໃນການຈັດຕັ້ງປະຕິບັດ. ກະຊວງການເງິນຊີ້ແຈງການເສຍຄ່າບໍລິການເຂົ້າ-ອອກຢູ່ດ່ານພາສີຂົວມິດຕະພາບໜຶ່ງ.
ເມື່ອບໍ່ດົນມານີ້ມີພະນັກງານບຳນານຈຳນວນໜຶ່ງໄດ້ສະເໜີຜ່ານເບີໂທລະສັບສາຍດ່ວນ 1519 ຂອງກະຊວງການເງິນໃຫ້ມີນະໂຍບາຍສໍາລັບພະນັກງານບໍານານໃນການເສຍຄ່າບໍລິການເຂົ້າ-ອອກຢູ່ດ່ານພາສີຂົວມິດຕະພາບ 1 ນອກຈາກນັ້ນ, ການເກັບລາຍຮັບພາສີດ້ວຍລະບົບອີເລັກໂຕນິກຢູ່ບັນດາດ່ານພາສີສາກົນຄວນມີການຕິດຕາມກວດກາຢ່າງໃກ້ຊິດເພື່ອບໍ່ໃຫ້ເກີດມີຊ່ອງຫວ່າງການຮົ່ວໄຫລ.
ຕໍ່ກັບກໍລະນີດັ່ງກ່າວ, ກະຊວງການເງິນຊີ້ແຈງດັ່ງນີ້, ໃນການເສຍຄ່າບໍລິການເຂົ້າ-ອອກຢູ່ດ່ານພາສີຂົວມິດຕະພາບ 1 ໄດ້ມີນະໂຍບາຍຍົກເວັ້ນຄ່າທໍານຽມສໍາລັບຜູ້ນໍາໃຊ້ໜັງສືເດີນທາງ (Pass port), ເດັກນ້ອຍທີ່ມີອາຍຸຕໍ່າກວ່າ 15 ປີ, ຜູ້ເຖົ້າທີ່ມີອາຍຸແຕ່ 65 ປີຂຶ້ນໄປ, ນັກບວດ, ຜູ້ເສຍອົງຄະ, ຄົນເສຍຈິດ ແລະ ຜູ້ທີ່ເດີນທາງໄປປິ່ນປົ່ວພະຍາດທີ່ທາງເຂົ້າ-ອອກ ເປັນລັກສະນະປະຈໍາແມ່ນຈະບໍ່ເກັບຄ່າທຳນຽມ, ເຊິ່ງການຈັດເກັບຄ່າທໍານຽມແຈ້ງເຂົ້າ-ອອກເມືອງຂອງພົນລະເມືອງລາວ ແລະ ຕ່າງປະເທດແມ່ນໄດ້ຈັດຕັ້ງປະຕິບັດຕາມອັດຕາທີ່ໄດ້ລະບຸໃນລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 003/ປປທ, ລົງວັນທີ 26 ທັນວາ 2012 ໃນຂອບເຂດທົ່ວປະເທດ.
ສ່ວນການຕິດຕາມການຈັດເກັບລາຍຮັບພາສີຢູ່ບັນດາດ່ານພາສີສາກົນ ດ້ວຍລະບົບອີເລກໂຕນິກກົມພາສີໄດ້ຕິດຕາມຢ່າງປົກກະຕິແບບ (Real Time) ຢູ່ສູນກາງ, ການຮັບເງິນແມ່ນໄດ້ຜ່ານລະບົບທະນາຄານ, ໂດຍນໍາໃຊ້ລະບົບ Smart Tax ເຊິ່ງມີຄວາມຮັບປະກັນ ແລະ ໂປງໃສໃນການຈັດຕັ້ງປະຕິບັດ.