ອາເຊນອລ ຕັດສິນອະນາຄົດ ໂອບາເມຢອງ ແລ້ວ

ອາເຊນອລ ຕັດສິນອະນາຄົດ ໂອບາເມຢອງ ແລ້ວ - aubameyang 1539492 - ອາເຊນອລ ຕັດສິນອະນາຄົດ ໂອບາເມຢອງ ແລ້ວ
ອາເຊນອລ ຕັດສິນອະນາຄົດ ໂອບາເມຢອງ ແລ້ວ - kitchen vibe - ອາເຊນອລ ຕັດສິນອະນາຄົດ ໂອບາເມຢອງ ແລ້ວ

ອາເຊນອລ ຕັດສິນອະນາຄົດ ໂອບາເມຢອງ ແລ້ວ - aubameyang 1539492 300x178 - ອາເຊນອລ ຕັດສິນອະນາຄົດ ໂອບາເມຢອງ ແລ້ວ

ອາເຊນອລ ຕົກເປັນຂ່າວຕັດສິນໃຈເຖິງອະນາຄົດການເປັນນັກເຕະໃນທີມຂອງ ປີແອ ເອເມຣິກ ໂອບາເມຢອງ ກອງຫນ້າເຈົ້າບັນຫາໄດ້ເປັນທີ່ຮຽບຮ້ອຍແລ້ວ ໃນລະຫວ່າງທີ່ຕະຫລາດນັກເຕະຫນ້າຫນາວພວມຈະເປີດເຮັດການໃນເດືອນຫນ້າ.

ອາເຊນອລ ຕັດສິນອະນາຄົດ ໂອບາເມຢອງ ແລ້ວ - Visit Laos Visit SALANA BOUTIQUE HOTEL - ອາເຊນອລ ຕັດສິນອະນາຄົດ ໂອບາເມຢອງ ແລ້ວ

ປັດຈຸບັນ ດາວຍິງທີມຊາດ ກາບອງ ຢູ່ໃນໄລຍະຖືກສະໂມສອນລົງໂທດໃຫ້ຊ້ອມໂດຍລຳພັງ ແລະ ບໍ່ໄດ້ລົງຫລິ້ນເລີຍ ນັບແຕ່ງກໍ່ເລື່ອງລະເມີດວິໄນຊ້ຳອີກ ຈົນເຮັດໃຫ້ເຊື່ອກັນວ່າ ອາເຊນອລ ຈະຂາຍອອກໃນໄລຍະປີໃຫມ່.

ນອກຈາກນີ້ ລາວຍັງບໍ່ຊື່ໃນທີມແລ້ວ ອະດີດດາວຍິງ ໂບຣຸສເຊຍ ດອດມຸນ ຍັງຖືກ ຜູ້ຈັດການທີມ ມິເກລ ອາເຕຕ້າ ປົດປອກແຂນຫົວຫນ້າທີມ ຈຶ່ງເປັນການຕອກຢ້ຳວ່າສະໂມສອນພ້ອມປ່ອຍນັກເຕະອອກຈາກທີມແນ່ນອນ.

ຕໍ່ກະແສຂ່າວການຂາຍ ໂອບາເມຢອງ ເຊິ່ງ ອາເຊນອລ ດຶງມາຮ່ວມທີມໃນເດືອນມັງກອນ 2018 ດ້ວຍຄ່າໂຕ 60 ລ້ານປອນ ເຮັດໃຫ້ລາວຖືກລະບຸວ່າໄດ້ຮັບຄວາມສົນໃຈຈາກ ບາເຊໂລນາ ແລະ ຢູເວນຕຸສ ແມ່ນທັງສອງທີມຫນ້າຈະຕ້ອງຈ່າຍຄ່າແຮງນັກເຕະອາທິດລະ 250,000 ປອນ ຄືກັບລາວໄດ້ຮັບກັບ ອາເຊນອລ ແລະ ເມື່ອບວກກັບໂບນັສແລ້ວ ມັນກໍຈະສູງໄປເຖິງຫລັກອາທິດ 350,000 ປອນ.

ແນວໃດກໍດີ ຫລ້າສຸດເມື່ອວັນທີ 22 ທັນວານີ້ ເດິ ຊັນ ໄດ້ຕີຂ່າວວ່າ ອາເຕຕາ ບໍ່ມີຄວາມຄິດທີ່ຈະຂາຍກອງຫນ້າອາຍຸ 32 ປີໃນໄລຍະປີໃຫມ່ ເນື່ອງຈາກລາວພວມຈະໄປຮັບໃຊ້ຊາດໃນ ແອຟຣິກາ ຄັບ ອອຟ ເນຊັນ ເດືອນຫນ້າ ແລະ ຕັ້ງຄວາມຫວັງວ່າ ເມື່ອນັກເຕະກັບສູ່ສະໂມສອນກໍຈະສາມາດປະສານຮອຍແຕກລ້າວລະຫວ່າງກັນໄດ້ໃນໄລຍະນັ້ນ.

ຂະນະດຽວກັນ ຜູ້ຈັດການທີມຍັງເບິ່ງວ່າ ຫາກປ່ອຍ ໂອບາເມຢອງ ອອກໄປ ກໍຈະເຮັດໃຫ້ສະໂມສອນມີຂຸມກຳລັງທີ່ອ່ອນລົງໃນເຄິ່ງລະດູການ ຫລັງເຊິ່ງອາດສົ່ງຜົນເສຍຕໍ່ການພະຍາຍາມຄວ້າຄວາມສຳເລັດໄດ້.

ອາເຊນອລ ຕັດສິນອະນາຄົດ ໂອບາເມຢອງ ແລ້ວ - 4 - ອາເຊນອລ ຕັດສິນອະນາຄົດ ໂອບາເມຢອງ ແລ້ວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!