ຝຶກອົບຮົມຫັນການຄຸ້ມຄອງຊັບສິນແຫ່ງລັດແບບເອເລັກໂຕຣນິກ


ວັນທີ 24 ທັນວາ 2021 ທີ່ຫ້ອງຝຶກອົບຮົມກົມສ່ວຍສາອາກອນ, ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ, ໄດ້ສືບຕໍ່ຈັດຝຶກອົບຮົມກ່ຽວກັບການນຳໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງລັດແບບເອເລັກໂຕຣນິກ (AMIS) ໃຫ້ພະນັກງານ-ລັດຖະກອນກົມຄຸ້ມຄອງຊັບສິນແຫ່ງລັດ ຊຸດທີ II, ໂດຍການເຂົ້າຮ່ວມເປີດຊຸດຝຶກອົບຮົມຂອງທ່ານ ສົມບູນ ລັດຕະນະພອນ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ, ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ຊຸດຝຶກອົບຮົມໃນຄັ້ງນີ້ແມ່ນປະຕິບັດຕາມແຜນການດຳເນີນງານຂອງກົມຄຸ້ມຄອງຊັບສິນແຫ່ງລັດ ໄລຍະ 05 ປີ (2021-2025) ສະບັບເລກທີ 1936/ຄຊລ, ລົງວັນທີ 6 ກັນຍາ 2021 ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 4614/ກງ, ລົງວັນທີ 21 ກັນຍາ 2021 ຮັບຮອງແຜນພັດທະນາວຽກງານຫັນເປັນທັນສະໄໝກ້າວເປັນດິຈິຕອນຂອງຂະແໜງການເງິນພາກລັດໃນໄລຍະ 5 ປີ (2021-2025).


ອີງໃສ່ແຜນການຝຶກອົບຮົມການນຳໃຊ້ລະບົບ AMIS ປະຈຳປີ 2021 ໃຫ້ແກ່ພະນັກງານພະແນກຄຸ້ມຄອງສັງຫາລິມະຊັບ ແລະ ພະແນກຄຸ້ມຄອງອະສັງຫາລິມະຊັບ, ການນຳໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງລັດແບບອີເລັກໂຕຼນິກ (AMIS) ແມ່ນການພັດທະນາລະບົບເຕັກໂນໂລຊີ-ຂໍ້ມູນຂ່າວສານ ແລະ ຫັນການຄຸ້ມຄອງວຽກງານຊັບສິນແຫ່ງລັດໃຫ້ເປັນທັນສະໄໝ, ຄຸ້ມຄອງນຳໃຊ້ລະບົບເຕັກໂນໂລຊີ, ຂໍ້ມູນຂ່າວສານເຂົ້າໃນວຽກງານວິຊາສະເພາະຊັບສິນແຫ່ງລັດໃນຂອບເຂດທົ່ວປະເທດ.
ການຄຸ້ມຄອງຊັບສິນແຫ່ງລັດດ້ວຍລະບົບທັນສະໄໝແມ່ນການຕິດຕາມກວດກາການນຳໃຊ້ຊັບສິນແຫ່ງລັດ ແລະ ຄຸ້ມຄອງຂໍ້ມູນສະຖິຕິຊັບສິນແຫ່ງລັດປະເພດລັດຖະສົມບັດປະກອບມີສັງຫາລິມະຊັບ ແລະ ອະສັງຫາລິມະຊັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນຮາກຖານໃນຂອບເຂດທົ່ວປະເທດ.
ສ່ວນທິດທາງໃນຕໍ່ໜ້າຂອງການຝຶກອົບຮົມການນຳໃຊ້ລະບົບ AMIS ໃນສົກປີ 2022 ຈະໄດ້ສືບຕໍ່ຈັດຕັ້ງເປັນຫຼາຍຊຸດຈຸດສຸມແມ່ນສືບຕໍ່ຜັນຂະຫຍາຍການຝຶກອົບຮົມຂັ້ນກົມຄຸ້ມຄອງຊັບສິນແຫ່ງລັດ,ຂັ້ນບັນດາກົມ-ສະຖາບັນທີ່ຂຶ້ນກັບກະຊວງການເງິນໃຫ້ສຳເລັດໂດຍພື້ນຖານ.