WHO ເຕືອນ ໂຄວິດຈະບໍ່ຢຸດລະບາດ ຖ້າປະເທດຮັ່ງມີຍັງຍາດຊີງ ວັກຊີນຈາກປະເທດທຸກຍາກ

ການລະບາດຂອງເຊື້ອໂຄວິດກາຍພັນສາຍພັນໂອມິຄຣອນເຮັດໃຫ້ຈຳນວນຜູ້ຕິດເຊື້ອແຕ່ລະວັນໃນອາເມລິກາ, ອັງກິດ, ຝຣັ່ງ ແລະ ອີກຫລາຍປະເທດໃນເອີຣົບ ເພີ່ມສູງສ້າງສະຖິຕິໃໝ່ຢ່າງຕໍ່ເນື່ອງ. ຂະນະທີ່ອົງການອະນາໄມໂລກ (WHO) ເຕືອນວ່າ: ການລະບາດໃຫຍ່ຈະບໍ່ຢຸດ ຖ້າປະເທດຮັ່ງມີຍັງຍາດຊີງວັກຊີນຈາກປະເທດທຸກຍາກມາສັກ.
ທ່ານ ທີໂດຣສ ອາດານອມ ເກເບຣເຍຊຸສ ຜູ້ອຳນວຍການອົງການອະນາໄມໂລກ ກ່າວໃນວັນທີ 29 ທັນວາວ່າ: ການແພ່ກະຈາຍຮ່ວມກັນຂອງສາຍພັນເດວຕາ ແລະ ສາຍພັນໂອມິຄຣອນຄື “ໄພແຝດ” ທີ່ກຳລັງສ້າງ “ສຶນາມິ” ແຫ່ງການແພ່ລະບາດຂອງພະຍາດໂຄວິດ-19 ແລະ “ກຳລັງເພີ່ມຄວາມກົດດັນອັນໜັກໜ່ວງຕໍ່ເຈົ້າໜ້າທີ່ສາທາລະນະສຸກທີ່ເມື່ອຍລ້າ ແລະ ລະບົບສາທາລະນະສຸກທີ່ໃກ້ເຂົ້າສູ່ສະພາບລົ້ມສະຫລາຍ”.
ສ່ວນສຳນັກຂ່າວຣອຍເຕີປະມານວ່າ: ຈຳນວນຜູ້ຕິດເຊື້ອໃໝ່ແຕ່ລະວັນໃນປັດຈຸບັນມີປະມານ 900.000 ຄົນ.
ເຖິງວ່າມີລາຍງານການສຶກສາຫລາຍອັນຊີ້ວ່າ: ເຊື້ອກາຍພັນໂອມິຄຣອນບໍ່ຮຸນແຮງເທົ່າເຊື້ອເດວຕາ, ແຕ່ຍັງມີຄວາມເປັນຫ່ວງວ່າຈຳນວນຜູ້ຕ້ອງເຂົ້າປິ່ນປົວຢູ່ໂຮງໝໍອາດສູງຈົນເກີນຂີດຄວາມສາມາດທີ່ຈະຮັບໄດ້. ຂະນະທີ່ອົງການອະນາໄມໂລກເຕືອນວ່າ: ຄວາມສ່ຽງຈາກເຊື້ອກາຍພັນຊະນິດນີ້ “ຍັງມີຢູ່ສູງ”