10 ເຫດການ ຄະດີຄາດຕະກໍາ ປີ 2021


ປີ 2021 ໃນທົ່ວປະເທດ ມີເຫດການຄາດຕະກໍາ ເກີດຂຶ້ນມີຫຼາຍສົມຄວນ.ໃນນີ້, ໄດ້ຄັດເອົາ 10 ເຫດການຄະດີສະເທືອນຂວັນ ທີ່ເກີດຂຶ້ນ ມີດັ່ງນີ້.
ເຫດການທີ 1. ເກີດຂຶ້ນໃນວັນທີ 19 ກໍລະກົດ 2021 ໂດຍມີຄາດຕະກອນ ຊື່ ທ້າວ ພຸດທະກອນ ຫຼື ຕ້ອມ ອາຍຸ 31 ປີ ບ້ານດົງສະຫວາດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ໃຊ້ປືນຍິງ ນາງ ອັກປະລິນຍາ ອາຍຸ 26 ປີ ອະດິດພັນລະຍາ ແລະ ນາງ ລາລິຕາ ອາຍຸ 24 ປີ (ນ້ອງເອື້ອຍ) ເສຍ ຊີວິດ ແລະ ບາດເຈັບ 1 ຄົນ. ເຫດການນີ້, ເກີດ ຂຶ້ນຢູ່ບ້ານແສງສະຫວ່າງ ເມືອງໄຊເສດຖາ ນວ.
ເຫດການທີ 2. ເກີດຂຶ້ນເວລາປະມານ 19:00 ໂມງຂອງວັນທີ 7 ກໍລະກົດ 2021 ຢູ່ບ້ານມົກຈາກ ເມືອງຮຸນ ແຂວງອຸດົມໄຊ, ໂດຍ ທ້າວ ເຄີນ ອາຍຸ 26 ປີ ໄດ້ໃຊ້ຂວານ ກໍ່ເຫດຄາດຕະກໍາ ນາງ ເສີມ ອາຍຸ 24 ( ເມຍ) ແລະ ທ້າວ ຮວງ ອາຍຸ 2 ປີ (ລູກຊາຍ) ແລ້ວໃຊ້ປືນແ ກັບຍິງ ຕົນເອງຕາຍຕາມ, ສາເຫດເກີດມາຈາກ ການເສບຢາເສບຕິດ.
ເຫດການທີ 3. ເກີດຂຶ້ນໃນເວລາ 18:00 ໂມງຂອງວັນທີ 29 ສິງຫາ 2021 ທ້າວ ບ໋ອບບີ້ ອາຍຸ 25 ປີ ຢູ່ບ້ານໂສກປ່າຫຼວງ ນະຄອນຫຼວງວຽງຈັນ ຖືກຄາດຕະກໍ າ ຢູ່ບ້ານໜອງໜ່ຽງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍຖືກຍິງເສຍຊີວິດ ໃນລົດ , ຜ່ານມາ ຜູ້ກ່ຽວ ໄດ້ຄາດຕະກໍາ ນາງ ສົມພອນ (ຍິງຊູ້) ຢູ່ເຮືອນບ້ານໂສກປ່າຫຼວງ ໃນວັນທີ 16 ເມສາ 2021 ໄດ້ເອົາຕົວຫຼົບໜີ,ສາເຫດຍ້ອນຂັດແຍ່ງຜົນປະໂຫຍດ.
ເຫດການທີ 4.ໃນວັນທີ 22 ທັນວາ 2021 ທ້າວ ບຸນຕັງ ອາຍຸ 21 ປີ ຢູ່ບ້ານລະວາງ ເມືອງ ແລະ ແຂວງສາລະວັນ ເສບຢາບ້າ ຈົນເກີດອາການປະ ສາດຫຼອນ ຈຶ່ງລົງມືຄາດຕະກໍາ ນາງ ຈິກ ອາຍຸ 25 ປີ ແລະ ນາງ ອຶ່ງ ອາຍຸ 22 ປີ ( ໄດ້ຮັບບາດເຈັບ ) ຄົນບ້ານດຽວກັນ ຢູ່ສວນມັນຕົ້ນ.
ເຫດການທີ 5. ໃນວັນທີ 27 ມັງກອນ 2021 ເວລາປະມານ 22:00 ໂມງ ທ້າວ ສາຍສະໝອນ ອາຍຸ 47 ປີ ຢູ່ບ້ານທ່າຫຼວງ ເມືອງໂພນທອງ ແຂວງຈຳປາສັກ ໄດ້ຄາດຕະກໍາ ທ້າວ ອາເຈ້ ອາຍຸ 50 ປີ ຢູ່ບ້ານໂພໄຊ ເມືອງໂພນທອງ ແຂວງຈຳປາສັກ ສ່ຽວຮັກ ຍ້ອນຄິດວ່າເປັນຊູ້ກັບເມຍ.
ເຫດການທີ 6. ໃນວັນທີ 17 ກຸມພາ 2021 ທ້າວ ບຸນມີ ອາຍຸ 59 ປີ ຢູ່ບ້ານບໍ່ ເມືອງຊ່ອນ ແຂວງຫົວພັນ ກໍ່ເຫດຄາດຕະກໍາ ນາງ ຫວາງ ອາຍຸ 31 ປີ (ລູກໃພ້ ) ພາຍຫຼັງປະຕິເສດບໍ່ໃຫ້ຢືມເງິນ ໄປຊື້ຢາບ້າເສບ ຈຶ່ງໃຊ້ກ້ອນຫີນທຸບໃສ່ງ່ອນດົ້ນ ຈົນເສຍຊີວິດ. ຈາກນັ້ນ, ເອົາຕົວຫຼົບໜີ ເປັນເວລາ ກວ່າ 3 ເດືອນ ກໍ່ຖືກເຈົ້າໜ້າທີ່ຈັບໄດ້ໃນປ່າສະ ຫງວນ.
ເຫດການທີ 7. ໃນເວລາປະມານ 19:00 ໂມງ ຂອງວັນທີ 8 ມີນາ 2021 ທ້າວ ກຸ້ງ ອາຍຸ 18 ປີ, ພັກເຊົາບ້ານປ່າອ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ລົງມືຄາດຕະກຳ ທ້າວ ລີຊ້ຽວ ອາຍຸ 27 ປີ, ສັນຊາດຈີນ ຢູ່ບ້ານເວີນຊົງ, ເມືອງເຊົາຢາ ແຂວງພູນານ (ນາຍຈ້າງ) ຍ້ອນຖືກຮ້າຍດ່າ.
ເຫດການທີ 8. ໃນຄັ້ງວັນທີ 16 ມີນາ 2021 ທ້າວ ນາ ອາຍຸ 24 ປີ ບ້ານປາກຊ້າງ ເມືອງສຸຂຸມາ ແຂວງຈຳປາສັກ ຖືກຈັບຕົວພາຍຫຼັງທີ່ກໍ່ເຫດຄາດຕະກໍາ ນາງ ມີນາ ອາຍຸ 12 ປີ ຄົນບ້ານດຽວກັນ, ຍ້ອນເຂົ້າໄປລັກເຄື່ອງໃນເຮືອນ.
ເຫດການທີ 9. ໃນວັນທີ 2 ກຸມພາ 2021 ຢູ່ທີ່ບ້ານລ້ອງງົວປ່າ ເມືອງຊ່ອນ ແຂວງຫົວພັນ ທ້າວ ວ້າຈົ່ງທໍ່ ອາຍຸ 73 ປີ ເສບຝິ່ນ ແລະ ຢາບ້າ ມາເປັນເວລາຫຼາຍປີ ຈົນເກີດປະສາດຫຼອນ ແລ້ວລົງມື ຄາດຕະກໍາ ນາງ ຄົວ ອາຍຸ 70 ປີ (ເມຍ).
ເຫດການທີ 10. ໃນວັນທີ 27 ມີນາ 2021 ທ້າວ ປອນວິໄລ ອາຍຸ 26 ປີ ຢູ່ບ້ານລາດບົກ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ, ເສບຢາບ້າ ແລ້ວເກີດໂມໂຫທີ່ລູກຊາຍ ອາຍຸ 8 ດືອນ ທີ່ຮ້ອງໃຫ້ບໍ່ຢຸດເຊົາ ຈຶ່ງໃຊ້ແຂນຮັດຄໍລູກຈົນເສຍຊີວິດ.