ປີ 2022 ລາວຈະກາຍເປັນສູນກາງໂລຈິດສະຕິກຂອງຫລາຍປະເທດ


ໂຄງການວຽງຈັນໂລຈິດສະຕິກ ພາກ ຈະກາຍເປັນຖານການຄ້າຂະໜາດໃຫຍ່ ທີ່ສາມາດເຊື່ອມຕໍ່ໂລກໄດ້ ກໍ່ຄືເຊື່ອມໂຍງກັບກຸ່ມປະເທດຈີນ ແລະເອີຣົບ ເຂິ່ງຈະສາມາດເປັນປະຕູສໍາຄັນເຊື່ອງໂຍງເຊື່ອມຈອດ ກັບໂລກ ແລະພາກພື້ນດ້ານການຄ້າໄດ້ ໂດຍຈະປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມໃນອະນາຄົດຢ່າງຫຼວງຫຼາຍ.
ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດວຽງຈັນໂລຈິດສະຕິກພາກໃຫ້ສໍາພາດຕໍ່ສື່ມວນຊົນຜ່ານໂທລະພາບລາວແຫ່ງຊາດໃນວັນທີ 31 ທັນວາ 2021ວ່າ: ວຽງຈັນໂລຈິດສະຕິກ ພາກເປັນໜຶ່ງຂອງໂຄງການໂລຈິດສະຕິກລິ້ງ ທີ່ເປັນຍຸດທະສາດຂອງລັດຖະບານໃນການຫັນປະເທດບໍ່ມີທາງອອກສູ່ທະເລເປັນປະເທດເຊື່ອມໂຍງເຊື່ອມຈອດດ້ານການຂົນສົ່ງການຄ້າ ແລະການບໍລິການການຄ້າຜ່ານແດນ ໂດຍສະເພາະທ່າບົກ-ທ່ານາແລ້ງນະຄອນຫຼວງວຽງຈັນທີ່ຢູ່ໃນໂຄງການວຽງຈັນໂລຈິດສະຕິກ ພາກ ເຊິ່ງນອກຈາກສາມາດເຊື່ອມໂຍງເຂົ້າທາງລົດໄຟລາວ-ຈີນ ແລ້ວຍັງສາມາດເຊື່ອມໂລກໄດ້ຜ່ານໂຄງການລາວໂລຈິດສະຕິກລິ້ງ. ໃນເບື້ອງຕົ້ນຈະຮອງຮັບສິນຄ້າໄດ້ 500.000 ຕູ້ຄອນທິນເນີຕໍ່ປີ ສະເພາະ 3 ປີທໍາອິດ. ຈາກນັ້ນ, ຈະບໍລິການໄດ້ 1 ລ້ານຕູ້ຄອນທິນເນິຕໍ່ປີ. ຕົວຢ່າງເມື່ອກ່ອນການຂົນສົ່ງສິນຄ້າຈາກປະເທດລາວໄປຈີນ ຕ້ອງຜ່ານທ່າເຮືອໄທ ແລະໃຊ້ເວລາ 30 ມື້ ແຕ່ປັດຈຸບັນໃຊ້ລົດໄຟລາວ-ຈີນ ເດີນທາງຈາກນະຄອນຫຼວງວຽງຈັນໄດ້ພຽງ 1 ວັນຮອດຄຸນໝິງປະເທດຈີນ. ຂະນະດຽວກັນເມື່ອກ່ອນຂົນສົ່ງສິນຄ້າເດືອນລະເທື່ອ, ແຕ່ອະນາຄົດລົດໄຟຈະຂົນສົ່ງເດືອນສີ່ເທື່ອແລະສາມາດສົ່ງອອກໜ້ອຍກໍ່ໄດ້ ໂດຍການຮວມໂຕເຂົ້າກັບສິນຄ້າປະເພດດຽວກັບຜູ້ປະກອບການອື່ນໃນຕູ້ດຽວກັນໄດ້ ແລະໄດ້ຮັບເງິນໄວ ເຊິ່ງເປັນການໄດ້ປຽບການປະຢັດຕົ້ນທຶນຄືເມື່ອກ່ອນເສຍຄ່າໃຊ້ຈ່າຍໃຫ້ກັບໂລຊິດສະຕິກ 30-40% ຂອງມູນຄ່າສິນຄ້າ ແຕ່ອະນາຄົດນຝຈະເສຍແຕ່ 15% ຂອງມູນຄ່າສິນຄ້າ.
ທ່ານ ສາຄອນ ພິລາງາມ ອໍານວຍການໃຫຍ່ທ່າບົກ-ທ່ານາແລ້ງ ກ່າວວ່າ: ວັນທີ 1 ມັງກອນ 2022 ເປັນຕົ້ນໄປລົດຂົນສົ່ງສິນຄ້າທັງໝົດຈະເຂົ້າມາທາງດ່ານທ່າບົກທ່ານາແລ້ງ ເຊິ່ງເປັນສ້າງດ່ານຢ່າງເປັນທາງການ ແລະຄຸ້ມຄອງໂດຍດໍາລັດວ່າດ້ວຍການຂົນສົ່ງສິນຄ້າ. ທ່າບົກ-ທ່ານາແລ້ງຍັງກາຍເປັນຈຸດເຊື່ອມຕໍ່ຫຼາຍຮູບແບບຂອງພາກພື້ນ ແລະເປັນສະຖານີລົດໄຟສາຍອາຊີ ເຊັ່ນ ສິນຄ້າຈາກ ສປ ຈີນຈະໄປໄທ, ຫວຽດນາມ, ກໍາປູເຈຍ, ມາເລເຊຍ ແລະມຽນມາ ຈະຕ້ອງມາຜ່ານທ່າບົກ-ທ່ານາແລ້ງ ໂດຍຈະມິກິດຈະການພັກລົດ, ຄ່ຽນຖ່າຍສິນຄ້າ, ເປັນສູນກາງເຕົ້າໂຮມສິນຄ້າໃນການແພັກເຄື່ອງຄືນໃໝ່ ເຊິ່ງຈະສ້າງລາຍຮັບທຸກຂັ້ນຢ່າງມະຫາສານໃຫ້ໂຄງການວຽງຈັນໂລຈິດສະຕິກ ສະນັ້ນແນ່ນອນຈະສ້າງວຽກເຮັດງານທໍາລາຍຂຶ້ນ ເຊິ່ງສາມາດປະກອບສ່ວນພັດທະນາເສດຖະກິດ-ສັງຄົມ. ທ່າບົກທ່ານາແລ້ງມີຂໍ້ໄດ້ປຽບຫລາຍດ້ານຄື: ຕັ້ງຢູ່ໃຈກາງຄວາມສະດວກ, ເປັນຈຸດສະຫຼັບພາຫະນະ, ເປັນຈຸດໃຫ້ແກ່ການສ້າງມູນຄ່າເພີ່ມສິນຄ້າທີ່ຈະຜ່ານປະເທດລາວ,ເປັນຈຸດສູນກາງຂະຫຍາຍຕົວເສດຖະກິດຂອງພາກພື້ນ.
ທ່ານ ສາຄອນ ກ່າວຕື່ມວ່າ: ວັນທີ 13-29 ທັນວາ ມີສິນຄ້ານໍາເຂົ້າ 95 ຕູ້ ແລະສົ່ງອອກ 5 ຕູ້. ນອກນນັ້ນ, ໃນປັດຈຸບັນລັດຖະບານລາວຍັງເລັ່ງແກ້ໄຂການກວດກາໂຄວິດ-19 ຂອງສິນຄ້າຮ່ວມກັບລັດຖະບານຈີນ ເພື່ອຫາທາງອອກໃຫ້ມີຈຸດກວດກາໂຄວິດ-19 ຂອງສິນຄ້າ ຢູ່ປະເທດລາວ ເພື່ອຄວາມສະດວກ ແລະວ່ອງໄວ.