ສະຫະພັນບານເຕະຫວຽດນາມ ກຽມເຈລະຈາ ປາກ ຮັງ ຊໍ ເຖິງສັນຍາສະບັບໃຫມ່

ສະຫະພັນບານເຕະຫວຽດນາມ ກຽມເຈລະຈາ ປາກ ຮັງ ຊໍ ເຖິງສັນຍາສະບັບໃຫມ່ - news202201031049763 - ສະຫະພັນບານເຕະຫວຽດນາມ ກຽມເຈລະຈາ ປາກ ຮັງ ຊໍ ເຖິງສັນຍາສະບັບໃຫມ່
ສະຫະພັນບານເຕະຫວຽດນາມ ກຽມເຈລະຈາ ປາກ ຮັງ ຊໍ ເຖິງສັນຍາສະບັບໃຫມ່ - kitchen vibe - ສະຫະພັນບານເຕະຫວຽດນາມ ກຽມເຈລະຈາ ປາກ ຮັງ ຊໍ ເຖິງສັນຍາສະບັບໃຫມ່

ສະຫະພັນບານເຕະຫວຽດນາມ ກຽມເຈລະຈາ ປາກ ຮັງ ຊໍ ເຖິງສັນຍາສະບັບໃຫມ່ - news202201031049763 300x169 - ສະຫະພັນບານເຕະຫວຽດນາມ ກຽມເຈລະຈາ ປາກ ຮັງ ຊໍ ເຖິງສັນຍາສະບັບໃຫມ່

ສື່ຫວຽດນາມລາຍງານວ່າ ປາກ ຮັງ ຊໍ ແລະ ສະຫະພັນບານເຕະຫວຽດນາມ ຫລື  VFF  ກຽມເຈລະຈາຢ່າງເປັນທາງການກ່ຽວກັບສັນຍາການຄຸມທີມຕໍ່ໄປເຖິງ 31 ມັງກອນ 2023.

ສະຫະພັນບານເຕະຫວຽດນາມ ກຽມເຈລະຈາ ປາກ ຮັງ ຊໍ ເຖິງສັນຍາສະບັບໃຫມ່ - Visit Laos Visit SALANA BOUTIQUE HOTEL - ສະຫະພັນບານເຕະຫວຽດນາມ ກຽມເຈລະຈາ ປາກ ຮັງ ຊໍ ເຖິງສັນຍາສະບັບໃຫມ່

ສື່ຊື່ດັງຂອງ ສສ ຫວຽດນາມ ໄດ້ລາຍງານວ່າຂໍ້ມູນນີ້ໄດ້ຮັບຈາກ VFF ໃນເດືອນພະຈິກທີ່ຜ່ານ ສ່ວນສັນຍາໃຫມ່ຂອງ ປາກ ຮັງ ຊໍ ກັບ ສະຫະພັນບານເຕະຫວຽດນາມ ບໍ່ໄດ້ມີຄວາມແຕກຕ່າງຫລາຍ ເມື່ອທຽບກັບສັນຍາກ່ອນຫນ້ານີ້ ແຕ່ຈະມີລາຍລະອຽດທີ່ກຽວກັບຄວາມຕ້ອງການຂອງຜູ້ຈັດການທີມຊາວເກົາຫລີທີ່ແນ່ນອນ ໃນສັນຍາໃຫມ່ທີ່ ປາກ ຮັງ ຊໍ ໄດ້ເຈລະຈາກັບ VFF ກຳນົດໃຫ້ VFF ຕ້ອງສ້າງເງື່ອນໄຂທີ່ດີສຸດຂອງທຸກແງ່ມຸມສຳທີມຊາດຫວຽດນາມ.

ກ່ອນຫນ້ານີ້ ປາກ ຮັງ ຊໍ ສອບຖາມເຖິງສະຫະພັນບານເຕະຫວຽດນາມ ໂດຍຕ້ອງການນຳນັກເຕະຫວຽດນາມທີ່ຫລິ້ນໃນຕ່າງປະເທດມາທົດສອບສີຕີນ ໂດຍຜູ້ຈັດການທີມຊາດຫວຽດນາມກ່າວວ່າໃນສັຍາກັບ VFF ລາວມັກທີ່ຈະໄດ້ຮັບຄວາມຊ່ວຍເຫລືອຈາກ ເລ ຄັນ ໄຮ ປະທານສະຫະພັນບານເຕະຫວຽດນາມທີ່ຫາກໍປະກາດລາອອກໄປ ເປັນທີ່ຮູ້ກັນດີວ່າ ປາກ ຮັງ ຊໍ ຕິດຕໍ່ຂໍມານັກເຕະເປັນເວລາດົນ ແຕ່ທາງ VFF ບໍ່ສາມາດພົບແມ່ນແຕ່ລາຍຊື່ນັກເຕະ.

ສຳລັບ ປາກ ຮັງ ຊໍ ເຂົ້າມາຄຸມທີມຊາດຫວຽດນາມ ຕັ້ງແຕ່ປີ 2017 ເຖິງປັດຈຸບັນ ສາມາດພາທີມໄດຮອງແຊ໊ມ ເອເອັຟຊີ ຢູ-23 ແຊ໊ມປຽນຊິບ 2018 ທີ່ປະເທດຈີນ ພາທີມຈົບອັນດັບທີ່ 4 ບານເຕະຊາຍເອຊຽນເກມ 2018 ທີ່ອິນໂດເນເຊຍ ກັບມາຄວ້າຫລຽນຄຳບານເຕະຊາຍຊີເກມ 2019 ທີ່ປະເທດຟີລິບປິນ ລວມເຖິງພາທີມຫວຽດນາມ ຜ່ານເຂົ້າຮອບ 12 ທີມສຸດທ້າຍ ການແຂ່ງຂັນເຕະບານໂລກ 2022 ໂຊນເອເຊຍ ແລະຍັງພາທີມຄວ້າແຊ໊ມ ເອເອັຟເອັຟ ຊູຊຸກິ ຄັບ ໃນປີ 2018 ນຳອີກ.

ສະຫະພັນບານເຕະຫວຽດນາມ ກຽມເຈລະຈາ ປາກ ຮັງ ຊໍ ເຖິງສັນຍາສະບັບໃຫມ່ - 3 - ສະຫະພັນບານເຕະຫວຽດນາມ ກຽມເຈລະຈາ ປາກ ຮັງ ຊໍ ເຖິງສັນຍາສະບັບໃຫມ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!