ມື້ໜຶ່ງລົດໄຟລາວ-ຈີນ ມີຜູ້ໂດຍສານສະເລ່ຍເຖິງ 1.554 ຄົນ ຫລັງເພີ່ມຖ້ຽວບໍລິການ
January 4, 2022 - 11:55 AM


ອີງຕາມຂໍ້ມູນຂອງເຈົ້າໜ້າທີລົດໄຟລາວ-ຈີນ ແຈ້ງໃນວັນທີ 3 ມັງກອນ 2022 ວ່າ: ພາຍຫລັງລົດໄຟລາວ-ຈີນ ໄດ້ເພີ່ມຖ້ຽວບໍລິການອີກ 1 ຖ້ຽວຈາກນະຄອນຫລວງວຽງຈັນ-ບໍ່ເຕັນ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ເຮັດໃຫ້ມາຮອດວັນທີ 3 ມັງກອນ 2022, ລົດໄຟລາວ-ຈີນ ສາມາດບໍລິການຜູ້ໂດຍສານທັງໝົດ 67 ຄູ່ ບັນຈຸຜູ້ໂດຍສານລວມທັງໝົດ 48.200 ຄົນ (ນັບແຕ່ມື້ເປີດບໍລິການຢ່າງເປັນທາງການ) ສະເລ່ຍແລ້ວ 1.554 ຄົນຕໍ່ມື້.

ຂໍ້ມູນແຈ້ງໃຫ້ຮູອີກວ່າ: ລົດທາງລົດໄຟລາວ-ຈີນ ຍັງບໍລິການຂົນສົ່ງສິນຄ້າໄດ້ທັງໝົດ 52 ຄູ່ ສາມາດສົ່ງອອກສິນຄ້າທັງໝົດ 50.800 ໂຕນ ເຊິ່ງສະແດງໃຫ້ເຫັນວ່າທັງການບໍລິການຜູ້ໂດຍສານ ແລະ ສິນຄ້າລ້ວນແຕ່ເປັນຂະບວນຟົດຟື້ນ.