ໃຜວ່າວຽງຈັນເສົ້າເຊົາເດີຢ່າຟ້າວວ່າ ມັນຊິໂປ້ບາດຫລ້າໝາກແຕງຊ້າງໜ່ວຍປາຍ

ໂດຍ: ທິດກໍ່າ
ໃນກະທູ້ຂອງຫົວຂໍ້ທີ່ໄດ້ຕັ້ງຂຶ້ນນີ້ ໄທເຮົາເຈົ້າຂ້ອຍອາດເຄີຍໄດ້ຍິນ ໄດ້ຟັງໝໍຂັບໝໍລຳ ຜູ້ເຖົ້າຜູ້ແກ່ພໍ່ແມ່ປູ່ຍ່າຕານາຍ ຫລື ໃນພື້ນແຜ່ນຕຳລາຫລາຍເຊັ່ນຄົນທີ່ໄດ້ເລົ່າກ່າວຂານຕໍ່ໆກັນມາຈົນຮອດຍຸກປັດຈຸບັນກໍຍັງເຄີຍໄດ້ຍິນຄຸ້ນຫູທີ່ໄດ້ກ່າວເຖິງເມືອງວຽງຈັນສີສັດຕະນາຄະນະຫູດ.
ຖ້າພວກເຮົາຫາກຊ່າງວິເຄາະເຈາະເລິກຄົ້ນຄວ້າ ແລະ ຕິດຕາມເບິ່ງສະພາບຄວາມເປັນຈິງແຫ່ງໄລຍະປະຫວັດສາດ ນັບແຕ່ຍຸກນະຄອນຫລວງວຽງຈັນຖືກເຜົາຜານຈາກພວກສັກດີນາສະຫຍາມມາຮອດຍຸກການປົກຄອງຂອງຝຣັ່ງຕໍ່ໃສ່ການປົກຄອງຂອງສັກດີນາລາວທີ່ມີຄວາມຂັດແຍ່ງຕໍ່ສູ້ກັນມາຢ່າງຍືດເຍື້ອຍາວນານກໍຍິ່ງຮູ້ແຈ້ງເຫັນຈິງວ່າ ປະເທດຊາດເຮົາໄດ້ຫລົ້ມຈົມຜ່ານທຸກຜ່ານຍາກມາຢ່າງລະອິດລະອ້ຽວລຳບາກຍາວນານມາຫລາຍຍຸກຫລາຍສະໄໝ ເໝືອນສາກລະຄອນບໍ່ມີຜິດ.
ພໍຕົກມາຮອດຍຸກປະເທດຊາດໄດ້ຮັບການປົດປ່ອຍໃນປີ 1975 ປະກາດຊື່ປະເທດໃໝ່ເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມາຮອດປັດຈຸບັນນີ້ມີອາຍຸໄດ້ 46 ປີເຕັມ ພວກເຮົາຍິ່ງໄດ້ຮັບຮູ້ ແລະ ໄດ້ເຫັນຫລາຍສິ່ງຫລາຍຢ່າງມີການປ່ຽນແປງຈາກອັນເກົ່າທີ່ຫລ້າຫລັງກ້າວໄປສູ່ອັນໃໝ່ຢ່າງຮອບດ້ານແບບກ້າວກະໂດຂັ້ນຢ່າງຈະແຈ້ງ. ເວົ້າສະເພາະແມ່ນເມືອງວຽງຈັນອັນເປັນນະຄອນຫລວງຂອງປະເທດ ເປັນສູນກາງເສດຖະກິດການເງິນ, ການຄ້າ, ການລົງທຶນ, ການບໍລິການ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງໄວວາ ແລະ ໃນອະນາຄົດຕໍ່ໄປ ນະຄອນຫລວງວຽງຈັນເຮົາຍິ່ງຈະເຕີບໂຕ ແລະ ຂະຫຍາຍໂຕໄປຕິກໆ.
ຫາກຕັ້ງໂຈດກັນວ່າ ນະຄອນຫລວງວຽງຈັນເຮົາດຽວນີ້ມີຫຍັງປ່ຽນແປງ ແລະ ເກີດຫຍັງຂຶ້ນແດ່ ຄຳຕອບໂຈກໍຄື ມີຫລາຍສິ່ງຫລາຍຢ່າງໄດ້ປາກົດຕົວໃຫ້ເຮົາເຫັນຄົບຕາມຕຳນານທີ່ເຂົາວ່າເຊັ່ນ: ມີຫີນຟູຄືມີຂົວຂ້າມແມ່ນ້ຳຂອງ ສະເພາະໃນຂອບເຂດນະຄອນຫລວງວຽງຈັນມີ 1 ແຫ່ງແລ້ວ ສ່ວນຢູ່ທົ່ວປະເທດກໍເກືອບ 10 ແຫ່ງແລ້ວ. ສ່ວນງູໃຫຍ່ (ພະຍານາກ) ກໍຄືມີລົດໄຟຈາກໄທເຂົ້າມາລາວໄດ້ຫລາຍປີແລ້ວ.
ພິເສດສຸດໃນປີ 2021 ໄດ້ມີລົດໄຟຄວາມໄວສູງ ລາວ-ຈີນ ແລ່ນຮັບໃຊ້ບໍລິການມວນຊົນຢ່າງຮຽບຮ້ອຍ. ນອກນັ້ນ ຍັງມີຊ້າງເຜືອກ ໝາຍເຖິງມີຊາວຕ່າງດ້າວທ້າວຕ່າງແດນມາທ່ອງທ່ຽວລົງທຶນໃນປະເທດເຮົານັບມື້ຫລວງຫລາຍ. ຈາກສາມປັດໄຈທີ່ໄດ້ກ່າວມານີ້ຈຶ່ງກໍ່ໃຫ້ເກີດມີການພັດທະນາເສດຖະກິດ-ສັງຄົມຫລາຍແຫ່ງໃນນະຄອນຫລວງວຽງຈັນ ເປັນຕົ້ນເຂດເສດຖະກິດສະເພາະບຶງທາດຫລວງ, ເຂດເສດຖະກິດກວມລວມໄຊເສດຖາ, ເຂດເສດຖະກິດໂນນທອງ ແລະ ອີກບໍ່ດົນກໍຈະມີຕົວເມືອງອັດສະລິຍະໃນນະຄອນຫລວງວຽງຈັນ ແລະ ຈະມີໂຄງການອື່ນໆຫລາຍສິ່ງຫລາຍຢ່າງໃນນະຄອນຫລວງວຽງຈັນ.
ສິ່ງທີ່ເກີດຂຶ້ນໃໝ່ໆຕື່ມອີກໃນນະຄອນຫລວງວຽງຈັນກໍຄືສູນກາງໂລຈິສຕິກ ເຊິ່ງເຮັດໃຫ້ປະເທດເຮົາກາຍເປັນປະເທດທີ່ເຊື່ອມໂຍງເຊື່ອມຈອດໄປທົ່ວໂລກ ຍ້ອນເງື່ອນໄຂ ແລະ ປັດໄຈດັ່ງກ່າວຈະເຮັດໃຫ້ນະຄອນຫລວງວຽງຈັນພັດທະນາເສດຖະກິດ-ສັງຄົມ ກ້າວໄປສູ່ຄວາມຈະເລີນຮຸ່ງເຮືອງສີວິໄລໃນອະນາຄົດຢ່າງບໍ່ຢຸດຢັ້ງ.