IMF ຊີ້ຍີ່ປຸ່ນຕ້ອງເລັ່ງປະຕິຮູບ ເພື່ອຫລຸດຈາກສະພາບເງິນຝືດ

ກອງທຶນເງິນຕາສາກົນ (IMF) ເຕືອນວ່າ: ຍີ່ປຸ່ນຈະຕ້ອງເດີນໜ້າປະຕິຮູບໂຄງສ້າງຫລາຍກວ່ານີ້ ຈຶ່ງຈະສາມາດຫລຸດພົ້ນຈາກສະພາບເງິນຝືດໄດ້, ພາຍຫລັງເດີນໜ້າຖອຍຫລັງມາຫລາຍປີ.
IMF ຄາດຄະເນໃນລາຍງານປະຈຳປີທົບທວນເສດຖະກິດຍີ່ປຸ່ນທີ່ເຜີຍແຜ່ໃນວັນທີ 1 ສິງຫານີ້ວ່າ: ເສດຖະກິດຍີ່ປຸ່ນອາດຈະຂະຫຍາຍຕົວ 1,3% ໃນປີນີ້ ເພາະການຄ້າເຕີບໃຫຍ່ຕໍ່ເນື່ອງ ແລະ ມີແຮງສະໜັບສະໜູນທາງການເງິນຊົ່ວຄາວ ໂດຍໄດ້ຂະຫຍາຍຕົວເກີນປະສິດທິພາບ 5 ໄຕມາດຕິດຕໍ່ກັນ. ຂະນະທີ່ອັດຕາວ່າງງານຫລຸດລົງຢູ່ລະດັບຕໍ່າສຸດເປັນປະຫວັດສາດ, ແຕ່ຍັງບໍ່ສາມາດບັນລຸເປົ້າໝາຍເລື່ອງອັດຕາເງິນເຟີ້, ຄວາມຍືນຍົງຂອງໜີ້ສາທາລະນະ ແລະ ຈຸດປະສົງການເຕີບໃຫຍ່. ນະໂຍບາຍເສດຖະກິດຂອງນາຍົກລັດຖະມົນຕີ ຊິນໂຊ ອາເບະ ທີ່ເອີ້ນວ່າ: ອາເບະໂນມິກ ຊ່ວຍໃຫ້ສະພາບເສດຖະກິດດີຂຶ້ນ ແລະ ເຮັດໃຫ້ເກີດການປະຕິຮູບໂຄງສ້າງ, ແຕ່ຍັງບໍ່ພຽງພໍຈະເຮັດໃຫ້ສາມາດຫລຸດພົ້ນຈາກສະພາບເງິນຝືດໄດ້ແບບຍືນຍົງ.
IMF ແນະນຳວ່າ: ຍີ່ປຸ່ນຄວນໃຫ້ຄວາມສຳຄັນຕໍ່ການອອກມາດຕະການທາງໂຄງສ້າງເພື່ອກະຕຸ້ນໃຫ້ເສດຖະກິດມີເງິນທຶນໝູນວຽນຫລາຍຂຶ້ນ ໂດຍສະເພາະການປະຕິຮູບຕະຫລາດແຮງງານເພື່ອເພີ່ມຄ່າຈ້າງ ແລະ ການອອກນະໂຍບາຍສົ່ງເສີມການເຕີບໃຫຍ່ດ້ານປະສິດທິພາບ.
ນາຍົກລັດຖະມົນຕີ ອາເບະ ຮັບຕຳແໜ່ງໃນທ້າຍປີ 2012 ພ້ອມກັບຄຳໝັ້ນວ່າຈະເຮັດໃຫ້ເສດຖະກິດຂອງປະເທດຟື້ນຕົວ ດ້ວຍນະໂຍບາຍອາເບະໂນມິກທີ່ປະກອບມີການຫລຸດຜ່ອນທາງການເງິນຂະໜານໃຫຍ່, ການໃຊ້ຈ່າຍພາກລັດ ແລະ ການປະຕິຮູບ, ແຕ່ມີສຽງວິຈານວ່າ: ນະໂຍບາຍຂອງທ່ານບໍ່ບັງເກີດຜົນໃນພາບລວມ. ທະນາຄານກາງຍີ່ປຸ່ນເລື່ອນກອບເວລາບັນລຸເປົ້າໝາຍເງິນເຟີ້ 2% ອີກ ຈາກກຳນົດໄວ້ເທື່ອທຳອິດໃນປີ 2013 ວ່າຈະບັນລຸໄດ້ພາຍໃນ 2 ປີ ເທື່ອນີ້ຄາດວ່າຈະບັນລຸໄດ້ໃນປີງົບປະມານສິ້ນສຸດເດືອນມີນາ 2020.