ຊີເອເອຟ ປະຕິເສດຄຳຮ້ອງຂໍເຕະໃຫມ່ຂອງ ຕູນີເຊຍ ຫລັງເກມເສຍໃຫ້ ມາລີ

ຊີເອເອຟ ປະຕິເສດຄຳຮ້ອງຂໍເຕະໃຫມ່ຂອງ ຕູນີເຊຍ ຫລັງເກມເສຍໃຫ້ ມາລີ -                                                                                       56 1 768x433 1 - ຊີເອເອຟ ປະຕິເສດຄຳຮ້ອງຂໍເຕະໃຫມ່ຂອງ ຕູນີເຊຍ ຫລັງເກມເສຍໃຫ້ ມາລີ
ຊີເອເອຟ ປະຕິເສດຄຳຮ້ອງຂໍເຕະໃຫມ່ຂອງ ຕູນີເຊຍ ຫລັງເກມເສຍໃຫ້ ມາລີ - kitchen vibe - ຊີເອເອຟ ປະຕິເສດຄຳຮ້ອງຂໍເຕະໃຫມ່ຂອງ ຕູນີເຊຍ ຫລັງເກມເສຍໃຫ້ ມາລີ

ຊີເອເອຟ ປະຕິເສດຄຳຮ້ອງຂໍເຕະໃຫມ່ຂອງ ຕູນີເຊຍ ຫລັງເກມເສຍໃຫ້ ມາລີ -                                                                                       56 1 768x433 1 - ຊີເອເອຟ ປະຕິເສດຄຳຮ້ອງຂໍເຕະໃຫມ່ຂອງ ຕູນີເຊຍ ຫລັງເກມເສຍໃຫ້ ມາລີ

ຕູນີເຊຍ ອົກຫັກ ຫລັງ ຊີເອເອັຟ ປະຕິເສດຂໍ້ສະເຫນີຂໍເຕະໃຫມ່ນັດທີ່ເສຍໃຫ້ ມາລີ 0-1 ໃນການແຂ່ງຂັນແອຟຣີກາ ຄັບ ອອບ ເນຊັນ ຫລັງຜູ້ຕັດສິນຊາວຊິມບັບເວ ເປົ່າຫມາຍຫວີດຫມົດເວລາ ທັງທີ່ເວລາຍັງບໍ່ຫມົດ.

ຊີເອເອຟ ປະຕິເສດຄຳຮ້ອງຂໍເຕະໃຫມ່ຂອງ ຕູນີເຊຍ ຫລັງເກມເສຍໃຫ້ ມາລີ - Visit Laos Visit SALANA BOUTIQUE HOTEL - ຊີເອເອຟ ປະຕິເສດຄຳຮ້ອງຂໍເຕະໃຫມ່ຂອງ ຕູນີເຊຍ ຫລັງເກມເສຍໃຫ້ ມາລີ

ສະຫະພັນບານເຕະແອຟຣີກາ (ຊີເອເອຟ) ປະຕິເສດຄຳອຸທອນຂອງທີມຊາດຕູນີເຊຍ ເພື່ອຂໍໃຫ້ເກມໃນການແຂ່ງຂັນບານເຕະ ແອຟຣີກາ ຄັບ ອອບ ເນຊັນ ຮອບແບ່ງກຸ່ມ ກຸ່ມ F  ນັດທີ່ທີມ ເສຍໃຫ້ ມາລີ 0-1 ເມື່ອວັນພຸດທີ່ຜ່ານມາ ເປັນໂມຂະ ແລະ ລົງເຕະກັນໃຫມ່ ຫລັງຜູ້ຕັດສິນໃນເກມດັ່ງກ່າວ ເປົ່າຫມາກຫວີດຫມົດເວລາການແຂ່ງຂັນ ທັງທີ່ເວລາຍັງບໍ່ຫມົດ ແລະ ຍັງບໍ່ຍອມທົດເວລາບາດເຈັບໃຫ້ ໂດຍໃຫ້ຢືນຢັນຜົນການແຂ່ງຂັນຄືເກ່ົາ.

ໃນເກມດັ່ງກ່າວ ຢານນີ ຊິຄາສເວ ຜູ້ຕັດສິນຊວຊິມບັບເວ ສ້າງຄວາມປະຫລາດໃຈດ້ວຍການເປ່ົາຫມາກຫວີດຍາວເປັນສັນຍາລັກຈົບເກມ ທັງທີ່ເວລາຫາກໍຜ່ານໄປ 85 ນາທີ ກ່ອນທີ່ລາວຈະຢຸດບານໃຫ້ເກມດຳເນີນຕໍ່ໄປ ແນວໃດກໍຕາມ ຜູ້ຕັດສິນດັ່ງກ່າວ ກໍເປົ່າຫມາກຫວີດຫມົດເວລາອີກຄັ້ງ ຂະນະທີ່ເກມຜ່ານໄປ 89 ນາທີ 43 ວິນາທີ ໂດຍທີ່ບໍ່ໄດ້ມີການທົດເວລາບາດເຈັບ ທັງທີໃນເຄິ່ງເວລາທີສອງມີນັກເຕະບາດເຈັບຫລາຍໄລຍະ ແລະມີການເບິ່ງ VAR ເຖິງ 2 ຄັ້ງ ສົ່ງຜົນໃຫ້ທີມງານຂອງທີມຊາດ ຕູນີເຊຍ ເຂົ້າໄປປະທ້ວງ ກ່ອນທີ່ເຈົ້າຫນ້າທີ່ຈາກສະຫະພັນບານເຕະແອຟຣິກາ (CAF) ຈະຕັດສິນໃຈຮຽກໃຫ້ທັງ 2 ທີມກັບລົງສະຫນາມແຂ່ງກັນຕໍ່ໃນໄລຍະທົດເວລາບາດເຈັບທີ່ຍັງເຫລືອຢູ່ ທັງທີເກມຈົບໄປແລ້ວ 40 ນາທີ ແຕ່ມີພຽງທີມຊາດ ມາລີ ທີ່ກັບລົງສະຫນາມ ຂະນະທີ່ ຕູນີເຊຍ ປະຕິເສດທີ່ຈະກັບມາເຕະຕໍໍ່.

ຫລັງຈາກນັ້ນ ຕູນີເຊຍ ໄດ້ຍື່ນອຸທອນການເຮັດຫນ້າທີ່ຂອງຜູ້ຕັດສິນຊາວຊິມບັບເ ແລະ ຂໍໃຫ້ເກມດັ່ງກ່າວລົງເຕະກັນໃຫມ່ ແນວໃດກໍຕາມ ຫລັງຈາກພິຈາລະນາແລ້ວ CAF ຕັດສິນໃຈປະຕິເສດຄຳອຸທອນ ແລະ ໃຫ້ເປັນໄປຕາມຜົນການແຂ່ງຂັນເກ່ົາ ໂດຍລະບຸຜ່ານຖະແຫລງການວ່າ : ‘‘  ຄະນະກຳມະການຈັດການແຂ່ງຂັນ ມີມະຕິໃຫ້ປະຕິບັດຄຳອຸທອນຂອງທີມຊາດຕູນີເຊຍ ແລະ ໃຫ້ເປັນໄປຕາມຜົນການແຂ່ງຂັນ ເຊິ່ງ ມາລີ ຊະນະ 1-0 ໄວ້ຄືເກ່ົາ ’’.

 

ຊີເອເອຟ ປະຕິເສດຄຳຮ້ອງຂໍເຕະໃຫມ່ຂອງ ຕູນີເຊຍ ຫລັງເກມເສຍໃຫ້ ມາລີ - 5 - ຊີເອເອຟ ປະຕິເສດຄຳຮ້ອງຂໍເຕະໃຫມ່ຂອງ ຕູນີເຊຍ ຫລັງເກມເສຍໃຫ້ ມາລີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!