ເສບຢາບ້າ ແລ້ວກໍ່ເຫດອາລະວາດຄອບຄົວ

ເສບຢາບ້າ ແລ້ວກໍ່ເຫດອາລະວາດຄອບຄົວ - 27181 - ເສບຢາບ້າ ແລ້ວກໍ່ເຫດອາລະວາດຄອບຄົວ
ເສບຢາບ້າ ແລ້ວກໍ່ເຫດອາລະວາດຄອບຄົວ - kitchen vibe - ເສບຢາບ້າ ແລ້ວກໍ່ເຫດອາລະວາດຄອບຄົວ
ອີງຕາມ ປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນລາຍງານວ່າ: ວັນທີ 13 ມັງກອນ 2022, ປກສ ກຸ່ມ ໜອງທາ ເມືອງຈັນທະບູລີ ສົມທົບກັບ ສນ 1191, ອໍານາດການປົກຄອງບ້ານໜອງທາເໜືອ ເຂົ້າລະງັບ ທ້າວ ພອນເພັດ ອາຍຸ 38 ປີ ຫວ່າງງານ ຢູ່ບ້ານໜອງທາເໜືອ ກໍ່ເຫດອາລະວາດຄອບຄົວ ຍ້ອນພົວພັນຢາເສບຕິດ.
ຜ່ານການເກັບກໍາຂໍ້ມູນຫລັກຖານ ທ້າວພອນເພັດ ຜູ້ກ່ຽວແມ່ນພົວພັນເສບຢາເສບຕິດມາເປັນເວລາດົນ ແລະ ບໍ່ສາມາດຢຸດເຊົາໄດ້ ໃນໄລຍະຜ່ານມາ ເຄີຍກໍ່ເຫດອາລະວາດຄອບຄົວມາແລ້ວ 2 ຄັ້ງ ແລະ ເຄີຍຖືກເຈົ້າໜ້າທີ່ສຶກສາອົບຮົມ ແຕ່ຍັງບໍ່ປ່ຽນແປງພຶດຕິກໍາ ດັ່ງນັ້ນ ປກສ ກຸ່ມ ໜອງທາ ຈິ່ງໄດ້ນໍາສົ່ງຜູ້ກ່ຽວ ໃຫ້ກອງບັນຊາການ ປກສ ເມືອງຈັນທະບູລີ ເພື່ອນໍາໄປບໍາບັດປີ່ນປົ່ວຢູ່ສູນປິ່ນປົວ ແລະ ຝືກວິຊາຊີບ ຜູ້ຕິດຢາເສບຕິດ ນະຄອນຫລວງວຽງຈັນ.
ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງທຸກຊັ້ນຄົນໃນສັງຄົມ ເອົາໃຈໃສ່ປະຕິບັດພັນທະປະກອບສ່ວນເຂົ້າໃນວຽກງານ ປ້ອງກັນຄວາມສະຫງົບ ຖ້າພົບເຫັນການກະທໍາທີ່ຜິດຕໍ່ກົດໝາຍ ແລະ ລະບຽບການ ໃຫ້ແຈ້ງເຂົ້າເບີວອດແອັບ ປກສ ນວ 02028899774 ຫລື ແຈ້ງຜ່ານຊ່ອງທາງ ເຟັສບຸກ ປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ.
ເສບຢາບ້າ ແລ້ວກໍ່ເຫດອາລະວາດຄອບຄົວ - 4 - ເສບຢາບ້າ ແລ້ວກໍ່ເຫດອາລະວາດຄອບຄົວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!