ຜູ້ບໍລິຫານທີ່ດີ ຕ້ອງມີ 4 ສິ່ງນີ້

ຜູ້ບໍລິຫານທີ່ດີ ຕ້ອງມີ 4 ສິ່ງນີ້ - Executive Assistant - ຜູ້ບໍລິຫານທີ່ດີ ຕ້ອງມີ 4 ສິ່ງນີ້
ຜູ້ບໍລິຫານທີ່ດີ ຕ້ອງມີ 4 ສິ່ງນີ້ - kitchen vibe - ຜູ້ບໍລິຫານທີ່ດີ ຕ້ອງມີ 4 ສິ່ງນີ້

ຜູ້ບໍລິຫານທີ່ດີິຄວນເລີ່ມຕົ້ນຈາກການປັບບຸກຄະລິກກະພາບໃຫ້ດີຂຶ້ນ ເພື່ອຄວາມໜ້າເຊື່ອຖື ແລະ ເສີມຄວາມໜ້າເຄົາລົບ ເຊິ່ງຫາກທ່ານຢາກມີບຸກຄະລິກກະພາບຜູ້ບໍລິຫານທີ່ດີ ຕ້ອງມີ 4 ສິ່ງຕໍ່ໄປນີ້ :

  1. ທາງກາຍ : ບຸກຄະລິກກະພາບທີ່ສາມາດປັບໄດ້ງ່າຍ ໂດຍເລີ່ມຕົ້ນປັບທັງພາຍໃນ ແລະ ພາຍນອກ ບໍ່ວ່າຈະເປັນເຄື່ອງນຸ່ງ, ຊົງຜົມ, ການສື່ສານ, ລະດັບການສຶກສາ, ຕຳແໜ່ງ, ຖານະທາງເສດຖະກິດ ຕ້ອງຮູ້ຈັກປັບປຸງ ແລະ ພັດທະນາ ເພື່ອໃຫ້ເໝາະສົມກັບຕຳແໜ່ງທີ່ໄດ້ຮັບ.
  2. ອາລົມ ແລະ ຈິດຕະວິທະຍາ : ຄວາມໝັ້ນຄົງທາງອາລົມ ສິ່ງທີ່ຄວນຝຶກເພື່ອໃຫ້ຮັບມືໄດ້ທຸກສະຖານະການ, ຜູ້ບໍລິຫານທີ່ດີຕ້ອງມີຄວາມກ້າໃນການພະເຊີນອຸປະສັກຕ່າງໆ, ເຄົາລົບສິດທິ, ຮັບຟັງຄວາມຄິດເຫັນຂອງຜູ້ອື່ນ, ຮູ້ຈັກຍ້ອງຍໍຊົມເຊີຍຈູງໃຈ ເພື່ອເປັນເສົາຫລັກໃຫ້ພະນັກງານເຊື່ອຖື ແລະ ເພິ່ງພາໄດ້.
  3. ສັງຄົມ : ແມ່ນການພົບປະຜູ້ຄົນມາກໜ້າຫລາຍຕາຫລາຍລະດັບຊົນຊັ້ນ ດັ່ງນັ້ນ ທ່ານຄວນສຶກສາຫາຄວາມຮູ້ໃນພິທີການຕ່າງໆຂອງສັງຄົມ ເພື່ອຈະໄດ້ປະຕິບັດຕາມມາລະຍາດສາກົນໄດ້ຢ່າງຖືກຕ້ອງ ແລະ ເພື່ອໃຫ້ປັບໂຕເຂົ້າກັບທຸກສັງຄົມໄດ້ຢ່າງດີເລີດ.
  4. ສະຕິປັນຍາ : ການຝຶກຝົນຂົນຂວາຍຫາຄວາມຮູ້ ແລະ ໝັ່ນຝຶກວາງແຜນ, ຄິດ, ວິເຄາະ ຈະເຮັດໃຫ້ທ່ານມີສະຕິປັນຍາທີ່ດີ ສາມາດຄິດສ້າງສິ່ງທີ່ເປັນປະໂຫຍດ ແລະ ຮອບຮູ້ເລື່ອງການບໍລິຫານ.
  • ລອງປັບບຸກຄະລິກກະພາບຂອງທ່ານໃຫ້ໄດ້ຕາມ 4 ຂໍ້ນີ້ ການເປັນຜູ້ບໍລິຫານທີ່ດີກໍເຮັດໄດ້ບໍ່ຍາກເລີຍ.
ຜູ້ບໍລິຫານທີ່ດີ ຕ້ອງມີ 4 ສິ່ງນີ້ - 4 - ຜູ້ບໍລິຫານທີ່ດີ ຕ້ອງມີ 4 ສິ່ງນີ້
ຜູ້ບໍລິຫານທີ່ດີ ຕ້ອງມີ 4 ສິ່ງນີ້ - Visit Laos Visit SALANA BOUTIQUE HOTEL - ຜູ້ບໍລິຫານທີ່ດີ ຕ້ອງມີ 4 ສິ່ງນີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!