ສຳເລັດ ! ຢາຊ່ວຍກົບຂາຂາດ “ປົ່ງຂາໃໝ່” ຈຸດປະກາຍຄວມຫວັງຊ່ວຍຄົນພິການ

ສຳເລັດ ! ຢາຊ່ວຍກົບຂາຂາດ “ປົ່ງຂາໃໝ່” ຈຸດປະກາຍຄວມຫວັງຊ່ວຍຄົນພິການ -           5 - ສຳເລັດ ! ຢາຊ່ວຍກົບຂາຂາດ “ປົ່ງຂາໃໝ່” ຈຸດປະກາຍຄວມຫວັງຊ່ວຍຄົນພິການ
ສຳເລັດ ! ຢາຊ່ວຍກົບຂາຂາດ “ປົ່ງຂາໃໝ່” ຈຸດປະກາຍຄວມຫວັງຊ່ວຍຄົນພິການ - kitchen vibe - ສຳເລັດ ! ຢາຊ່ວຍກົບຂາຂາດ “ປົ່ງຂາໃໝ່” ຈຸດປະກາຍຄວມຫວັງຊ່ວຍຄົນພິການ

ທີມວິໄຈຈາກອາເມລິກາທົດລອງປະສົມຢາກະຕຸ້ນການສ້າງອະໄວຍະວະ ຊ່ວຍກົບຂາຂາດປົ່ງຂາຂຶ້ນໃໝ່ໄດ້ສຳເລັດ.

ສິ່ງມີຊີວິດບາງຊະນິດສາມາດປົ່ງອະໄວຍະວະທີ່ຂາດໄປຂຶ້ນມາໃໝ່ໄດ້ເຊັ່ນ: ກັບແກ້, ຊາລາແມນເດີ, ປາດາວ, ປູ, ກະປອມ ແລະ ນິວ ແຕ່ສິ່ງມີຊີວິດອີກຫລາຍຊະນິດກໍບໍ່ສາມາດເຮັດໄດ້ ລວມທັງມະນຸດ ເຊິ່ງເປັນໄລຍະເວລາດົນນານແລ້ວທີ່ນັກວິທະຍາສາດພະຍາຍາມສ້າງຄວາມເຂົ້າໃຈ ແລະ ທົດລອງຈະສ້າງແຂນຂາສຳລັບຜູ້ພິການໃຫ້ປົ່ງຂຶ້ນມາໃໝ່ ແຕ່ຍັງບໍ່ສາມາດເຮັດໄດ້.

ສຳເລັດ ! ຢາຊ່ວຍກົບຂາຂາດ “ປົ່ງຂາໃໝ່” ຈຸດປະກາຍຄວມຫວັງຊ່ວຍຄົນພິການ - Visit Laos Visit SALANA BOUTIQUE HOTEL - ສຳເລັດ ! ຢາຊ່ວຍກົບຂາຂາດ “ປົ່ງຂາໃໝ່” ຈຸດປະກາຍຄວມຫວັງຊ່ວຍຄົນພິການ
ສຳເລັດ ! ຢາຊ່ວຍກົບຂາຂາດ “ປົ່ງຂາໃໝ່” ຈຸດປະກາຍຄວມຫວັງຊ່ວຍຄົນພິການ - Visit Laos Visit SALANA BOUTIQUE HOTEL - ສຳເລັດ ! ຢາຊ່ວຍກົບຂາຂາດ “ປົ່ງຂາໃໝ່” ຈຸດປະກາຍຄວມຫວັງຊ່ວຍຄົນພິການ

ແຕ່ຫລ້າສຸດ ນັກວິໄຈຈາກອາເມລິກາໄດ້ມີການທົດລອງທີ່ສາມາດເຮັດໃຫ້ກົບຂາຂາດປົ່ງຂາໃໝ່ອອກມາໄດ້ ຈຸດປະກາຍຄວາມຫວັງຈະຊ່ວຍເຫລືອມະນຸດທີ່ພິການແຂນຂາອີກ.

CNN ລາຍງານວ່າ: ທີມນັກວິທະຍາສາດຈາກມະຫາວິທະຍາໄລຮາຣ໌ວາຣ໌ດ ແລະ ມະຫາວິທະຍາໄລທັຟສ໌ ໄດ້ມີການທົດລອງປະສົມຢາ 5 ຊະນິດ ເພື່ອກະຕຸ້ນການປົ່ງຂາໃໝ່ຂອງກົບເລັບອາຟຣິກາ (Xenopus laevis) ເປັນເວລາ 24 ຊົ່ວໂມງ ແລະ ພົບວ່າຫລັງຜ່ານໄປ 18 ເດືອນ ຂາໃໝ່ຂອງກົບເຮັດວຽກໄດ້ຢ່າງສົມບູນ.

ກົບສາມາດລອຍນ້ຳໄດ້ເປັນປົກກະຕິ ແລະ ຕອບສະໜອງຕໍ່ການສຳຜັດ ລວມທັງນິ້ວຂອງກົບກໍສາມາດປົ່ງຂຶ້ນມາໄດ້ ພຽງແຕ່ບໍ່ມີພັງຜືດລະຫວ່າງນິ້ວ ແລະ ໂຄງສ້າງອະໄວຍະວະບາງຢ່າງແຕກຕ່າງໄປຈາກເກົ່າ.

ການວິໄຈດັ່ງກ່າວໄດ້ຕີພິມລົງໃນວາລະສານ Science Advances ເມື່ອວັນທີ 26 ມັງກອນຜ່ານມາ ເຊິ່ງທີມວິໄຈກ່າວວ່າ: ການທົດລອງຄັ້ງນີ້ເປັນກ້າວສຳຄັນສູ່ຄວາມສຳເລັດຂອງການຮັກສາແບບເວດຊະສາດຟື້ນຟູ.

ນິໂຣຊາ ມຸຣຸກັນ ໜຶ່ງໃນທີມວິໄຈ ກ່າວວ່າ: “ເປັນເລື່ອງໜ້າຕື່ນເຕັ້ນທີ່ຢາຂອງເຮົາຊ່ວຍສ້າງອະໄວຍະວະໃໝ່ທີ່ເກືອບຈະສົມບູນ ການໄດ້ຮັບຢາພຽງຊົ່ວຄາວເຮັດໃຫ້ເກີດຂະບວນການຟື້ນຟູທີ່ຍາວນານເປັນເດືອນ”.

ທັງນີ້, ຢາແຕ່ລະຊະນິດມີຈຸດປະສົງທີ່ແຕກຕ່າງກັນເຊັ່ນ: ຫລຸດການອັກເສບ, ຜະລິດຄໍລາເຈນ, ຢຸດການເຕີບໃຫຍ່ຂອງເນື້ອເຍື່ອແຜເປັນ ເພື່ອສົ່ງເສີມການຈະເລີນເຕີບໃຫຍ່ຂອງເສັ້ນປະສາດ, ຫລອດເລືອດ ແລະ ການສ້າງກ້າມຊີ້ນໃໝ່.

ໂດຍທີມວິໄຈໄດ້ທົດລອງໃນກົບນັບຮ້ອຍໂຕ ເຖິງວ່າຈະບໍ່ໄດ້ອອກມາສຳເລັດສົມບູນທຸກໂຕ ແຕ່ກົບຫລາຍໂຕມີການສ້າງອະໄວຍະວະຂຶ້ນມາໃໝ່ ເຊິ່ງເປັນທີ່ໜ້າພໍໃຈ.

ໄມເຄິລ ເລວິນ ສາສະດາຈານດ້ານຊີວະວິທະຍາຈາກມະຫາວິທະຍາໄລທັຟສ໌ ເຜີຍວ່າ: ປັດຈຸບັນທີມວິໄຈວາງແຜນຈະທົດລອງແບບດຽວກັນນີ້ກັບສັດລ້ຽງລູກດ້ວຍນົມຊະນິດອື່ນໆຕໍ່ໄປ.

The Guardian ລາຍງານວ່າ: ໄມເຄິລ ຊໄນເດິ ສາສະດາຈານດ້ານພະຍາດຫົວໃຈຈາກອິມພິຣຽວຄໍເລຈລອນດອນ ເບິ່ງວ່າ: ການທົດລອງດັ່ງກ່າວສາມາດນຳໄປຕໍ່ຍອດສຳລັບເວດຊະສາດຟື້ນຟູໃນມະນຸດໄດ້.

ເຖິງຢ່າງໃດກໍຕາມ, ເຈມສ໌ ໂມນາຮັນ ຮອງສາສະດາຈານຈາກພາກວິຊາຊີວະວິທະຍາມະຫາວິທະຍາໄລນອດອີສເທິນ ເບິ່ງວ່າ: ການທົດລອງດັ່ງກ່າວໜ້າສົນໃຈ ແຕ່ຖ້າຈະໃຊ້ກົນລະຍຸດດຽວກັນນີ້ມາທົດລອງໃນມະນຸດບໍ່ໜ້າຈະເປັນໄປໄດ້ ເນື່ອງຈາກກົນໄກໃນການຟື້ນຟູອະໄວຍະວະຂອງກົບ ແລະ ມະນຸດບໍ່ຄືກັນ.

ສ່ວນ ແອຊລີ ຊີເຟິຣ໌ ຮອງສາສະດາຈານດ້ານຊີວະວິທະຍາຈາກມະຫາວິທະຍາໄລເຄນຕັກກີ ກ່າວວ່າ: ຄວາມກ້າວໜ້າຄັ້ງນີ້ຈຸດປະກາຍຄວາມຫວັງທີ່ຈະຟື້ນຟູອະໄວຍະວະຂອງມະນຸດ ເຊິ່ງສູນເສຍແຂນຂາໄປເນື່ອງຈາກການບາດເຈັບ ຫລື ຄວາມເຈັບປ່ວຍເຊັ່ນ: ພະຍາດເບົາຫວານ ແຕ່ຈະເຮັດໄດ້ ຫລື ບໍ່ ແລະ ຕ້ອງໃຊ້ເວລາດົນພຽງໃດກໍເປັນເລື່ອງທີ່ຄາດເດົາບໍ່ໄດ້.

ສຳເລັດ ! ຢາຊ່ວຍກົບຂາຂາດ “ປົ່ງຂາໃໝ່” ຈຸດປະກາຍຄວມຫວັງຊ່ວຍຄົນພິການ - 5 - ສຳເລັດ ! ຢາຊ່ວຍກົບຂາຂາດ “ປົ່ງຂາໃໝ່” ຈຸດປະກາຍຄວມຫວັງຊ່ວຍຄົນພິການ
ສຳເລັດ ! ຢາຊ່ວຍກົບຂາຂາດ “ປົ່ງຂາໃໝ່” ຈຸດປະກາຍຄວມຫວັງຊ່ວຍຄົນພິການ - 4 - ສຳເລັດ ! ຢາຊ່ວຍກົບຂາຂາດ “ປົ່ງຂາໃໝ່” ຈຸດປະກາຍຄວມຫວັງຊ່ວຍຄົນພິການ
ສຳເລັດ ! ຢາຊ່ວຍກົບຂາຂາດ “ປົ່ງຂາໃໝ່” ຈຸດປະກາຍຄວມຫວັງຊ່ວຍຄົນພິການ - 3 - ສຳເລັດ ! ຢາຊ່ວຍກົບຂາຂາດ “ປົ່ງຂາໃໝ່” ຈຸດປະກາຍຄວມຫວັງຊ່ວຍຄົນພິການ