ສປປ ເກົາຫລີ ປ່ອຍພາບມຸມສູງ ລະບຸມາຈາກທົດລອງລູກສອນໄຟຫລ້າສຸດ

ສປປ ເກົາຫລີ ປ່ອຍພາບມຸມສູງ ລະບຸມາຈາກທົດລອງລູກສອນໄຟຫລ້າສຸດ - 123059481 23a4cfef 5cc9 4f42 9e32 72e62626eb6c - ສປປ ເກົາຫລີ ປ່ອຍພາບມຸມສູງ ລະບຸມາຈາກທົດລອງລູກສອນໄຟຫລ້າສຸດ
ສປປ ເກົາຫລີ ປ່ອຍພາບມຸມສູງ ລະບຸມາຈາກທົດລອງລູກສອນໄຟຫລ້າສຸດ - kitchen vibe - ສປປ ເກົາຫລີ ປ່ອຍພາບມຸມສູງ ລະບຸມາຈາກທົດລອງລູກສອນໄຟຫລ້າສຸດ

ສປປ ເກົາຫລີ ປ່ອຍພາບຖ່າຍຈາກອາກາດ ລະບຸມາຈາກການປ່ອຍລູກສອນໄຟຄັ້ງຫລ້າສຸດ ຊີ້ປະສົບຜົນສຳເລັດທີ່ສຸດໃນຮອບ 5 ປີຜ່ານມາ.

ວັນທີ 31 ມັງກອນ 2022, ສຳນັກຂ່າວ BBC ລາຍງານວ່າ: ສປປ ເກົາຫລີ ປ່ອຍພາບມຸມສູງສະແດງໃຫ້ເຫັນແຫລມເກົາຫລີ ແລະ ບໍລິເວນອ້ອມຮອບ ແລະ ໄດ້ຢືນຢັນວ່າມີການທົດລອງລູກສອນໄຟຊື່ ຮວາຊອງ-12 ເຊິ່ງເປັນລູກສອນໄຟແບບ ballistic ໄລຍະການຍິງຂະໜາດກາງ (IRBM) ແລະ ລະບຸວ່າມີກຳລັງພໍຈະຍິງຂ້າມໄລຍະໄກຫລາຍພັນກິໂລແມັດ ລວມທັງອານາເຂດຂອງເກາະກວມ ເຊິ່ງເປັນດິນແດນຂອງອາເມລິກາ.

ສປປ ເກົາຫລີ ປ່ອຍພາບມຸມສູງ ລະບຸມາຈາກທົດລອງລູກສອນໄຟຫລ້າສຸດ - Visit Laos Visit SALANA BOUTIQUE HOTEL - ສປປ ເກົາຫລີ ປ່ອຍພາບມຸມສູງ ລະບຸມາຈາກທົດລອງລູກສອນໄຟຫລ້າສຸດ

ທັນທີທີ່ມີການທົດລອງລູກສອນໄຟດັ່ງກ່າວ, ທັງ ສ.ເກົາຫລີ ແລະ ຍີ່ປຸ່ນ ກໍສົ່ງແຈ້ງເຕືອນໃຫ້ນາໆຊາດທັນທີ ເຊື່ອວ່າໄລຍະການຍິງສົ່ງລູກສອນໄຟໄປໄດ້ເຖິງ 800 ກິໂລແມັດ ແລະ ຂຶ້ນສູງສູ່ຟ້າເຖິງ 2.000 ກິໂລແມັດ ກ່ອນຕົກລົງມາກາງທະເລນອກຊາຍຝັ່ງຍີ່ປຸ່ນ ເຊິ່ງປົກກະຕິແລ້ວລູກສອນໄຟສາມາດມີແຮງການຍິງໄດ້ໄກປະມານ 4.000 ກິໂລແມັດ.

ຕໍ່ມາລັດຖະບານ ສປປ ເກົາຫລີ ໄດ້ອອກມາຢືນຢັນຂ່າວດັ່ງກ່າວຜ່ານລາຍງານຂ່າວຜ່ານສະຖານີ KCNA ສະຖານີໂທລະພາບປະຈຳປະເທດ ກ່າວວ່າ: ທົດລອງການຍິງເພື່ອຢືນຢັນຄວາມແນ່ນອນ ແລະ ຕັ້ງໃຈເລັ່ງໃຫ້ລົງທະເລເພື່ອຮັກສາຄວາມປອດໄພຂອງປະເທດໃກ້ຄຽງ ແລະ ເຜີຍແຜ່ພາບທີ່ລະບຸວ່າມາຈາກກ້ອງທີ່ຕິດໄວ້ຢູ່ຫົວລູກສອນໄຟ.

ການທົດລອງຄັ້ງຫລ້າສຸດສ້າງຄວາມຕື່ນຕົວໃຫ້ສະມາຄົມໂລກ ເພາະໄລຍະຜ່ານມາບໍ່ດົນນີ້ ລັດຖະບານ ສປປ ເກົາຫລີ ທົດລອງລູກສອນໄຟຢ່າງຕໍ່ເນື່ອງ ຖືວ່າຖີ່ທີ່ສຸດເປັນປະຫວັດສາດ ສ້າງແຮງສຽດທານໃຫ້ອາເມລິກາ, ສ.ເກົາຫລີ, ຍີ່ປຸ່ນ ແລະ ປະເທດອື່ນໆ.

ກ່ອນໜ້ານີ້, ອົງການສະຫະປະຊາຊາດ ເຄີຍມີຄຳສັ່ງຫ້າມ ສປປ ເກົາຫລີ ທົດລອງລູກສອນໄຟ ແລະ ອາວຸດນິວເຄຼຍ ແລະ ໄດ້ວາງມາດຕະການຂວ້ຳບາດ, ແຕ່ ສປປ ເກົາຫລີ ຍັງປະຕິບັດຕົນຕາມເຄີຍຕະຫລອດມາ. ຂະນະທີ່ອາເມລິກາກ່າວວ່າ: ອາເມລິກາໄດ້ພະຍາຍາມຟື້ນຟູການເຈລະຈາກັບ ສປປ ເກົາຫລີ ຂຶ້ນມາອີກຮອບ ເພື່ອຫາຊ່ອງທາງສ້າງຂໍ້ຕົກລົງຮ່ວມກັນ.

ອ້າງອີງ:

https://www.bbc.com/news/world-asia-60193714

ສປປ ເກົາຫລີ ປ່ອຍພາບມຸມສູງ ລະບຸມາຈາກທົດລອງລູກສອນໄຟຫລ້າສຸດ - 4 - ສປປ ເກົາຫລີ ປ່ອຍພາບມຸມສູງ ລະບຸມາຈາກທົດລອງລູກສອນໄຟຫລ້າສຸດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!