ສະພາບໄຟໄໝ້ສະໜາມຂີ້ເຫຍື້ອຫລັກ 32 ໃກ້ກັບຄືນສູ່ສະພາບປົກກະຕິແລ້ວ


ສະໜາມກໍາຈັດຂີ້ເຫຍື້ອຫລັກ 32 ບ້ານຜາສຸກ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ກັບສູ່ສະພາບປົກກະຕິ ພາຍຫລັງໜ່ວຍງານກ່ຽວຂ້ອງລະດົມເຈົ້າໜ້າທີ່ມອດໄຟ, ລົດສີດນໍ້າ ແລະ ກົນຈັກໜັກຈໍານວນຫລາຍ ເຂົ້າສະກັດກັ້ນໄຟບໍ່ໃຫ້ລຸກລາມແລະແກ່ຍາວໄປຫລາຍວັນ. ຂະນະທີ່ບັນຫາຄວັນຈາກໄຟໄໝ້ຈະໄດ້ຄ່ອຍໆຈາງຫາຍໄປ ແລະ ສະພາບອາກາດກໍກັບມາເປັນປົກກະຕິ.
ໃນວັນທີ 1 ກຸມພາ 2022, ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງ ຖະແຫລງຂ່າວວ່າ: ສະໜາມຂີ້ເຫຍື້ອດັ່ງກ່າວມີເນື້ອທີ່ 48 ເຮັກຕາ ແລະ ຖືກໄຟໄໝ້ກວມ 70% ເຊິ່ງສາເຫດອາດເກີດຈາກປະກາຍໄຟຂອງ ແກັສ ຢູນີເທນ ອາຍແກັສທໍາມະຊາດ ທີ່ມາຈາກການສະສົມຂອງເສດຂີ້ເຫຍື້ອເປັນເວລາດົນ ແລະ ນີ້ເປັນຄັ້ງທີ 2 ໂດຍຄັ້ງທໍາອິດໄໝ້ໃນປີ 2018 ໂດຍໃຊ້ເວລາຫລາຍ 10 ວັນ ຈຶ່ງສາມາດສະກັດກັ້ນໄຟໄວ້ໄດ້.
ທ່ານ ແອງພອນ ແພງສຸກັນ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະ ຄອນຫລວງວຽງຈັນ ກ່າວວ່າ: ພາຍຫລັງມີສະພາບໝອກຄວັນ ປົກຄຸມເປັນບໍລິເວນກວ້າງຢູ່ຫລາຍພື້ນທີ່ໃນນະຄອນຫລວງວຽງຈັນ ທີ່ເກີດຈາກເຫດໄຟໄໝ້, ໃນວັນທີ 30-31 ມັງກອນ 2022 ໜ່ວຍງານກ່ຽວຂ້ອງດ້ານສິ່ງແວດລ້ອມ ໄດ້ລົງຕິດຕາມສະພາບໝອກຄວັນຢ່າງໃກ້ຊິດ ທັງໄດ້ຕິດຕັ້ງເຄື່ອງວັດແທກຄຸນນະພາບອາກາດ ແລະ ເກັບກໍາພາບຖ່າຍມູມສູງ ໂດຍໄດ້ຕິດຕັ້ງເຄື່ອງວັດແທກຄວາມເຂັ້ມຂຸ້ນຂອງລະອອງຝຸ່ນໃນອາກາດ ຢູ່ 3 ຈຸດຄື ຈຸດທີ 1 ຢູ່ບ້ານຜາສຸກ (ບໍລິເວນສະໜາມຂີ້ເຫຍື້ອ) ເຫັນວ່າຄວາມເຂັ້ມຂຸ້ນຂອງລະ ອອງຝຸ່ນນ້ອຍກວ່າ 2,5 (PM 2,5) ມີຄ່າຕໍ່າສຸດລະດັບ 8,3 ແລະ ສູງສຸດ 1.488 ໄມຄຣອນ ແລະ ຄ່າສະເລ່ຍໃນ 24 ຊົ່ວໂມງຢູ່ໃນລະດັບ 101 ໄມຄຣອນ; ຈຸດທີ 2 ຕິດຕັ້ງເຄື່ອງກວດຢູ່ບ້ານປາກຊາບເກົ່າ ເຫັນວ່າຄວາມເຂັ້ມຂຸ້ນຂອງລະອອງຝຸ່ນ PM 2,5 ຕໍ່າສຸດ 80 ແລະ ສູງສຸດ 110 ໄມຄຣອນ. ນອກນີ້ໃນຈຸດດັ່ງກ່າວຍັງມີປະລິມານຄ່າຄວາມເຂັ້ມຂຸ້ນຂອງແກ້ສຊັນເຟີໄດອອກຊາຍ 0,15 ppm ຕໍ່ຊົ່ວໂມງ ເຊິ່ງສູງກວ່າມາດຖານສິ່ງແວດລ້ອມກໍານົດໄວ້ລະດັບ 0,13 ppm ຕໍ່ຊົ່ວໂມງ. ຂະນະດຽວກັນຍັງພົບປະລິມານ ແກ້ສຄາບອນໂມນອກໄຊ ມີຄວາມເຂັ້ມຂຸ້ນລະດັບ 6 ppm ຕໍ່ຊົ່ວໂມງ ເຊິ່ງຕໍ່າກວ່າມາດຖານສິ່ງແວດ ລ້ອມກໍານົດໄວ້ໃນລະດັບ 30 ppm ຕໍ່ຊົ່ວໂມງ ແລະ ຈຸດທີ 3 ໄດ້ຕິດຕັ້ງເຄື່ອງກວດຢູ່ບ້ານໂນນສະອາດ ເຫັນວ່າຄວາມເຂັ້ມຂຸ້ນຂອງລະອອງຝຸ່ນຕໍ່າສຸດ 16, ສູງສຸດ 121 ໄມຄຣອນ ແລະ ຄ່າສະເລ່ຍ 24 ຊົ່ວ ໂມງ 46 ໄມຄຣອນ ເຊິ່ງໝອກຄວັນດັ່ງກ່າວອາດສົ່ງຜົນກະທົບຕໍ່ສຸຂະພາບໂດຍລວມຂອງປະຊາຊົນເລັກ ໜ້ອຍໂດຍສະເພາະຜູ້ມີພະຍາດລະບົບຫາຍໃຈ, ຜູ້ເຖົ້າ ແລະ ເດັກນ້ອຍ. ຂະນະທີ່ອົງການປົກຄອງເມືອງໄຊທານີ ຢືນຢັນວ່າ ຍັງບໍ່ໄດ້ຮັບລາຍງານວ່າມີປະຊາຊົນ ໄດ້ຮັບຜົນກະທົບທາງສຸຂະພາບ ຫລື ຜົນເສຍຫາຍດ້ານອື່ນໆຈາກໄຟໄໝ້.