ໄທ ກຽມຈັດເກມແດງເດືອດ ແມນຢູ-ລີເວີພູລ ຄັ້ງທຳອິດໃນເອເຊຍ

ໄທ ກຽມຈັດເກມແດງເດືອດ ແມນຢູ-ລີເວີພູລ ຄັ້ງທຳອິດໃນເອເຊຍ -                                                                                       2022 02 02T143342 - ໄທ ກຽມຈັດເກມແດງເດືອດ ແມນຢູ-ລີເວີພູລ ຄັ້ງທຳອິດໃນເອເຊຍ
ໄທ ກຽມຈັດເກມແດງເດືອດ ແມນຢູ-ລີເວີພູລ ຄັ້ງທຳອິດໃນເອເຊຍ - kitchen vibe - ໄທ ກຽມຈັດເກມແດງເດືອດ ແມນຢູ-ລີເວີພູລ ຄັ້ງທຳອິດໃນເອເຊຍ

ໄທ ກຽມຈັດເກມແດງເດືອດ ແມນຢູ-ລີເວີພູລ ຄັ້ງທຳອິດໃນເອເຊຍ -                                                                                       2022 02 02T143342 - ໄທ ກຽມຈັດເກມແດງເດືອດ ແມນຢູ-ລີເວີພູລ ຄັ້ງທຳອິດໃນເອເຊຍ

ໄທຈະເປັນຄັ້ງທຳອິດໃນເອເຊຍ ແລະ ຄັ້ງທີ 2 ທີ່ຈັດເກມແດງເດືອດ ໂດຍຈະກຳນົດເອົາໄລຍະຕົ້ນລະດູການຂອງອັງກິດ.

ໄທ ກຽມຈັດເກມແດງເດືອດ ແມນຢູ-ລີເວີພູລ ຄັ້ງທຳອິດໃນເອເຊຍ - Visit Laos Visit SALANA BOUTIQUE HOTEL - ໄທ ກຽມຈັດເກມແດງເດືອດ ແມນຢູ-ລີເວີພູລ ຄັ້ງທຳອິດໃນເອເຊຍ

ພາຍຫລັງມີກະແສຂ່າວວ່າ ກໍລະນີທີ່ຈະມີຈັດບານເຕະນັດພິເສດ ‘‘ ເສິກແດງເດືອດ ’’  ລະຫວ່າງ ລີເວີພູລ ພົບກັບ ແມນເຊສເຕີ ຢູໄນເຕັດ ໃນປະເທດໄທ ໂດຍຜູ້ບໍລິຫານບໍລິສັດ ເຟຣສແອເຟສຕິວັລ ຈຳກັດ ຢືນຢັນວ່າໃຊ້ນັກເຕະຊຸດໃຫຍ່ ຄ່າປີ້ຄົນລະ 5,000 ບາດທຸກບ່ອນນັ່ງ.

ສຳລັບໂປຣແກຣມບານເຕະພຣີເມຍລີກໃນໄລຍະຕົ້ນລະດູການນັ້ນ ຫລັງປິດລະດູການ 2022/2023 ໃນເດືອນພຶດສະພາ ຈະມີໂປຣແກຣມຟີຟາເດ ໃນໄລຍະເດືອນມິຖຸນາ ກ່ອນຈະປ່ອຍໃຫ້ນັກເຕະໄດ້ພັກຜ່ອນໃນໄລຍະປິດລະດູການ ແລະ ຮຽກເຂົ້າສູນຝຶກຊ້ອມໄລຍະຕົ້ນເດືອນກໍລະກົດປີນີ້ ຈະມີການເກັບຕົວໄວຂຶ້ນກວ່າເກ່ົາ ເພາະບານເຕະພຣີເມຍລີກ ຈະກັບມາເປີດລະດູການຕັ້ງແຕ່ວັນທີ 6 ສິງຫາ ເຊິ່ງໄວຂຶ້ນກວ່າປົກກະຕິ ເພື່ອກຽມພັກຜ່ອນໄລຍະກາງລະດູການໃຫ້ກັບການແຂ່ງຂັນເຕະບານໂລກ 2022 ທີ່ປະເທດກາຕາ ໃນເດືອນພະຈິກ-ທັນວາ.

ຂະນະດຽວກັນ ສະໂມສອນໃນຢູໂຣບນັ້ນ ປະສົບບັນຫາການຈັດທົວກ່ອນລະດູການ ມາ 2 ປີ ຈາກການແຜ່ລະບາດຂອງໂຄວິດ-19 ແຕ່ຈາກສະຖານະການທີ່ຜ່ອນຄາຍຫລາຍຂຶ້ນ ເຮັດໃຫ້ຫລາຍສະໂມສອນເລີ່ມມີການວາງແຜນທີ່ຈະອອກມາຈັດເກມອຸ່ນເຄື່ອງຕ່າງປະເທດເພື່ອຫາລາຍໄດ້ເຂົ້າສະໂມສອນ.

ດັ່ງນັ້ນ ຫາກການແຂ່ງຂັນແດງເດືອດທີ່ປະເທດໄທ ສາມາດຈັດຂຶ້ນໄດ້ແທ້ ຈະເປັນຄັ້ງທີ 3 ທີ່ ທັງ 2 ທີມຕ້ອງອອກມພົບກັນນອກເກາະອັງກິດ ແລະ ຄັ້ງທຳອິດຂອງເອເຊຍນຳອີກ ໂດຍ 2 ຄັ້ງກ່ອນຫນ້ານີ້ ຈັດຂຶ້ນທີ່ປະເທດສະຫະລັດ ອາເມລິກາ ໃນລາຍການອິນເຕີເນຊັນແນລ ແຊ໊ມປຽນ ຄັບ ປີ 2014 ທີ່ ແມນເຊສເຕີ ຢູໄນເຕັດ ຊະນະ 3-1 ກ່ອນທີ່ຈະມາພົບກັນອີກເທື່ອຫນຶ່ງໃນລາຍການເກ່ົາປີ 2018 ລິເວີພູລ ຊະນະ 4-1 ແຕ່ກໍຈະເປັນຄັ້ງທຳອິດທີ່ຈັດກັນໃນທະວີບເອເຊຍນຳອີກ.

ໄທ ກຽມຈັດເກມແດງເດືອດ ແມນຢູ-ລີເວີພູລ ຄັ້ງທຳອິດໃນເອເຊຍ - 4 - ໄທ ກຽມຈັດເກມແດງເດືອດ ແມນຢູ-ລີເວີພູລ ຄັ້ງທຳອິດໃນເອເຊຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!