ປີ 2021 ພາສີປະຈໍາແຂວງສະຫວັນນະເຂດເກັບລາຍຮັບໄດ້ລື່ນແຜນ 168 ຕື້ກວ່າກີບ

ປີ 2021 ພາສີປະຈໍາແຂວງສະຫວັນນະເຂດເກັບລາຍຮັບໄດ້ລື່ນແຜນ 168 ຕື້ກວ່າກີບ - 1a2b3840 043d 4f55 bb53 d0800dc3b684 - ປີ 2021 ພາສີປະຈໍາແຂວງສະຫວັນນະເຂດເກັບລາຍຮັບໄດ້ລື່ນແຜນ 168 ຕື້ກວ່າກີບ
ປີ 2021 ພາສີປະຈໍາແຂວງສະຫວັນນະເຂດເກັບລາຍຮັບໄດ້ລື່ນແຜນ 168 ຕື້ກວ່າກີບ - kitchen vibe - ປີ 2021 ພາສີປະຈໍາແຂວງສະຫວັນນະເຂດເກັບລາຍຮັບໄດ້ລື່ນແຜນ 168 ຕື້ກວ່າກີບ

ວັນທີ 28 ມັງກອນ 2022 ຜ່ານມາ, ທີ່ຫ້ອງປະຊຸມຫ້ອງການ ພາສີປະຈຳແຂວງສະຫວັນນະເຂດ, ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານພາສີປະຈຳປີ 2021 ແລະ ວາງຄາດໝາຍສູ້ຊົນໃນການເກັບລາຍຮັບ ປະຈຳປີ 2022 ຂອງຂະແໜງພາສີປະຈຳແຂວງສະຫວັນນະເຂດ, ໂດຍການເປັນປະທານຂອງທ່ານ ພົມມະຈັກ ສີພັນດອນ ຫົວໜ້າພາສີປະຈຳແຂວງສະຫວັນນະເຂດ, ພ້ອມນັ້ນມີບັນດາຄະນະພາສີປະຈຳແຂວງ, ຫົວໜ້າດ່ານພາສີສາກົນ, ດ່ານປະເພນີ, ດ່ານທ້ອງຖິ່ນຕະຫຼອດເຖິງບັນດາຂະແໜງການອ້ອມຂ້າງພາສີແຂວງ ແລະ ພະນັກງານວິຊາການເຂົ້າຮ່ວມ.

ທ່ານ ສົມຈິດ ລາຊະວົງ ຮອງຫົວໜ້າພາສີປະຈຳແຂວງໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານການເກັບລາຍຮັບໃນຕະຫຼອດໄລຍະ 1 ປີຜ່ານມາ (2021) ໄດ້ຍົກໃຫ້ເຫັນໃນປີ 2021 ພາສີປະຈຳແຂວງສະຫວັນນະເຂດ ໄດ້ຮັບມອບໝາຍຕົວເລກແຜນລາຍຮັບຈາກກົມພາສີກະຊວງການເງິນຈຳນວນ 840 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດເກັບລາຍຮັບໄດ້ທັງໝົດ 932,1 ຕື້ກວ່າກີບເທົ່າກັບ 110,97% ຂອງແຜນການປີ, ທຽບໃສ່ໄລຍະດຽວກັບສົກປີກ່ອນເພີ່ມຂຶ້ນ 22,14% ຫຼື ເທົ່າກັບ 168,9 ຕື້ກວ່າກີບ.

ປີ 2021 ພາສີປະຈໍາແຂວງສະຫວັນນະເຂດເກັບລາຍຮັບໄດ້ລື່ນແຜນ 168 ຕື້ກວ່າກີບ - Visit Laos Visit SALANA BOUTIQUE HOTEL - ປີ 2021 ພາສີປະຈໍາແຂວງສະຫວັນນະເຂດເກັບລາຍຮັບໄດ້ລື່ນແຜນ 168 ຕື້ກວ່າກີບ

ໃນນັ້ນ, ໄດ້ຈາກການນຳເຂົ້ານ້ຳມັນເຊື້ອໄຟຈຳນວນ 457,42 ຕື້ກີບກວມ 49,07%, ອາຍແກສ໌ຈຳນວນ 23,29 ຕື້ກີບ,ເທົ່າກັບ 2,50%, ພາຫະນະເປັນຄັນ 103,78 ຕື້ກີບ, ເທົ່າກັບ 14,03%, ພາຫະນະເປັນສິ້ນສ່ວນຈຳນວນ 13,738 ຕື້ກີບເທົ່າກັບ 1,47%, ສິນຄ້ານຳເຂົ້າເພື່ອສົ່ງອອກຕໍ່ຈຳນວນ 96,25 ຕື້ກີບເທົ່າກັບ 10,33%, ຄ່າປັບໃໝ-ຂາຍເຄື່ອງຮິບຈຳນວນ 1,697 ຕື້ກີບເທົ່າກັບ 0,18%, ຄ່າທຳນຽມຕ່າງໆຈຳນວນ 128,30 ຕື້ກີບເທົ່າກັບ 13,76%, ເຄື່ອງອຸປະໂພກ-ບໍລິໂພກ ແລະ ອື່ນໆຈຳນວນ 80,305 ຕື້ກີບເທົ່າກັບ 8,65%.
ຊຶ່ງລາຍຮັບຕ່າງໆທີ່ກ່າວມານັ້ນໄດ້ຈາກ: ດ່ານສາກົນຂົວມິດຕະພາບ II ຈຳນວນ 741,755 ຕື້ກີບ, ໜ່ວຍງານທ່າບົກຈຳນວນ 37,420 ຕື້ກີບ, ດ່ານສາກົນແດນສະຫວັນຈຳນວນ 119,409 ຕື້ກີບ ແລະ ໜ່ວຍງານກວດກາພາສີ 33,52 ຕື້ ກີບ.

ຈາກນັ້ນ, ທ່ານ ສົມຈິດ ລາຊະວົງ ໃຫ້ຮູ້ຕື່ມວ່າການເກັບລາຍຮັບໃນໄລຍະ 12 ເດືອນຜ່ານມາ,ໂດຍລວມແລ້ວແມ່ນສາມາດປະຕິບັດໄດ້ລື່ນແຜນການ, ແຕ່ໃນການຈັດຕັ້ງປະຕິບັດຕົວຈິງຍັງມີບາງດ່ານ, ບາງພາກສ່ວນກໍ່ບໍ່ສາ ມາດປະຕິບັດໄດ້ຕາມແຜນ, ຊຶ່ງຕິດພັນກັບປັດໄຈຕ່າງໆຈຳນວນໜຶ່ງທັງໃນຕົວ ແລະ ນອກຕົວ. ສຳລັບແຜນປີ 2022 ພາສີປະຈຳແຂວງຈະໄດ້ສູ້ຊົນເກັບລາຍຮັບໃຫ້ໄດ້ຈຳນວນ 950 ຕື້ກີບ, ຕາມທີ່ກົມພາສີກະຊວງການເງິນທີ່ໄດ້ກຳນົດໃຫ້.

ໃນກອງປະຊຸມຄັ້ງນີ້, ບັນດາດ່ານສາກົນ ແລະ ໜ່ວຍງານກວດກາກໍ່ໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນທັງນີ້, ກໍເພື່ອຈະໄດ້ພ້ອມກັນປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າໃຫ້ໄດ້ຕາມແຜນການ ແລະລື່ນແຜນການທີ່ໄດ້ກຳນົດໄວ້.

ປີ 2021 ພາສີປະຈໍາແຂວງສະຫວັນນະເຂດເກັບລາຍຮັບໄດ້ລື່ນແຜນ 168 ຕື້ກວ່າກີບ - 5 - ປີ 2021 ພາສີປະຈໍາແຂວງສະຫວັນນະເຂດເກັບລາຍຮັບໄດ້ລື່ນແຜນ 168 ຕື້ກວ່າກີບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!