ສປປ ລາວ ສ້າງຕັ້ງສາຍພົວພັນການທູດ ກັບ ສາທາລະນະລັດ ບູຣູນດີ

ສປປ ລາວ ສ້າງຕັ້ງສາຍພົວພັນການທູດ ກັບ ສາທາລະນະລັດ ບູຣູນດີ - 273380693 4662817123840142 7959347746993739438 n - ສປປ ລາວ ສ້າງຕັ້ງສາຍພົວພັນການທູດ ກັບ ສາທາລະນະລັດ ບູຣູນດີ
ສປປ ລາວ ສ້າງຕັ້ງສາຍພົວພັນການທູດ ກັບ ສາທາລະນະລັດ ບູຣູນດີ - kitchen vibe - ສປປ ລາວ ສ້າງຕັ້ງສາຍພົວພັນການທູດ ກັບ ສາທາລະນະລັດ ບູຣູນດີ

ເພື່ອເປັນການເສີມຂະຫຍາຍ ສາຍພົວພັນການທູດກັບບັນດາປະເທດເພື່ອນມິດໃນທົ່ວໂລກ ພ້ອມທັງ ສົ່ງເສີມການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ບູຣູນດີ (Republic of Burundi), ໃນຕອນເຊົ້າຂອງ ວັນທີ 4 ກຸມພາ 2022 ຢູ່ທີ່ສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳອົງການສະຫະປະຊາຊາດ ທີ່ ນະຄອນ ນິວຢອກ, ສະຫະລັດ ອາເມລິກາ, ໄດ້ມີພິທີລົງນາມ ໃນຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ບູຣູນດີ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ອານຸພາບ ວົງໜໍ່ແກ້ວ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ, ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ບູຣູນດີ ແມ່ນ ທ່ານ ເຊຟີຣິນ ແມນິຣາຕັງກາ (H.E. Mr. Zéphyrin Maniratanga), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ບູຣູນດີ ປະຈໍາອົງການ ສປຊ ໄດ້ຮ່ວມລົງນາມໃນຖະແຫຼງການຮ່ວມຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວຂອງບັນດານັກການທູດຂອງທັງສອງຝ່າຍ.

ສປປ ລາວ ສ້າງຕັ້ງສາຍພົວພັນການທູດ ກັບ ສາທາລະນະລັດ ບູຣູນດີ - Republic of Burundi 1024x751 - ສປປ ລາວ ສ້າງຕັ້ງສາຍພົວພັນການທູດ ກັບ ສາທາລະນະລັດ ບູຣູນດີ

ສາທາລະນະລັດ ບູຣູນດີ ເປັນປະເທດ ຕັ້ງຢູ່ພາກຕາເວັນອອກ ຂອງທະວີບ ອາຟຣິກາ ໂດຍມີຊາຍແດນຕິດກັບ 03 ປະເທດຄື: ຣາວັນດາ (Rwanda), ຕານຊາເນຍ (Tanzania) ແລະ ສາທາລະນະລັດ ປະຊາທິປະໄຕ ກົງໂກ (D.R Congo), ມີເນື້ອທີ່ທັງ ໝົດແມ່ນ 27,834 km2 ແລະ ນະຄອນຫຼວງແມ່ນ ບູຈໍາບູຣາ (Bujumbura). ສ. ບູຣູນດີ ເຂົ້າເປັນສະມາ ຊິກຂອງອົງການ ສປຊ ໃນວັນທີ 18 ກັນຍາ 1962 ພາຍຫຼັງໄດ້ຮັບເອກະລາດຈາກ ແບນຊິກ ໃນວັນທີ 1 ກໍລະກົດ 1962 ແລະ ເປັນປະເທດໜຶ່ງ ໃນທະວີບ ອາຟຣິກກາ ທີ່ມີບົດບາດສົມຄວນ ໃນເວທີ ສປຊ, ຊຶ່ງເຄີຍໄດ້ຮັບການເລືອກຕັ້ງເປັນສະມາຊິກບໍ່ຖາວອນຂອງສະພາຄວາມຫມັ້ນຄົງ ສປຊ ຜ່ານມາແລ້ວ 01 ຄັ້ງ ໃນປີ 1970-1971, ເປັນສະມາຊິກສະພາເສດຖະກິດ-ສັງຄົມ 03 ຄັ້ງ (ໃນປີ 1972-1974, 1981-1983, 2002-2004) ແລະ ສະພາສິດທິມະນຸດ 01 ຄັ້ງໃນປີ 2016-2018 ແລະ ເຄື່ອນໄຫວຢ່າງຫ້າວຫັນໃນ ຂອບ ສປຊ ເປັນຕົ້ນແມ່ນ ໃນກຸ່ມປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ (LLDC), ກຸ່ມ 77+ຈີນ ແລະ ຂະບວນການບໍ່ຮ່ວມກຸ່ມ (NAM); ເປັນ 01 ໃນ 122 ປະເທດທີ່ໄດ້ປະກອບສ່ວນເຂົ້າໃນກອງກຳລັງຮັກສາສັນຕິພາບຂອງ ສປຊ. ການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສ. ບູຣູນດີ ແມ່ນຍຶຶດຖືຫຼັກການ ພາຍໃຕ້ກົດບັດ ສປຊ.

ສປປ ລາວ ສ້າງຕັ້ງສາຍພົວພັນການທູດ ກັບ ສາທາລະນະລັດ ບູຣູນດີ - Flag of Burundi - ສປປ ລາວ ສ້າງຕັ້ງສາຍພົວພັນການທູດ ກັບ ສາທາລະນະລັດ ບູຣູນດີ

ສ. ບູຣູນດີ ປະກອບມີປະທານາທິບໍດີ ເປັນປະມຸກລັດ ແລະ ນາຍົກລັດຖະມົນຕີ ເປັນຫົວໜ້າລັດຖະບານ; ມີປະຊາກອນປະມານ 12,2 ລ້ານ ຄົນ; ພາສາທາງການແມ່ນນຳໃຊ້ພາສາ ກີຣຸນດີ (Kirundi), ຝຣັ່ງ ແລະ ອັງກິດ; ຈໍານວນ 75% ຂອງປະຊາຊົນ ເຊື່ອຖື ສາສະໜາຄຣິສຕຽນ, 20% ແມ່ນເຊື່ອຖືຮີດຄອງແບບພື້ນເມືອງ ແລະ 5% ເຊື່ອຖືສາສະໜາມຸດສະລິມ. ເສດຖະກິດ ຂອງ ສ.ບູຣູນດີ ສ່ວນໃຫຍ່ແມ່ນ ອີງໃສ່ຂະແຫນງກະສິກຳເປັນຫລັກ ເຊິ່ງປະຊາກອນຫລາຍກວ່າ 90% ແມ່ນເຮັດການກະຊິກໍາ ເປັນຕົ້ນແມ່ນປູກ ກາເຟ, ຊາ, ນໍ້າຕານ, ຝ້າຍ, ເຂົ້າ ແລະ ສ່ວນໃຫຍ່ແມ່ນສົ່ງອອກກາເຟ. ສ. ບຸຣູນດີ ມີທີ່ຕັ້ງດ້ານພູມສາດທີ່ສຳຄັນ ແລະ ມີຄວາມຫຼາກຫຼາຍດ້ານຊັບພະຍາກອນທຳມະຊາດ ຊຶ່ງປະກອບດ້ວຍ ເຂດພູດອຍ, ຫນອງບຶງ, ນໍ້ຳຕົກຕາດ ແລະ ປ່າສະຫງວນແຫ່ງຊາດ ທີ່ໄດ້ຂຶ້ນທະບຽນເປັນມໍລະດົກໂລກທາງທຳມະຊາດນຳອົງການ UNESCO ແລະ ໄດ້ເຂົ້າໃນບັນຊີສະຖານທີ່ອະນຸລັກທາງທຳມະຊາດ ຂອງອົງການ IUCN.

ໃນໂອກາດດຽວກັນນີ້, ທັງສອງຝ່າຍ ຍັງໄດ້ຢືນຢັນຄືນໃນການສືບຕໍ່ຄວາມພະຍາຍາມຮ່ວມກັນ ເພື່ອເສີມຂະຫຍາຍການພົວພັນ ແລະ ຮ່ວມມືໃນດ້ານຕ່າງໆໃນຕໍ່ຫນ້າ, ລວມທັງ ການສະຫນັບສະຫນູນເຊິ່ງກັນ ແລະ ກັນ ໃນເວທີສາກົນ. ປັດຈຸບັນ, ສປປ ລາວ ພວມເຮັດຫນ້າທີ່ເປັນຮອງປະທານ ສະມັດຊາໃຫຍ່ອົງການ ສປຊ ສະໄຫມທີ 76 ແລະ ເພື່ອສືບຕໍ່ຍົກສູງຖານະບົດບາດຂອງຕົນໃນເວທີສາກົນ, ສປປ ລາວ ຍັງໄດ້ສະຫມັກເຂົ້າເປັນສະມາຊິກຂອງສະພາເສດຖະກິດ-ສັງຄົມ ສປຊ (ECOSOC) ສໍາລັບ ສົກປີ 2023-2025 ເປັນຄັ້ງທໍາອິດ. ການສ້າງຕັ້ງສາຍພົວພັນການທູດຄັ້ງນີ້ ແມ່ນເປັນການປະກອບສ່ວນໃຫ້ແກ່ ການຈັດຕັ້ງປະຕິບັດແນວທາງການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື” ອັນສະເໝີຕົ້ນສະເໝີປາຍ ຂອງ ສປປ ລາວ ແລະ ເຮັດໃຫ້ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີສາຍພົວພັນການທູດ ກັບ 148 ປະເທດ ໃນທົ່ວໂລກ.

ສປປ ລາວ ສ້າງຕັ້ງສາຍພົວພັນການທູດ ກັບ ສາທາລະນະລັດ ບູຣູນດີ - 5 - ສປປ ລາວ ສ້າງຕັ້ງສາຍພົວພັນການທູດ ກັບ ສາທາລະນະລັດ ບູຣູນດີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!