ເຈົ້າໜ້າທີ່ ທຳລາຍອາຫານແຊ່ແຂງ 28 ໂຕນ ທີ່ຢຶດໄດ້ຈາກການລັກລອບນຳເຂົ້າບໍ່ຖືກຕ້ອງ

ເຈົ້າໜ້າທີ່ ທຳລາຍອາຫານແຊ່ແຂງ 28 ໂຕນ ທີ່ຢຶດໄດ້ຈາກການລັກລອບນຳເຂົ້າບໍ່ຖືກຕ້ອງ - 6941333 e1644314418620 - ເຈົ້າໜ້າທີ່ ທຳລາຍອາຫານແຊ່ແຂງ 28 ໂຕນ ທີ່ຢຶດໄດ້ຈາກການລັກລອບນຳເຂົ້າບໍ່ຖືກຕ້ອງ
ເຈົ້າໜ້າທີ່ ທຳລາຍອາຫານແຊ່ແຂງ 28 ໂຕນ ທີ່ຢຶດໄດ້ຈາກການລັກລອບນຳເຂົ້າບໍ່ຖືກຕ້ອງ - kitchen vibe - ເຈົ້າໜ້າທີ່ ທຳລາຍອາຫານແຊ່ແຂງ 28 ໂຕນ ທີ່ຢຶດໄດ້ຈາກການລັກລອບນຳເຂົ້າບໍ່ຖືກຕ້ອງ

ອີງຕາມຄວາມສະຫງົບ ລາຍງານວ່າ: ໃນວັນທີ 7 ກຸມພາ 2022, ເຈົ້າໜ້າທີ່ກົມຕໍາຫລວດສິ່ງແວດລ້ອມ ກົມໃຫຍ່ຕໍາຫລວດ ກະຊວງ ປກສ ໄດ້ນໍາສິນຄ້າ ແຊ່ແຂງ ປະເພດທະເລ (ກຸ້ງ ແລະ ປາໝຶກ), ໄກ່ປອກ, ຊີ້ນໄກ່, ເຄື່ອງໃນໄກ່, ໝາກຫົວໃຈ ແລະ ອື່ນໆ ຈໍານວນ 27.767 ກິໂລກຣາມ ມູນຄ່າປະມານ 500ລ້ານກວ່າກີບທີ່ຢຶດໄດ້ຈາກບໍລິສັດທີ່ລັກລອບນໍາເຂົ້າໂດຍບໍ່ຖືກຕ້ອງໄປທໍາລາຍຖິ້ມຢູ່ສະຫນາມບໍາບັດຂີ້ເຫຍື້ອຫລັກ 32 ຕັ້ງຢູ່ບ້ານຜາສຸກ ເມືອງໄຊທານີ ນະຄອນຫລວງວຽງຈັນ ດ້ວຍຮູບການຝັ່ງ ດິນ ພ້ອມທັງປະສົມປູນຂາວ.

ພັອ ວັນເຮືອງ ຈັນທະພອນ ຫົວໜ້າກົມຕໍາຫລວດສິ່ງແວດລ້ອມ ໃຫ້ຮູ້ວ່າ: ໃນວັນທີ 3 ທັນວາ 2021 ຜ່ານມາ,  ໄດ້ມີກຸ່ມຄົນຈໍານວນໜຶ່ງກໍາລັງກະກຽມເຄື່ອນໄຫວນໍາເຂົ້າອາຫານແຊ່ແຂງປະເພດຊິ້ນສ່ວນສັດປີກທີ່ນໍາເຂົ້າບໍ່ຖືກຕ້ອງຈາກປະເທດໄທ ໂດຍຜ່ານດ່ານມິດຕະພາບແຂວງບໍລິຄໍາໄຊ ເພື່ອນໍາເຂົ້າມາຈໍາໜ່າຍໃນນະຄອນຫລວງວຽງຈັນ ຈຶ່ງໄດ້ແຕ່ງຕັ້ງພະນັກງານລົງພິສູດຕາມເສັ້ນທາງ ເລກທີ 13 ໃຕ້, ເສັ້ນທາງ 405, ເສັ້ນທາງບ້ານຄໍາສະຫວາດ ຈົນຮອດເວລາ 19:30 ໂມງ ກໍພົບເຫັນລົດ 6 ລໍ້ ຍີ່ຫໍ້ ISUZU ສີຂາວໝາຍ ເລກທະບຽນ ບດ 0681 ກໍາແພງນະຄອນ ປົກຜ້າບັດສີດໍາບັນທຸກສິນຄ້າແລ່ນຜ່ານເສັ້ນທາງຕະຫລາດໂນນໄຮ່ຄໍາ ຈຶ່ງໄດ້ຕິດຕາມລົດຄັນດັ່ງກ່າວໄປຈຶ່ງເຫັນວ່າລົດຄັນນັ້ນແມ່ນໄດ້ຈອດຢູ່ຕໍ່ໜ້າສາງເຢັນບ້ານຄຳສະຫວາດ ເມືອງໄຊເສດຖາ ຈຶ່ງໄດ້ນໍາກໍາລັງເຂົ້າກວດກາລົດ, ກວດກາສິນຄ້າ ແລະ ເອກະສານການ ອະນຸຍາດໃນການນໍາເຂົ້າສິນຄ້າ.

ເຈົ້າໜ້າທີ່ ທຳລາຍອາຫານແຊ່ແຂງ 28 ໂຕນ ທີ່ຢຶດໄດ້ຈາກການລັກລອບນຳເຂົ້າບໍ່ຖືກຕ້ອງ - Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່ ທຳລາຍອາຫານແຊ່ແຂງ 28 ໂຕນ ທີ່ຢຶດໄດ້ຈາກການລັກລອບນຳເຂົ້າບໍ່ຖືກຕ້ອງ

ไม่มีคำอธิบาย ເຈົ້າໜ້າທີ່ ທຳລາຍອາຫານແຊ່ແຂງ 28 ໂຕນ ທີ່ຢຶດໄດ້ຈາກການລັກລອບນຳເຂົ້າບໍ່ຖືກຕ້ອງ - 273181865 658133582278303 1407713952552858224 n - ເຈົ້າໜ້າທີ່ ທຳລາຍອາຫານແຊ່ແຂງ 28 ໂຕນ ທີ່ຢຶດໄດ້ຈາກການລັກລອບນຳເຂົ້າບໍ່ຖືກຕ້ອງ

ຜ່ານການກວດກາເບື້ອງຕົ້ນເຫັນວ່າ: ບໍ່ມີໃບຢັ້ງຢືນການເສຍພາສີປະຈໍາດ່ານ, ບໍ່ມີໃບອານຸຍາດເຂົ້າ ຊິ້ນສ່ວນສັດປີກຈາກກົມລ້ຽງສັດ ແລະ ການປະມົງ ແລະ ບໍ່ມີການຢັ້ງຢືນຄຸນນະພາບຈາກພະແນກອາຫານ ແລະ ຢາ ກະຊວງສາທາລະນະສຸກ, ເຊິ່ງມີພຽງແຕ່ໃບນໍາສົ່ງສິນຄ້າຂອງບໍລິສັດວັນລອງການຄ້າຂາອອກຂາເຂົ້າ ຈຶ່ງໄດ້ກັກສິນຄ້າໄວ້ເພື່ອລໍຖ້າເຈົ້າຂອງມາພົວພັນ.

ນາງ ຍົງແພງ ແກ້ວຄໍາສຽງ ເຈົ້າຂອງສິນຄ້າໄດ້ ໃຫ້ການວ່າ: ຕົນໄດ້ຊື້ສິນຄ້າປະເພດສິ້ນສ່ວນສັດປີກມາແຕ່ແຂວງບໍລິຄໍາໄຊ ເພື່ອນໍາມາຈໍາໜ່າຍໃນທ້ອງຕະຫລາດຢູ່ນະຄອນຫລວງວຽງຈັນ, ເຊິ່ງສິນຄ້າຈໍານວນດັ່ງກ່າວແມ່ນຊີ້ນໍາ ບໍລິສັດ ວັນລອງການຄ້າ ຂາອອກ-ຂາເຂົ້າ ຈໍາກັດ (ມີໃບບິນຊື້-ຂາຍ ແຕ່ບໍ່ມີລາຄາສິນຄ້າບໍ່ລະບຸເງິນ ແລະ ບໍ່ໄດ້ຈໍາກຈາກບໍລິສັດ) ຂຶ້ນມານະຄອນຫລວງວຽງຈັນ; ຈາກນັ້ນ, ຈຶ່ງນໍາໄປສົ່ງ ແລະ ຂາຍຕໍ່ໃຫ້ແມ່ຄ້າຕາມທ້ອງຕະຫລາດ, ຕົນເອງແມ່ນມີໃບທະບຽນວິສາຫະກິດ, ໃບອະນຸຍາດດໍາເນີນທຸລະກິດກະສິກໍາ-ປ່າໄມ້ ແລະ ໃບຢັ້ງຢືນສາງເຢັນເທົ່ານັ້ນ.

 

ເຈົ້າໜ້າທີ່ ທຳລາຍອາຫານແຊ່ແຂງ 28 ໂຕນ ທີ່ຢຶດໄດ້ຈາກການລັກລອບນຳເຂົ້າບໍ່ຖືກຕ້ອງ - 3 - ເຈົ້າໜ້າທີ່ ທຳລາຍອາຫານແຊ່ແຂງ 28 ໂຕນ ທີ່ຢຶດໄດ້ຈາກການລັກລອບນຳເຂົ້າບໍ່ຖືກຕ້ອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!