ກຸ່ມຕ້ານມາດຕະການຄຸມໂຄວິດລວມຕົວ ປະທ້ວງໜ້າລັດຖະສະພານິວຊີແລນ ໄດ້ແຮງບັນດານໃຈຈາກຜູ້ຊຸມນຸມການາດາ

ກຸ່ມຕ້ານມາດຕະການຄຸມໂຄວິດລວມຕົວ ປະທ້ວງໜ້າລັດຖະສະພານິວຊີແລນ ໄດ້ແຮງບັນດານໃຈຈາກຜູ້ຊຸມນຸມການາດາ -           - ກຸ່ມຕ້ານມາດຕະການຄຸມໂຄວິດລວມຕົວ ປະທ້ວງໜ້າລັດຖະສະພານິວຊີແລນ ໄດ້ແຮງບັນດານໃຈຈາກຜູ້ຊຸມນຸມການາດາ
ກຸ່ມຕ້ານມາດຕະການຄຸມໂຄວິດລວມຕົວ ປະທ້ວງໜ້າລັດຖະສະພານິວຊີແລນ ໄດ້ແຮງບັນດານໃຈຈາກຜູ້ຊຸມນຸມການາດາ - kitchen vibe - ກຸ່ມຕ້ານມາດຕະການຄຸມໂຄວິດລວມຕົວ ປະທ້ວງໜ້າລັດຖະສະພານິວຊີແລນ ໄດ້ແຮງບັນດານໃຈຈາກຜູ້ຊຸມນຸມການາດາ

ນິວຊີແລນເລີ່ມປະທ້ວງປິດຖະໜົນຕາມຮອຍການາດາ ປະກາດປັກຫລັກຈົນກວ່າຈະຍົກເລີກມາດຕະການຄຸມໂຄວິດ ນາຍົກລັດຖະມົນຕີຊີ້ບໍ່ແມ່ນຕົວແທນຂອງສຽງສ່ວນຫລາຍ.

ວັນທີ 8 ກຸມພາ 2022, ສຳນັກຂ່າວຣອຍເຕີ (Reuters) ລາຍງານວ່າ: ຜູ້ຊຸມນຸມຫລາຍຮ້ອຍຄົນເດີນຂະບວນ ແລະ ປິດຖະໜົນບໍລິເວນໜ້າອາຄານລັດຖະສະພານິວຊີແລນ ເພື່ອປະທ້ວງການບັງຄັບສັກວັກຊີນ ແລະ ການບັງຄັບໃຊ້ມາດຕະການເພື່ອຄຸມການລະບາດຂອງພະຍາດໂຄວິດ-19 ໂດຍມີການນຳເອົາລົດບັນທຸກ ແລະ ລົດແວນສຳລັບຕັ້ງແຄມມາຮ່ວມນຳ ເຊິ່ງເປັນຮູບແບບຄືກັບການປະທ້ວງຢູ່ການາດາ.

ກຸ່ມຕ້ານມາດຕະການຄຸມໂຄວິດລວມຕົວ ປະທ້ວງໜ້າລັດຖະສະພານິວຊີແລນ ໄດ້ແຮງບັນດານໃຈຈາກຜູ້ຊຸມນຸມການາດາ - Visit Laos Visit SALANA BOUTIQUE HOTEL - ກຸ່ມຕ້ານມາດຕະການຄຸມໂຄວິດລວມຕົວ ປະທ້ວງໜ້າລັດຖະສະພານິວຊີແລນ ໄດ້ແຮງບັນດານໃຈຈາກຜູ້ຊຸມນຸມການາດາ

ກຸ່ມຜູ້ຊຸມນຸມທີ່ເອີ້ນຕົນເອງວ່າ: “ຂະບວນແຫ່ງເສລີພາບ” ໄດ້ເດີນທາງມາຈາກຫລາຍຈຸດໃນນິວຊີແລນ ແລະ ລວມຕົວກັນໜ້າອາຄານລັດຖະສະພາໃນນະຄອນຫລວງເວລລິງຕັນ ຂອງນິວຊີແລນ ກ່ອນນາຍົກລັດຖະມົນຕີ ຈາຊິນດາ ອາເດິນ ຈະກ່າວສູນທອນພົດເປັນຄັ້ງທຳອິດຂອງປີ.

ຕາມລາຍງານລະບຸວ່າ: ຜູ້ຊຸມນຸມສ່ວນຫລາຍບໍ່ໄດ້ໃສ່ຜ້າປິດປາກ-ດັງ ແລະ ຖືປ້າຍເພື່ອຮຽກຮ້ອງເສລີພາບ ພ້ອມປະກາດວ່າ: ຈະປັກຫລັກຊຸມນຸມຈົນກວ່າມາດຕະການຄຸມໂຄວິດ-19 ຈະຖືກຍົກເລີກ.

ຫລັງຈາກຜູ້ຊຸມນຸມລວມຕົວປະທ້ວງ, ນາຍົກລັດຖະມົນຕີນິວຊີແລນໄດ້ອອກມາເປີດເຜີຍວ່າ: ຄົນກຸ່ມນີ້ບໍ່ແມ່ນຕົວແທນຂອງສຽງສ່ວນຫລາຍໃນສັງຄົມ ໂດຍເຊື່ອວ່າຊາວນິວຊີແລນສ່ວນຫລາຍໄດ້ພະຍາຍາມເຮັດທຸກຢ່າງເພື່ອຄວາມປອດໄພຂອງຄົນອື່ນໆ.

ໃນລະຫວ່າງການກ່າວຕໍ່ສະພາ, ນາຍົກລັດຖະມົນຕີ ອາເດິນ ບອກກັບສະມາຊິກສະພາຜູ້ແທນລາສະດອນວ່າ: ການລະບາດຂອງໂຄວິດ-19 ຈະບໍ່ຢຸດລົງຢູ່ສາຍພັນໂອມິຄຣອນ ແລະ ນິວຊີແລນຈະຕ້ອງກຽມຮັບມືເຊື້ອກາຍພັນໃໝ່ໃນປີນີ້.

ນິວຊີແລນຖືເປັນໜຶ່ງໃນປະເທດທີ່ມີການຄຸມໂຄວິດ-19 ຢ່າງເຂັ້ມງວດໃນໄລຍະ 2 ປີຜ່ານມາ ເພື່ອພະຍາຍາມຢຸດບໍ່ໃຫ້ເກີດການລະບາດຂອງເຊື້ອໄວຣັສ.

ນະໂຍບາຍດັ່ງກ່າວເຮັດໃຫ້ຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຢູ່ໃນລະດັບຕໍ່າ ໂດຍມີຜູ້ຕິດເຊື້ອປະມານ 18.000 ຄົນ ແລະ ມີຜູ້ເສຍຊີວິດຈາກໂຄວິດ 53 ຄົນ ຈາກຈຳນວນປະຊາກອນທັງໝົດ 5 ລ້ານຄົນ.

ອ້າງອີງ:

https://www.reuters.com/…/new-zealand-pm-warns-more…/

ກຸ່ມຕ້ານມາດຕະການຄຸມໂຄວິດລວມຕົວ ປະທ້ວງໜ້າລັດຖະສະພານິວຊີແລນ ໄດ້ແຮງບັນດານໃຈຈາກຜູ້ຊຸມນຸມການາດາ - 3 - ກຸ່ມຕ້ານມາດຕະການຄຸມໂຄວິດລວມຕົວ ປະທ້ວງໜ້າລັດຖະສະພານິວຊີແລນ ໄດ້ແຮງບັນດານໃຈຈາກຜູ້ຊຸມນຸມການາດາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!