ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ ຈັດພິທີເປີດ ອຸມົງທາງເຂົ້າ ເພື່ອເຈາະສຳຫຼວດບໍ່ແຮ່ໃຕ້ດິນ

ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ  ຈັດພິທີເປີດ ອຸມົງທາງເຂົ້າ ເພື່ອເຈາະສຳຫຼວດບໍ່ແຮ່ໃຕ້ດິນ - 46785648 feed 4a7c 858f c1e4d91aa8fa - ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ  ຈັດພິທີເປີດ ອຸມົງທາງເຂົ້າ ເພື່ອເຈາະສຳຫຼວດບໍ່ແຮ່ໃຕ້ດິນ
ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ  ຈັດພິທີເປີດ ອຸມົງທາງເຂົ້າ ເພື່ອເຈາະສຳຫຼວດບໍ່ແຮ່ໃຕ້ດິນ - kitchen vibe - ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ  ຈັດພິທີເປີດ ອຸມົງທາງເຂົ້າ ເພື່ອເຈາະສຳຫຼວດບໍ່ແຮ່ໃຕ້ດິນ

ວັນທີ 4 ກຸມພາ 2022 ກົງກັບ ມື້ຂຶ້ນ 3 ຄ່ຳ ເດືອນ 3 ລາວ ຜ່ານມານີ້, ຄະນະຜູ້ບໍລິຫານພ້ອມດ້ວຍພະນັກງານຂອງ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (ລຊມລ) ບໍ່ຄຳ-ທອງເຊໂປນ ໄດ້ຈັດພິທີຕາມຮີດຄອງປະເພນີ ເພື່ອສະເຫຼີມສະຫຼອງການເປີດ ອຸມົງທາງເຂົ້າ ເພື່ອເຈາະສຳຫຼວດບໍ່ແຮ່ໃຕ້ດິນ ຢູ່ ພາກສະໜາມບໍ່ຄຳ-ທອງ ເຊໂປນ. ໂຄງການດັ່ງກ່າວນີ້ ແນໃສ່ສ້າງບໍ່ແຮ່ໃຕ້ດິນທີ່ທັນສະໄໝແຫ່ງທຳອິດຢູ່ໃນ ສປປ ລາວ.

ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ  ຈັດພິທີເປີດ ອຸມົງທາງເຂົ້າ ເພື່ອເຈາະສຳຫຼວດບໍ່ແຮ່ໃຕ້ດິນ - fd902e55 f313 4b12 9258 13972ced915d 1024x682 - ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ  ຈັດພິທີເປີດ ອຸມົງທາງເຂົ້າ ເພື່ອເຈາະສຳຫຼວດບໍ່ແຮ່ໃຕ້ດິນ

ທ່ານ ພໍ ແຮຣິສ໌, ຜູ້ຈັດການໃຫຍ່ ລຊມລ ໄດ້ກ່າວວ່າ: “ໂຄງການຄຳ-ທອງເຊໂປນ ມີປະຫວັດສາດການຂຸດຄົ້ນບໍ່ແຮ່ ມາຫຼາຍພັນປີ. ການພັດທະນາໃໝ່ນີ້ ຈະຍືດອາຍຸຂອງບໍ່ຄຳ-ທອງ ເຊໂປນ ດ້ວຍ ອຸປະກອນທີ່ທັນສະໄໝ ແລະ ເຕັກນິກການຂຸດຄົ້ນບໍ່ແຮ່ທີ່ນຳໜ້າໃນໂລກ.”
ລຊມລ ຈະນຳເອົາຊ່ຽວຊານ ກໍຄື ຄວາມຊຳນິຊຳນານ ແລະ ອຸປະກອນທີ່ມີຄຸນຄ່າ ມານຳໃຊ້ເຂົ້າໃນໂຄງການຢູ່ ສປປ ລາວ ແລະ ໝັ້ນໃຈວ່າ ໂຄງການດັ່ງກ່າວຈະປະສົບຜົນສຳເລັດ. ວຽກງານສຳຫຼວດ ຢູ່ ບໍ່ໃຕ້ດິນ ແມ່ນຈະເລີ່ມໃນເໝືອງເກົ່າ ຢູ່ ບໍ່ຄຳ-ທອງ ເຊໂປນ. ລຊມລ ພວມປຶກສາຫາລືກັບ ຂະແໜງການພາກລັດທີ່ກ່ຽວຂ້ອງ ກ່ຽວກັບ ລາຍລະອຽດ ແລະ ຜົນກະທົບຕ່າງໆທີ່ອາດເກີດຂຶ້ນ.
ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ  ຈັດພິທີເປີດ ອຸມົງທາງເຂົ້າ ເພື່ອເຈາະສຳຫຼວດບໍ່ແຮ່ໃຕ້ດິນ - fd902e55 f313 4b12 9258 13972ced915d 1024x682 - ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ  ຈັດພິທີເປີດ ອຸມົງທາງເຂົ້າ ເພື່ອເຈາະສຳຫຼວດບໍ່ແຮ່ໃຕ້ດິນ

ທ່ານ ພໍ ແຮຣິສ໌ ໄດ້ກ່າວຕື່ມວ່າ: “ຂ້າພະເຈົ້າມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ ລຊມລ ໄດ້ປະກອບສ່ວນຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນ ສປປ ລາວ. ບໍລິສັດແມ່ ຊືເຟິງ ຂຸດຄົ້ນຄຳ ໄດ້ລົງທຶນມະຫາສານເຂົ້າໃນໂຮງງານ ແລະ ອຸປະກອນ ເພື່ອໃຫ້ສາມາດກັບຄືນມາຜະລິດ ແລະ ຂະຫຍາຍການຜະລິດຄຳ ຢູ່ ໂຄງການຄຳ-ທອງເຊໂປນ. ຂ້າພະເຈົ້າແນ່ໃຈວ່າ ໂຄງການບໍ່ແຮ່ໃຕ້ດິນນີ້ ຈະເປັນຕົວຢ່າງທີ່ດີສຳລັບຜູ້ປະກອບການຂຸດຄົ້ນບໍ່ແຮ່ອື່ນໆໃນປະເທດ ແລະ ຈະເປັນໂອກາດໃຫ້ ພັດທະນາຊັບພະຍາກອນແຮ່ທາດຢູ່ພາກສະໜາມອື່ນໆຢ່າງຍືນຍົງດ້ວຍການນຳໃຊ້ເຕັກນິກທີ່ຄ້າຍຄືກັນນີ້.”

ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ  ຈັດພິທີເປີດ ອຸມົງທາງເຂົ້າ ເພື່ອເຈາະສຳຫຼວດບໍ່ແຮ່ໃຕ້ດິນ - Visit Laos Visit SALANA BOUTIQUE HOTEL - ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ  ຈັດພິທີເປີດ ອຸມົງທາງເຂົ້າ ເພື່ອເຈາະສຳຫຼວດບໍ່ແຮ່ໃຕ້ດິນ
ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ  ຈັດພິທີເປີດ ອຸມົງທາງເຂົ້າ ເພື່ອເຈາະສຳຫຼວດບໍ່ແຮ່ໃຕ້ດິນ - 5 - ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ  ຈັດພິທີເປີດ ອຸມົງທາງເຂົ້າ ເພື່ອເຈາະສຳຫຼວດບໍ່ແຮ່ໃຕ້ດິນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!