ປະຫວັດການເປັນມາວັນແຫ່ງຄວາມຮັກ 14 ກຸມພາ


ບົດຄວາມ: ລາວພັດທະນາ
ຫ່າງຈາກນີ້ດົນນານແລ້ວ, ແຕ່ສະຕະວັດທີ່ 3 ກ່ອນຕະສັກກະລາດ. ເພື່ອຮັບປະກັນໃຫ້ການປົກຄອງຂອງຕົນໃນດິນແດນແຫ່ງໃໝ່ໃຫ້ມີຄວາມໝັ້ນຄົງ, ເພື່ອໃຫ້ຊາຍສະກັນທີ່ເຮັດໜ້າທີ່ເປັນຮົ້ວປ້ອງກັນຊາດຢູ່ແນວໜ້າ ບໍ່ມີຄວາມກັງວົນນໍາລູກເມຍ, ຄອບຄົວ ທີ່ຢູ່ທາງຫຼັງ, ມະຫາເຈົ້າຊີວິດຈັກະພັດ ໂຣມັນ Claudius ຈຶ່ງໄດ້ອອກລະບຽບການທີ່ເຂັ້ມງວດວ່າ: ຫ້າມຜູ້ຊາຍເອົາເມຍ ແລະ ແມ່ນແຕ່ຮັກຊື່ໆ ກໍບໍ່ໄດ້.
ໂດຍເຫັນອົກເຫັນໃຈຄວາມຮັກຂອງຄູ່ບ່າວສາວຄູ່ໜຶ່ງ, ຄຸນພໍ່ໃນວັງເຈົ້າຊີວິດໄດ້ລັກແຕ່ງງານລັບໃຫ້ກັບຄູ່ບ່າວສາວຄູ່ດັ່ງກ່າວ. ພໍແຕ່ງງານແຕ່ງສິ່ນສຸດລົງ ພວກສາລະວັດທະຫານກໍໄດ້ບຸກເຂົ້າໄປໃນງານ, ຄູ່ບ່າວສາວແຕ່ງງານໃໝ່ ໄດ້ເອົາຕົວຫຼົບໜີທັນ, ສ່ວນຄຸນພໍ່ຖືກພວກສາລະຫສັດທະຫານຈັບຕົວໄປໃສ່ຄຸກມືດ ເພື່ອລໍຖ້າມື້ອອກໄປຍິງເປົ້າ. ໃນຂະນະທີ່ຢູ່ໃນຄຸກມືດນັ້ນ ຄຸນພໍ່ຍັງສືບຕໍ່ບັນຍາຍບົດຮຽນຄວາມຮັກເປັນປະຈຳ. ການສົນທະນາຂອງເພີ່ນກັບລູກສາວຜູ້ການດູແລຄຸກນັ້ນ ໄດ້ເຮັດໃຫ້ນາງເກີດຄວາມຮູ້ສຶກກ່ຽວກັບຄວາມຮັກອັນເລິກເຊິ່ງ, ນາງໄດ້ໃຫ້ການຊ່ວຍເຫຼືອຄຸນພໍ່ລັກແຕ່ງງານໃຫ້ກັບຄູ່ບ່າວສາວຫຼາຍຄູ່ໃນຄຸກມືດ
ໃນມື້ທີ່ຄຸນພໍ່ອອກຈາກຄຸກໄປສະໜາມຍິງເປົ້າ, ຄຸນພໍ່ໄດ້ຂຽນຄວາຂອບໃຈຕໍ່ນາງສາວລູກຜູ້ການວ່າເປັນເພື່ອນທີ່ດີ ແລະ ບໍລິສຸດ. ທ່ານໄດ້ລົງນາມໄວ້ໃນ ສະໝຸດປຶ້ມຄວາມຮັກ “Valentine” ຂອງນາງສາວລູກຜູ້ການ, ໃນວັນທີ 14 ກຸມພາ ປີ 269 ກ່ອນຕະສັກກະລາດ.