ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບວົງແຄບ ທີ່ ພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ


ວັນທີ 17 ກຸມພາ 2022, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບວົງແຄບ, ຊຶ່ງເປັນກອງປະຊຸມທຳອິດໃນລະດັບລັດຖະມົນຕີການຕ່າງປະເທດ ພາຍໃຕ້ການເປັນປະທານອາຊຽນຂອງ ກໍາປູເຈຍ ໃນປີ 2022 ຈັດຂຶ້ນໃນຮູບແບບປະສົມ ໂດຍມີການເຂົ້າຮ່ວມ ແບບເຊິ່ງໜ້າ ທີ່ພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ ແລະ ເຂົ້າຮ່ວມ ແບບທາງໄກ. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາ ທິການໃຫຍ່ອາຊຽນ.
ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາຄໍາຕົກລົງຂອງຜູ້ນໍາອາຊຽນໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງຜ່ານມາ ເປັນຕົ້ນແມ່ນ ການກະ ກຽມຮ່າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025, ການຈັດຕັ້ງປະຕິບັດແຜນຟື້ນຟູຮອບດ້ານຂອງອາຊຽນ, ຂໍ້ຕົກລົງແລວການເດີນທາງອາຊຽນ ແລະ ອື່ນໆ.
ກອງປະຊຸມ ຍັງໄດ້ປຶກສາຫາລື ແລະ ສະໜັບສະໜູນບູລິມະສິດ ສໍາລັບການເປັນປະທານອາຊຽນ ຂອງກໍາປູເຈຍ ພາຍໃຕ້ຄໍາຂວັນ: “ອາຊຽນ: ແກ້ໄຂສິ່ງທ້າທາຍຮ່ວມກັນ (ASEAN A.C.T.: Addressing Challenges Together)” ເຊັ່ນ:
1). ການຮັດແໜ້ນຄວາມເປັນແກນກາງອາຊຽນໃນໂຄງສ້າງພາກພື້ນ ເພື່ອປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມສົມບູນພູນສຸກ; ການຮ່າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025 ແລະ ການບັນລຸການພັດທະນາແບບຍືນຍົງ; ການສົ່ງເສີມການປະກອບສ່ວນຂອງພາກພື້ນຕໍ່ສາກົນ; ການຮັດແໜ້ນ ແລະ ຂະຫຍາຍການຮ່ວມມືກັບຄູ່ຮ່ວມມືພາຍນອກ ແລະ ອື່ນໆ;
2). ການເລັ່ງລັດຄວາມພະຍາຍາມໃນການຟື້ນຟູຈາກພະຍາດໂຄວິດ-19; ການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການເຊື່ອມໂຍງພາກພື້ນ; ການຮັກສາລະ ດັບການຂະຫຍາຍຕົວດ້ານເສດຖະກິດ ແລະ ຄວາມສົມບູນພູນສຸກໃນໄລຍະຍາວ;
3). ການເສີມຂະຫຍາຍຄຸນຄ່າ, ຄວາມຮັບຮູ້ ແລະ ເອກະລັກຂອງອາຊຽນ; ການສົ່ງເສີມການພັດທະນາຊັບພະຍາກອນມະນຸດ ແລະ ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ; ການສົ່ງເສີມດ້ານສຸຂະພາບ, ຊີວິດການເປັນຢູ່ທີ່ດີ ແລະ ການປົກປ້ອງສັງຄົມຂອງປະຊາຊົນອາຊຽນ.
ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບການຮ່ວມມື ລະຫວ່າງ ອາຊຽນ ກັບພາຍນອກ ລວມທັງການກະກຽມໃຫ້ແກ່ການຈັດກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມື ລະຫວ່າງ ອາຊຽນ ກັບ ຄູ່ເຈລະ ຈາ ແລະ ບັນຫາອື່ນໆ. ໃນໂອກາດນີ້, ບັນດາລັດຖະມົນຕີຕ່າງປະເທດອາຊຽນ ໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ ກ່ຽວກັບມຽນມາ ແລະ ຍັງໄດ້ປຶກສາຫາລືບັນຫາພາກພື້ນ ແລະ ສາກົນ.
ໃນກອງປະຊຸມຄັ້ງນີ້ ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດການເປັນປະທານອາຊຽນຂອງ ບຣູໄນ ດາຣູຊາລາມ ໃນປີ 2021 ກໍຄືຄວາມຄືບໜ້າໃນການຈັດຕັ້ງຜັນຂະຫຍາຍບັນດາຄໍາຕົກລົງຂອງຜູ້ນໍາອາຊຽນ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ພ້ອມທັງ ສະແດງຄວາມຊົມເຊີຍຕໍ່ການຮັບໜ້າທີ່ເປັນປະທານອາຊຽນ ສໍາລັບປີ 2022 ຂອງ ຣາຊະອານາຈັກ ກໍາປູເຈຍ ແລະ ໄດ້ຢໍ້າຄືນການສະໜັບສະໜູນຢ່າງເຕັມປ່ຽມຂອງ ສປປ ລາວ ຕໍ່ການເປັນປະທານອາຊຽນຂອງ ກໍາປູເຈຍ ກໍຄືບັນ ດາບູລິມະສິດທີ່ວາງອອກສໍາລັບປີ 2022.
ໃນໂອກາດນີ້ ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ຢໍ້າຄືນການສະໜັບສະໜູນຂອງ ສປປ ລາວ ຕໍ່ບົດບາດ ແລະ ຄວາມພະຍາຍາມຂອງກໍາປູເຈຍ ໃນການຊອກຫາຊ່ອງທາງແກ້ໄຂບັນຫາໃນມຽນມາ ບົນພື້ນຖານການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ.