ເຣອັນ ມາດຣິດ-ແມນເຊສເຕີ ຢູໄນເຕັດ ເປີດເສິກຍາດ ໂປເຊດຕີໂນ

ເຣອັນ ມາດຣິດ-ແມນເຊສເຕີ ຢູໄນເຕັດ ເປີດເສິກຍາດ ໂປເຊດຕີໂນ - dFQROr7oWzulq5Fa4MVZ2cS9CyfxlyuORqU83il10PKPH1CPdLB0yIAmDaS3ZhK8hWK - ເຣອັນ ມາດຣິດ-ແມນເຊສເຕີ ຢູໄນເຕັດ ເປີດເສິກຍາດ ໂປເຊດຕີໂນ
ເຣອັນ ມາດຣິດ-ແມນເຊສເຕີ ຢູໄນເຕັດ ເປີດເສິກຍາດ ໂປເຊດຕີໂນ - kitchen vibe - ເຣອັນ ມາດຣິດ-ແມນເຊສເຕີ ຢູໄນເຕັດ ເປີດເສິກຍາດ ໂປເຊດຕີໂນ

ເຣອັນ ມາດຣິດ-ແມນເຊສເຕີ ຢູໄນເຕັດ ເປີດເສິກຍາດ ໂປເຊດຕີໂນ - dFQROr7oWzulq5Fa4MVZ2cS9CyfxlyuORqU83il10PKPH1CPdLB0yIAmDaS3ZhK8hWK - ເຣອັນ ມາດຣິດ-ແມນເຊສເຕີ ຢູໄນເຕັດ ເປີດເສິກຍາດ ໂປເຊດຕີໂນ

ແມນເຊສເຕີ ຢູໄນເຕັດ ຕ້ອງພົບກັບຄູ່ແຂ່ງໃນການເຈລະຈາຄວ້າຜູ້ຈັດການທີມຊາວອາເຈນຕີນາຄຸມທີມລະດູການຫນ້າ ຫລັງທີມໃຫຍແຫງ ລາ ລີກາ ກໍສົນໃສຜູ້ຈັດການທີມຄົນນີ້ເຊ່ັນດຽວກັນ.

ເຣອັນ ມາດຣິດ-ແມນເຊສເຕີ ຢູໄນເຕັດ ເປີດເສິກຍາດ ໂປເຊດຕີໂນ - Visit Laos Visit SALANA BOUTIQUE HOTEL - ເຣອັນ ມາດຣິດ-ແມນເຊສເຕີ ຢູໄນເຕັດ ເປີດເສິກຍາດ ໂປເຊດຕີໂນ

ແມນເຊສເຕີ ຢູໄນເຕັດ ພວມຢູ່ລະຫວ່າງການສັນຫາຜູ້ຈັດການທີມຄົນໃຫມ່ທີ່ຈະເຂົ້າມາຮັບຫນ້າທີ່ຕໍ່ຈາກ ຣາຟ ຣັງນິກ ໃນລະດູການຫນ້າ ເຊິ່ງຂະນະນີ້ເຫລືອພຽງ 2 ຄົນເທົ່ານັ້ນທີ່ມີຄວາມຫວັງເປັນໄປໄດ້ໄດ້ແກ່ ເມົາຣີຊີໂອ ໂປເຊດຕີໂນ ຂອງ ປາຣີສ ແຊງ ແຊັກແມັງ ແລະ ເອຣິກ ເທນ ຮາກ ຂອງ ອາແຈັກ.

ແຕ່ຫລ້າສຸດ ເດລີ ເມລ ສື່ຊື່ດັງຂອງອັງກິດລະບຸວ່າ ແມນເຊສເຕີ ຢູໄນເຕັດ ພວມພົບກັບຄູ່ແຂ່ງຄົນສຳຄັນໃນການໃຫ້ຄວາມສົນໃຈ ໂປເຊດຕີໂນ ຄຸມທີມ ເນື່ອງຈາກ ເຣອັນ ມາດຣິດ ກໍຫມາຍຕາຜູ້ຈັດການທີມຫນຸ່ມອາຍຸ 49 ປີຄົນນີ້ເອົາໄວ້ເຊ່ັນດຽວກັນ.

ລາຍງານລະບຸວ່າ ເຣອັນ ມາດຣິດ ອາດມີຄວາມປ່ຽນແປງຜູ້ຈັດການທີມອີກ ເນື່ອງຈາກ ຄາໂລ ອັນເຊລັອດຕິ ຍັງສ້າງຜົນງານໄດ້ບໍ່ຫນ້າປະທັບໃຈ ເຖິງວ່າຈະສາມາດພາທີມຍຶດຕຳແຫນ່ງຜູ້ນຳ ໂດຍມີຄະແນນຫນີຫ່າງອັນດັບ 2 ເຊບີຢາ ເຖິງ 6 ຄະແນນກໍຕາມ.

ອີກຢ່າງຫນຶ່ງ ອັນເຊລັອດຕິ ມີເລື່ອງທີ່ບໍ່ຄ່ອຍດີກັບ ຟລໍເຣນຕີໂນ ເປເຣສ ປະທານສະໂມສອນນຳອີກ.

ສຳລັບ ໂປເຊັດຕີໂນ ເຄີຍເປັນຫນຶ່ງໃນຕົວເລືອກທີ່ອາດຖືກດຶງມາຄຸມທີມ ເຣອັນ ມາດຣິດ ຕໍ່ຈາກ ຊີເນດິນ ຊີດານ ໃນໄລຍະກ່ອນນີ້ ກ່ອນທີ່ສຸດທ້າຍຄະນະບໍລິຫານຈະຕັດສິນໃຈເລືອກ ອັນເຊລັອດຕິ ມາຄຸມທີມແທນໃນທີ່ສຸດ.

ເຣອັນ ມາດຣິດ-ແມນເຊສເຕີ ຢູໄນເຕັດ ເປີດເສິກຍາດ ໂປເຊດຕີໂນ - 3 - ເຣອັນ ມາດຣິດ-ແມນເຊສເຕີ ຢູໄນເຕັດ ເປີດເສິກຍາດ ໂປເຊດຕີໂນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!