ເດ ເຄອາ ຮັບປະກັນຄວ້າ ຖົງມືຄຳ ພຣີເມຍລີກລະດູການນີ້ແນ່ນອນແລ້ວ

ເດ ເຄອາ ຮັບປະກັນຄວ້າ ຖົງມືຄຳ ພຣີເມຍລີກລະດູການນີ້ແນ່ນອນແລ້ວ - 22 1 - ເດ ເຄອາ ຮັບປະກັນຄວ້າ ຖົງມືຄຳ ພຣີເມຍລີກລະດູການນີ້ແນ່ນອນແລ້ວ
ເດ ເຄອາ ຮັບປະກັນຄວ້າ ຖົງມືຄຳ ພຣີເມຍລີກລະດູການນີ້ແນ່ນອນແລ້ວ - kitchen vibe - ເດ ເຄອາ ຮັບປະກັນຄວ້າ ຖົງມືຄຳ ພຣີເມຍລີກລະດູການນີ້ແນ່ນອນແລ້ວ

ເດ ເຄອາ ຮັບປະກັນຄວ້າ ຖົງມືຄຳ ພຣີເມຍລີກລະດູການນີ້ແນ່ນອນແລ້ວ - 22 1 - ເດ ເຄອາ ຮັບປະກັນຄວ້າ ຖົງມືຄຳ ພຣີເມຍລີກລະດູການນີ້ແນ່ນອນແລ້ວ

ດາບິດ ເດ ເຄອາ ຜູ້ຮັກສາປະຕູຂອງ ແມນເຊສເຕີ ຢູໄນເຕັດ ຄວ້າລາງວັນຖົງມືຄຳ ຂອງພຣີເມຍລີກ ປະຈຳດູການ 2022-23 ເປັນທີ່ຮຽບຮ້ອຍ.

ເດ ເຄອາ ຮັບປະກັນຄວ້າ ຖົງມືຄຳ ພຣີເມຍລີກລະດູການນີ້ແນ່ນອນແລ້ວ - Visit Laos Visit SALANA BOUTIQUE HOTEL - ເດ ເຄອາ ຮັບປະກັນຄວ້າ ຖົງມືຄຳ ພຣີເມຍລີກລະດູການນີ້ແນ່ນອນແລ້ວ

ຜູ້ຮັກສາປະຕູຊາວສະເປນ ເກັບຄລິນຊີດ ເປັນນັດທີ 16 ຂອງລະດູການ ໃນເກມທີ່ ແມນຢູ ເປີດບ້ານຊະນະ ວູບແຮມຕັນ ວັນເດີເຣີ 2-0 ເມື່ອວັນເສົາທີ່ຜ່ານມາ ແລະ ຈະເປັນການຄວ້າລາງວັນສະໄຫມທີສອງ.

ນັບເປັນລະດູການທີ່ປັ່ນປ່ວນສຳລັບມືກາວອາຍຸ 32 ປີ ເຊິ່ງອະນາຄົດໃນຖິ່ນ ໂອນ ແທຣ໊ຟຟອດ ເປັນເຄື່ອງຫມາຍຄຳຖາມກ່ອນຕະຫລາດຊື້ຂາຍນັກເຕະລະດູການນີ້ໃກ້ເຂົ້າມາ.

ແນວໃດກໍຕາມ ເດ ເຄອາ ກໍບໍ່ຍອມປ່ອຍໃຫ້ອະນາຄົດທີ່ສັ່ນຄອນສົ່ງຜົນກະທົບຕໍ່ຜົນງານຂອງຕົນເອງນັກໃນລະດູການນີ້ ແລະ ມີລາຍງານວ່າລາວພ້ອມທີ່ຈະເຊັນສັນຍາສະບັບໃຫມ່ກັບສະໂມສອນ.

ສະຖິຕິຄລິນຊິດຂອງລາວເຮັດໃຫ້ ເດ ເຄອາ ຄອງອັນດັບ 1 ຂອງທຳນຽບຄລິນຊິດຫລາຍທີ່ສຸດຂອງພຣີເມຍລີກ ແຕ່ລາວຍັງບໍ່ຮັບປະກັນວ່າຈະຄວ້າມັນແບບດ່ຽວ.

ຍັງມີຜູ້ຮັກສາປະຕູອີກ 3 ຄົນທີ່ສາມາດຮູ້ ເດ ເຄອາ ໄດ້ແຕ່ໂອກາດທີ່ຈະເກີດຂຶ້ນນັ້ນຫນ້ອຍຫລາຍ.

ອາຣອນ ແຮມສເດລ, ນິກ ໂປບ ແລະ ອະລິດຊອນ ເບັກເກີ ເກັບຄລິນຊິດໄດ້ທັງຫມົດ 13 ນັດ ໂດຍເຫລືອອີກ 3 ນັດ ຫາກວ່າ ເດ ເຄອາ ເສຍປະຕູຕະຫລອດ 3 ເກມສຸດທ້າຍ ແລະ ມີຜູ້ຮັກສາປະຕູຄົນໃດຄົນຫນຶ່ງໃນ 3 ຄົນນັ້ນ ເກັບຄລິນຊິດໄດ້ທີ່ເຫລືອ ພວກເຂົາກໍຈະແບ່ງລາງວັນຮ່ວມກັບ ເດ ເຄອາ.

ມັນຈະເປັນຄັ້ງທີ 2 ທີ່ ເດ ເຄອາ ຄວ້າລາງວັນນີ້ ໂດຍກ່ອນໜ້ານີ້ເຄີຍໄດ້ມາແລ້ວໃນໄລຍະລະດູການ 2017-18.

ເດ ເຄອາ ຮັບປະກັນຄວ້າ ຖົງມືຄຳ ພຣີເມຍລີກລະດູການນີ້ແນ່ນອນແລ້ວ - 3 - ເດ ເຄອາ ຮັບປະກັນຄວ້າ ຖົງມືຄຳ ພຣີເມຍລີກລະດູການນີ້ແນ່ນອນແລ້ວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!