ກິນຜັກກະລໍ່າສຸກດີກວ່າກິນດິບ
August 4, 2017 - 4:18 PM


ຜັກກະລໍ່າ ເປັນຜັກທີ່ມີວິຕາມິນເຊຫລາຍ ຊ່ວຍຂັດຂວາງການເກີດພະຍາດມະເຮັງໄດ້ ແລະ ໄລ່ສານພິດອອກຈາກຮ່າງກາຍ, ຊ່ວຍໃຫ້ຕັບເຮັດວຽກໄດ້ດີຂຶ້ນ, ຊ່ວຍເຄືອບກະເພາະອາຫານ, ກະຕຸ້ນການເຮັດວຽກຂອງລຳໄສ້ໃຫຍ່ ທັງຍັງຊ່ວຍເພີ່ມສານກລູຕາ ໄທໂອນໃຫ້ແກ່ຮ່າງກາຍນຳອີກ.
ແຕ່ຜັກກະລໍ່າດິບໆກໍສົ່ງຜົນຮ້າຍຕໍ່ສຸຂະພາບໄດ້ຄືກັນ ເພາະຜັກກະລໍ່າດິບມີສານ Goitrogen ເຊິ່ງມີຜົນເຮັດໃຫ້ຕ່ອມໄທຣອຍບໍ່ຈັບກັບໄອໂອດີນ ສົ່ງຜົນໃຫ້ບໍ່ເກີດການສ້າງ Thyroscine ເປັນບໍ່ເກີດຂອງພະຍາດຄໍໜຽງ ເມື່ອກິນໃນປະລິມານຫລາຍຕິດຕໍ່ກັນເປັນເວລາດົນ, ແຕ່ສານຊະນິດນີ້ຈະຖືກທຳລາຍໄດ້ໂດຍການເອົາຜັກກະລໍ່າໄປຜ່ານການປຸງແຕ່ງໂດຍຄວາມຮ້ອນໃຫ້ສຸກດີກ່ອນຈຶ່ງກິນ.