ຖ້າຖືເອົາມັນຕົ້ນເປັນພືດເສດຖະກິດ ແລະ ລາຍໄດ້ ອາດແລກມາດ້ວຍເນື້ອທີ່ປ່າໄມ້ອັນມະຫາສານ

ຈາກທີ່ເຄີຍເປັນປ່າດົງ ອາດຄົງເຫລືອໄວ້ແຕ່ປ່າມັນຕົ້ນ - 273824768 327260829355023 6888187998112667134 n - ຖ້າຖືເອົາມັນຕົ້ນເປັນພືດເສດຖະກິດ ແລະ ລາຍໄດ້ ອາດແລກມາດ້ວຍເນື້ອທີ່ປ່າໄມ້ອັນມະຫາສານ
ຈາກທີ່ເຄີຍເປັນປ່າດົງ ອາດຄົງເຫລືອໄວ້ແຕ່ປ່າມັນຕົ້ນ - kitchen vibe - ຖ້າຖືເອົາມັນຕົ້ນເປັນພືດເສດຖະກິດ ແລະ ລາຍໄດ້ ອາດແລກມາດ້ວຍເນື້ອທີ່ປ່າໄມ້ອັນມະຫາສານ

ໂດຍ: ມຶກບໍ່ແຫ້ງ
ມັນຕົ້ນໄດ້ກາຍເປັນສິນຄ້າທີ່ມີລາຄາສາມາດສ້າງລາຍຮັບແກ່ປະເທດ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນນັບມື້ເພີ່ມຂຶ້ນ ແຕ່ການຂະຫຍາຍພື້ນທີ່ການຜະລິດມັນຕົ້ນ ໄດ້ກາຍເປັນຄວາມກັງວົນ ທີ່ຈະລາມໄປພື້ນທີ່ປ່າດົງອັນຕຶບໜາ.

ການສົ່ງເສີມການຜະລິດກະສິກຳ ເພື່ອການຄ້າ ຫລື ການສົ່ງອອກນັ້ນແມ່ນບູລິມະສິດສຳຄັນ ຂອງລັດຖະບານເຮົາ ເພື່ອສ້າງລາຍຮັບເຂົ້າປະເທດ ໂດຍສະເພາະ ພາຍຫລັງທີ່ລັດຖະບານ ໄດ້ມີການເຊັນສັນຍາການສົ່ງອອກສິນຄ້າ ກະສິກຳ ໄປຍັງ ສປ ຈີນ ແລະປະເທດ ອື່ນໆ ເຊິ່ງເປັນການຊຸກຍູ້ການຂະຫຍາຍຕົວການຜະລິດ. ພ້ອມນັ້ນການເປີດນຳໃຊ້ ເສັ້ນທາງລົດໄຟລາວ-ຈີນ ໃນທ້າຍປີ 2021 ທີ່ຜ່ານມານັ້ນ ກໍໄດ້ເປັນນິມິດໝາຍສຳຄັນໃນການສົ່ງເສີມການຂະຫຍາຍຕົວຂອງເສດຖະກິດໂດຍສະເພາະ ແມ່ນການສົ່ງອອກສິນຄ້າຂອງສປປລາວ ໄປຍັງ ສປ ຈີນ ແລະ ປະເທດອື່ນໆ.

ຈາກທີ່ເຄີຍເປັນປ່າດົງ ອາດຄົງເຫລືອໄວ້ແຕ່ປ່າມັນຕົ້ນ - Visit Laos Visit SALANA BOUTIQUE HOTEL - ຖ້າຖືເອົາມັນຕົ້ນເປັນພືດເສດຖະກິດ ແລະ ລາຍໄດ້ ອາດແລກມາດ້ວຍເນື້ອທີ່ປ່າໄມ້ອັນມະຫາສານ
ຈາກທີ່ເຄີຍເປັນປ່າດົງ ອາດຄົງເຫລືອໄວ້ແຕ່ປ່າມັນຕົ້ນ - Visit Laos Visit SALANA BOUTIQUE HOTEL - ຖ້າຖືເອົາມັນຕົ້ນເປັນພືດເສດຖະກິດ ແລະ ລາຍໄດ້ ອາດແລກມາດ້ວຍເນື້ອທີ່ປ່າໄມ້ອັນມະຫາສານ

ໃນປີ 2022 ມູນຄ່າການສົ່ງອອກມັນຕົ້ນເຖິງ 301 ລ້ານໂດລາ ຮອງຈາກ ຢາງພາລາ ແລະ ເຍື້ອໄມ້ ແລະ ຫຼາຍກວ່າມູນຄ່າການສົ່ງອອກໝາກກ້ວຍທີ່ມີພຽງ 195 ລ້ານໂດລາ. ເພາະສະນັ້ນ ມັນຕົ້ນຈຶ່ງຖືໄດ້ວ່າເປັນພືດເສດຖະກິດທີ່ມີທ່າແຮງສູງ ທີ່ເພີ່ມການສ້າງລາຍຮັບແກ່ປະເທດໃຫ້ໄດ້ຫຼາຍກວ່ານີ້ທັງສ້າງວຽກເຮັດງານທຳ ແລະລາຍໄດ້ແກ່ປະຊາຊົນທ້ອງຖິ່ນເປັນຢ່າງດີ.

ຄວາມຕ້ອງການມັນຕົ້ນຂອງຕະຫຼາດໂລກນັບມື້ນັບເພີ່ມຫຼາຍຂຶ້ນ ໂດຍມັນຕົ້ນມີມູນຄ່າໃນຕະຫຼາດໂລກມະຫາສານ ຈາກ 164 ຕື້ໂດລາ ໃນປີ 2020 ຈະເປັນ 237 ຕື້ໂດລາໃນປີ 2030 ແລະໃນໂລກນີ້ ມີພຽງປະເທດທີ່ຢູ່ ໃນເຂດຮ້ອນເທົ່ານັ້ນ ສາມາດຜະລິດມັນຕົ້ນໄດ້ ແລະ ກຳລັງມີການ ຂະຫຍາຍຕົວສູງໃນການຜະລິດມັນຕົ້ນ ຢູ່ ສປປລາວ. ໃນປະເທດອ້ອມຂ້າງເຮົາ ເຊັ່ນ ໄທ ແມ່ນສົ່ງອອກມັນຕົ້ນອັນດັບໜຶ່ງ ຂອງໂລກ. ນອກນັ້ນ, ຫວຽດນາມ, ກຳປູເຈຍ ແລະ ມຽນມາ ກໍມີການຂະຫຍາຍຕົວຢ່າງໄວວາ.

ສິ່ງດັ່ງກ່າວເປັນທ່າອ່ຽງທີ່ດີດ້ານການສ້າງລາຍຮັບ ແຕ່ສິ່ງທີ່ໜ້າເປັນຫ່ວງກໍຄືຄວາມຍືນຍົງ ແລະການຫັນປ່ຽນການນຳໃຊ້ທີ່ດິນ ທີ່ບໍ່ມີຄວາມເໝາະສົມ. ໃນຫລາຍພື້ນທີ່ເຂດພາກກາງ ຫາ ພາກໃຕ້ຂອງ ສປປລາວ ໄດ້ປູກມັນຕົ້ນຢ່າງກວ້າງຂວາງ ແຕ່ອັນຕະລາຍທີ່ສຸດ ແມ່ນບາງເຂດໄດ້ຖາກຖາງປ່າຕຶບດົງໜາຫັນມາປູກມັນຕົ້ນ ທີ່ຜູ້ຂຽນເຫັນປະຈັກຕາແມ່ນຢູ່ແຂວງສະຫວັນນະເຂດ ແລະ ຜູ້ຂຽນກໍຍັງໄດ້ຍິນມາວ່າແຂວງອື່ນໆກໍມີທ່າອ່ຽງຄ້າຍຄືກັນນີ້. ການປູກມັນຕົ້ນ ຫລື ພືດອື່ນໆ ເພື່ອເປັນສິນຄ້າແມ່ນເປັນສິ່ງທີ່ດີ ແຕ່ຄວນຈັດສັນການປູກໃຫ້ແທດເໝາະ, ຫລາຍເຂດກໍປູກໃສ່ເຂດທີ່ກະສິກຳທີ່ມີຢູ່ແລ້ວ, ບາງເຂດກໍປູກໃສ່ປ່າເລົ່າ ແລະອື່ນໆທີ່ເຫັນວ່າມີຄວາມເໝາະ ສົມຫລາຍກວ່າ.

ການເປີດແປນປ່າໄມ້ທີ່ຕຶບໜາບາງບ່ອນເປັນປ່າສະຫງວນຂອງບ້ານ, ເມືອງ, ແຂວງ ຫລື ແມ່ນແຕ່ປ່າສະ ຫງວນແຫ່ງຊາດເພື່ອປູກມັນຕົ້ນນັ້ນເຫັນວ່າບໍ່ເໝາະສົມ ຍ້ອນສົ່ງຜົນກະທົບຕໍ່ ຊີວະນານາພັນ, ແຫລ່ງທີ່ຢູ່ອາໄສຂອງສັດປ່ານານາຊະນິດ ແລະ ສິ່ງສຳຄັນເຮັດໃຫ້ ເນື້ອທີ່ປ່າໄມ້ຂອງ ສປປລາວຫລຸດລົງ. ຖ້າວ່າທ່າອ່ຽງນີ້ຍັງສືບຕໍ່ ແລະ ບໍ່ໄດ້ຮັບການແກ້ໄຂ ກໍອາດເປັນສາເຫດໜຶ່ງ ທີ່ພວກເຮົາອາດບໍ່ສາມາດບັນລຸເປົ້າໝາຍການປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70%.

ນອກຈາກມັນຕົ້ນແລ້ວ ການສົ່ງເສີມການປູກພືດຊະນິດອື່ນທີ່ເປັນສິນຄ້າບໍ່ວ່າ ຈະແມ່ນປະຊາຊົນເອງ ຫລື ຜ່ານການໃຫ້ບໍລິສັດເອກະຊົນທັງພາຍໃນ ແລະຕ່າງປະເທດສຳປະທານ ພວກເຮົາຄວນເຄັ່ງຄັດໃຫ້ເຫັນເດັ່ນຊັດແດ່ກ່ຽວກັບການຈັດສັນການນຳໃຊ້ທີ່ດິນຢ່າງເໝາະສົມ ແລະ ຮັບປະກັນຄວາມຍືນຍົງບໍ່ສະເພາະແຕ່ການຜະລິດ ແຕ່ຄວາມຍືນຍົງຂອງສະພາບແວດລ້ອມໂດຍ ລວມ.

ເພື່ອຮັບປະກັນໃຫ້ສາມາດບັນລຸຕາມທິດຍືນຍົງສີຂຽວຂອງລັດຖະບານນັ້ນການຜະລິດກະສິກຳກໍຄືຂະແໜງ ການອື່ນໆ ຕ້ອງຮັບປະກັນຄວາມດຸ່ນດ່ຽງລະຫວ່າງສັງຄົມ, ສິ່ງແວດລ້ອມ ແລະ ເສດຖະກິດ. ສະນັ້ນ ຖ້າພວກເຮົາຈະເນັ້ນເລື່ອງເສດຖະກິດຢ່າງດຽວ ໂດຍບໍ່ຄຳນຶງເຖິງສອງປັດໄຈທີ່ເຫລືອນັ້ນກໍບໍ່ຫ່ອນຈະສາມາດບັນລຸຕາມທິດທີ່ວາງໄວ້ໄດ້.

ຈາກທີ່ເຄີຍເປັນປ່າດົງ ອາດຄົງເຫລືອໄວ້ແຕ່ປ່າມັນຕົ້ນ - 4 - ຖ້າຖືເອົາມັນຕົ້ນເປັນພືດເສດຖະກິດ ແລະ ລາຍໄດ້ ອາດແລກມາດ້ວຍເນື້ອທີ່ປ່າໄມ້ອັນມະຫາສານ
ຈາກທີ່ເຄີຍເປັນປ່າດົງ ອາດຄົງເຫລືອໄວ້ແຕ່ປ່າມັນຕົ້ນ - 5 - ຖ້າຖືເອົາມັນຕົ້ນເປັນພືດເສດຖະກິດ ແລະ ລາຍໄດ້ ອາດແລກມາດ້ວຍເນື້ອທີ່ປ່າໄມ້ອັນມະຫາສານ
ຈາກທີ່ເຄີຍເປັນປ່າດົງ ອາດຄົງເຫລືອໄວ້ແຕ່ປ່າມັນຕົ້ນ - 3 - ຖ້າຖືເອົາມັນຕົ້ນເປັນພືດເສດຖະກິດ ແລະ ລາຍໄດ້ ອາດແລກມາດ້ວຍເນື້ອທີ່ປ່າໄມ້ອັນມະຫາສານ