5 ນິດໄສບໍ່ດີ ທີ່ຈະພາທ່ານເປັນທຸກ


ຄວາມເຄີຍຊິນໃນການເຮັດສິ່ງເກົ່າໆ ຈົນເປັນນິດໄສກໍອາດສ່ົງຜົນເສຍແກ່ຄົນອ້ອມຂ້າງ ແລະບາງຄັ້ງກໍອາດສົ່ງຜົນເສຍແກ່ຕົວທ່ານເອງ ເຊິ່ງເຮົາມາເບິ່ງກັນເລີຍວ່າມີນິໄສອັນໃດທີ່ຍິ່ງເຮັດຈະຍິ່ງກໍ່ເກີດຄວາມທຸກພາຍໃນຈິດໃຈ
1 ຂີ້ໂມໂຫ ຫງຸດຫງິດງ່າຍ: ເປັນອາການໜຶ່ງທີ່ບໍ່ສົ່ງຜົນດີຕໍ່ຕົວເອງແລ້ວ ຍັງສົ່ງຜົນເສຍແກ່ຄົນອ້ອມຂ້າງອີກດ້ວຍ ຈະເຮັດໃຫ້ເປັນຄົນທີ່ບໍ່ຮູ້ຈັກຄວບຄຸມໂຕເອງ ແຖມຍັງສົ່ງຜົນເສຍຕໍ່ສຸຂະພາບໂດຍກົງ ຫຼັກໆກໍແມ່ນສຸຂະພາບທາງຈິດ ເຊັ່ນ ໄບໂພລ່າ, ຫາກທ່ານຮູ້ວ່າຕົວເອງມີອາການດັ່ງນັ້ນຄວນພະຍາຍາມຄວບຄຸມສະຕິໂດຍການຫາຍໃຈເຂົ້າ-ອອກ ຈົນກວ່າຈະໃຈເຢັນລົງ ນີ້ກໍເປັນອີກວິທີໜຶ່ງທີ່ຈະຊ່ວຍໃຫ້ທ່ານຄວບຄຸມອາລົມຕົນເອງໄດ້ດີຂຶ້ນ.
2 ຂີ້ຄ້ານ: ເຊື່ອວ່າທຸກຄົນມີຄວາມຂີ້ຄ້ານຢູ່ແລ້ວບໍ່ໜ້ອຍກໍຫຼາຍ ແຕ່ຖ້າເຮົາສາມາດປ່ຽນພຶດຕິກຳໄດ້ກໍຈະສົ່ງຜົນດີຕໍ່ຕົວເຮົາຢ່າງຫຼວງຫຼາຍ ບໍ່ວ່າຈະເປັນການໄດ້ໃຊ້ເວລາໃຫ້ຄຸ້ມຄ່າຫຼາຍຂຶ້ນ ເພາະເວລາທີ່ເຮົາຂີ້ຄ້ານ ຈະບໍ່ຢາກເຮັດສິ່ງໃດນອກຈາກຢູ່ເສີຍໆ ເຊິ່ງຈະເຮັດໃຫ້ພະຍາດສາມາດເຂົ້າມາແຊກແຊງໄດ້, ແຕ່ຄວາມຂີ້ຄ້ານນີ້ເຮົາສາມາດຮັບມືກັບມັນໄດ້ງ່າຍໆ ໂດຍເລີ່ມຈາກການວາງແຜນ ຈັດແບ່ງເວລາໃຫ້ຊັດເຈນວ່າຈະເຮັດສິ່ງໃດກ່ອນ ແລະເຮັດແບບນີ້ເປັນປະຈໍາ ຈະຊ່ວຍໃຫ້ທ່ານເຊົາຂີ້ຄ້ານຂຶ້ນມາໄດ້.
3 ຂີ້ຈົ່ມ ມັກເວົ້າມັກວ່າ: ຍິ່ງຈົ່ມຍິ່ງເຮັດໃຫ້ເຮົາເສຍພະລັງງານ ເຊິ່ງແນ່ນອນວ່າບໍ່ໄດ້ປະໂຫຍດຫຍັງ ຍັງຈະເຮັດໃຫ້ເສຍສຸຂະພາບຈິດທັງຜູ້ຟັງ ແລະ ຜູ້ເວົ້າ, ຄົນທີ່ມັກຈົ່ມຍັງມີແນວໂນ້ມທີ່ຈະເຮັດໃຫ້ປະສົບຜົນສໍາເລັດຊ້າກວ່າຄົນອື່ນອີກດ້ວຍ ດັ່ງນັ້ນຫາກທ່ານເປັນຄົນໜຶ່ງທີ່ມັກຈົ່ມ ຄວນຮູ້ຈັກປ່ອຍວາງ ແລະຫຼຸດຄວາມອັກຄະຕິລົງ ເພື່ອຊີວິດ ແລະສຸຂະພາບຈິດທີ່ດີ.
4 ຂີ້ກັງວົນ: ຫາກທ່ານເປັນຄົນໜຶ່ງທີ່ບໍ່ວ່າຈະເຮັດຫຍັງກໍກັງວົນ ສິ່ງໜຶ່ງທີ່ຈະສົ່ງຜົນກະທົບຕໍ່ໂຕເອງກໍຄື ທ່ານຈະກາຍເປັນຄົນທີ່ຂາດຄວາມໝັ້ນໃຈ ບໍ່ກ້າຕັດສິນໃຈດ້ວຍຕົນເອງ ເພາະຢ້ານຄວາມພິດພາດ,ນອກຈາກນີ້ຍັງສົ່ງຜົນເຮັດໃຫ້ທ່ານເກີດມີຄວາມຄຽດສະສົມ ແລະອາດກໍ່ໃຫ້ເປັນໂລກຊຶມເສົ້າອີກດ້ວຍ, ດັ່ງນັ້ນຈຶ່ງຢາກໃຫ້ທຸກຄົນຮູ້ຈັກການເຮັດສະມາທິໃຫ້ສະຫງົບຂຶ້ນດ້ວຍການຝຶກສະມາທິ.
5 ຂີ້ເກງໃຈ: ການເປັນຄົນທີີ່ຮູ້ຈັກເກງໃຈຄົນອື່ນກໍເປັນມາລະຍາດຢ່າງໜຶ່ງທີ່ທຸກຄົນຄວນມີ ແຕ່ຖ້າຫາກມີຫຼາຍເກີນໄປທ່ານຈະກາຍເປັນຄົນທີ່ຖືກເອົາປຽບໄດ້ງ່າຍໆ, ດັ່ງນັ້ນຫາກທ່ານເປັນຄົນປະເພດນີ້ ຄວນຫຼຸດຜ່ອນຄວາມເປັນຄົນດີລົງຈັກໜ້ອຍໜຶ່ງ ຮູ້ຈັກປະຕິເສດຄົນອື່ນ ແລະຊ່ວຍໃນບາງເລື່ອງທີ່ທ່ານພໍໍຊ່ວຍໄດ້.