ບາຫລີກຽມເປີດຮັບຊາວຕ່າງປະເທດ “ແບບບໍ່ກັກຕົວ” ເລີ່ມ 14 ມີນານີ້

- get 1 34 - ບາຫລີກຽມເປີດຮັບຊາວຕ່າງປະເທດ “ແບບບໍ່ກັກຕົວ” ເລີ່ມ 14 ມີນານີ້
- kitchen vibe - ບາຫລີກຽມເປີດຮັບຊາວຕ່າງປະເທດ “ແບບບໍ່ກັກຕົວ” ເລີ່ມ 14 ມີນານີ້

ເກາະບາຫລີເປັນພື້ນທີ່ຕົວແບບຂອງອິນໂດເນເຊຍໃນການເປີດຮັບນັກທ່ອງທ່ຽວຕ່າງປະເທດ “ແບບບໍ່ກັກຕົວ” ເລີ່ມວັນທີ 14 ມີນານີ້.

ວັນທີ 28 ກຸມພາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ທ່ານ ລູຮຸດ ບິນຊາ ປັນໄຈຕັນ ລັດຖະມົນຕີປະສານງານກິດຈະການທາງທະເລ ແລະ ການລົງທຶນຂອງອິນໂດເນເຊຍ ກ່າວວ່າ: ລັດຖະບານຈະທົດລອງເປີດເກາະບາຫລີ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ “ແບບບໍ່ກັກຕົວ” ພາຍໃຕ້ເງື່ອນໄຂບາງປະກາດ ເລີ່ມແຕ່ວັນທີ 14 ມີນານີ້.

- Visit Laos Visit SALANA BOUTIQUE HOTEL - ບາຫລີກຽມເປີດຮັບຊາວຕ່າງປະເທດ “ແບບບໍ່ກັກຕົວ” ເລີ່ມ 14 ມີນານີ້
- Visit Laos Visit SALANA BOUTIQUE HOTEL - ບາຫລີກຽມເປີດຮັບຊາວຕ່າງປະເທດ “ແບບບໍ່ກັກຕົວ” ເລີ່ມ 14 ມີນານີ້

ເຖິງຢ່າງໃດກໍຕາມ, ການດຳເນີນອາດເກີດຂຶ້ນກ່ອນກຳນົດໄດ້ ຖ້າສະຖິຕິຜູ້ຕິດເຊື້ອໂຄວິດ-19 ຂອງບາຫລີມີທ່າອ່ຽງຫລຸດລົງຢ່າງຕໍ່ເນື່ອງ ພາຍໃນໄລຍະເວລາ 7 ວັນຕໍ່ຈາກນີ້.

ສຳລັບເງື່ອນໄຂທີ່ນັກທ່ອງທ່ຽວຕ່າງປະເທດຕ້ອງປະຕິບັດ ລວມທັງການສະແດງຫລັກຖານການຈ່າຍຄ່າຈອງໂຮງແຮມເປັນເວລາຢ່າງໜ້ອຍ 4 ວັນ ຖ້າຕ້ອງການເດີນທາງເຂົ້າບາຫລີ, ສ່ວນຊາວອິນໂດເນເຊຍທີ່ເດີນທາງຈາກຕ່າງປະເທດມາເກາະບາຫລີ ຕ້ອງສະແດງຫລັກຖານພູມລຳເນົາ ຫລື ສະຖານທີ່ພັກອາໄສໃນເກາະແຫ່ງນີ້.

ນອກຈາກນີ້, ນັກເດີນທາງຕ່າງປະເທດທີ່ຕ້ອງການເດີນທາງເຂົ້າບາຫລີຕ້ອງເຂົ້າຮັບການກວດໂຄວິດ-19 ແບບ RT-PCR ເມື່ອເດີນທາງມາເຖິງ ແລະ ລໍຖ້າຜົນກວດຢູ່ໂຮງແຮມ ແລະ ການສັກວັກຊີນປ້ອງກັນໂຄວິດ-19 ຢ່າງໜ້ອຍສອງເຂັມ ຫລື ທາງທີ່ດີຂໍໃຫ້ມີຂໍ້ມູນຢືນຢັນການຮັບເຂັມກະຕຸ້ນແລ້ວ.

ຂະນະດຽວກັນ, ອິນໂດເນເຊຍຈະຍົກເລີກຂໍ້ກຳນົດການມີຜູ້ຄ້ຳ ໃນການຂໍວີຊາທ່ອງທ່ຽວແບບເອເລັກໂຕຣນິກ ເນື່ອງຈາກເຫັນວ່າເປັນການສ້າງຄວາມລຳບາກໃຫ້ບັນດານັກທ່ອງທ່ຽວຊາວຕ່າງປະເທດ.

ທັງນີ້, ລັດຖະບານອິນໂດເນເຊຍໃຫ້ເຫດຜົນໃນການເລືອກບາຫລີເປັນພື້ນທີ່ຕົວແບບ ເພາະມີອັດຕາການສັກວັກຊີນປ້ອງກັນໂຄວິດ-19 ຄົບຖ້ວນສູງກວ່າແຂວງອື່ນ ແລະ ລັດຖະບານຈະຂະຫຍາຍການບັງຄັບໃຊ້ນະໂຍບາຍບໍ່ກັກຕົວທົ່ວປະເທດໃນວັນທີ 1 ເມສາ ຫລື ໄວກວ່ານັ້ນ ຖ້າການທົດລອງຢູ່ບາຫລີປະສົບຜົນສຳເລັດ.

- 3 - ບາຫລີກຽມເປີດຮັບຊາວຕ່າງປະເທດ “ແບບບໍ່ກັກຕົວ” ເລີ່ມ 14 ມີນານີ້
- 5 - ບາຫລີກຽມເປີດຮັບຊາວຕ່າງປະເທດ “ແບບບໍ່ກັກຕົວ” ເລີ່ມ 14 ມີນານີ້
- 4 - ບາຫລີກຽມເປີດຮັບຊາວຕ່າງປະເທດ “ແບບບໍ່ກັກຕົວ” ເລີ່ມ 14 ມີນານີ້