ເຈົ້າຂອງທີມ ອິນເຕີ ໄມອາມີ ເຊື່ອມີໂອກາດທີ່ ເມສຊີ ຈະຍ້າຍມາຮ່ວມທີມ
March 1, 2022 - 10:24 AM




ຮໍເກ ມາສ ເຈົ້າຂອງຮ່ວມສະໂມສອນ ອິນເຕີ ໄມອາມີ ອອກມາເປີດເຜີຍວ່າ ພ້ອມຈະລ່າລາຍເຊັນ ລີໂອເນລ ເມສຊີ ດາວຍິງຊາວອາເຈນຕີນາມາຮ່ວມທີມ ຫາກລາວບອກລາ ປາຣີສ ແຊັງ ແຊັກແມັງ.
ອິນເຕີ ໄມອາມີ ເປັນສະໂມສອນໃນເມເຈີ ລີກ ຊັອກເກີ ຂອງສະຫະລັດ ອາເມລິກາ ເຊິ່ງມີຕຳນານນັກເຕະຊື່ດັງຄື ເດວິດ ເບັກແຮມ ເປັນເຈົ້າຂອງຮ່ວມກັບ ຮໍເກ ມາສ.
ໂດຍຫລ້າສຸດ ຮໍເກ ມາສ ໄດ້ອອກມາໃຫ້ສຳພາດເຖິງຄວາມເປັນໄປໄດ້ໃນການຄວ້າ ລີໂອເນລ ເມສຊີ ຍອດດາວຍິງຂອງ ປາຣີສ ແຊັງ ແຊັກແມັງ ມາຮ່ວມທີມໃນອະນາຄົດ ຫລັງຈາກທີ່ທີມເຄີຍດຶງຜູ້ຫລິນເຊັ່ນ : ແບລສ ມາຕຸຍດີ, ກອນຊາໂລ ອີກົວອິນ ມາຮ່ວມທີມແລ້ວ.
‘‘ ເມສຊີ ຍັງຄົງເປັນຫນຶ່ງໃນນັກເຕະທີ່ດີທີ່ສຸດໃນໂລກ ທັກສະຂອງລາວບໍ່ໄດ້ຫລຸດລົງເລີຍ ແລະ ເບັກແຮມ ກໍມີຄວາມສຳພັນທີ່ດີກັບລາວ ຂ້ອຍຄິດວ່າຫາກລາວບອກລາ PSG ຕອນເຖິງເວລາທີ່ລາວບອກລາແທ້ໆ ເຮົາຫນ້າຈະໄດ້ເຫັນ ເມສຊີ ເປັນນັກເຕະຂອງ ອິນເຕີ ໄມອາມີ ເປັນສ່ວນຫນຶ່ງໃນທີມຂອງເຮົາ ’’.