ເລີ່ມແຕ່ມີການລະບາດຂອງພະຍາດໂຄວິດ-19 ອັດຕາວ່າງງານເພີ່ມຂຶ້ນຈາກ 9,7% ມາເປັນ 21,8% ໃນປີ 2021

ເລີ່ມແຕ່ມີການລະບາດຂອງພະຍາດໂຄວິດ-19 ອັດຕາວ່າງງານເພີ່ມຂຶ້ນຈາກ 9,7% ມາເປັນ 21,8% ໃນປີ 2021 - 274941214 675483653900338 2764535715527132786 n - ເລີ່ມແຕ່ມີການລະບາດຂອງພະຍາດໂຄວິດ-19 ອັດຕາວ່າງງານເພີ່ມຂຶ້ນຈາກ 9,7% ມາເປັນ 21,8% ໃນປີ 2021
ເລີ່ມແຕ່ມີການລະບາດຂອງພະຍາດໂຄວິດ-19 ອັດຕາວ່າງງານເພີ່ມຂຶ້ນຈາກ 9,7% ມາເປັນ 21,8% ໃນປີ 2021 - kitchen vibe - ເລີ່ມແຕ່ມີການລະບາດຂອງພະຍາດໂຄວິດ-19 ອັດຕາວ່າງງານເພີ່ມຂຶ້ນຈາກ 9,7% ມາເປັນ 21,8% ໃນປີ 2021

ວັນທີ 1 ມີນາ 2022 ທີ່ກະຊວງການເງິນ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການເຊື່ອມຕໍ່ລະບົບບໍລິການຖານຂໍ້ມູນ ແຮງງານແບບທັນສະໄໝ (LMIS) ຂອງກະຊວງແຮງງານ ແລະ ສະຫັວດດີການສັງຄົມ ກັບ ລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນ (TaxRIS) ກະຊວງການເງິນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ.

ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າການຮ່ວມມື ກັບພາກເອກະຊົນໃນການສ້າງຖານຂໍ້ມູນຂຶ້ນທະບຽນແຮງງານຢູ່ ສປປ ລາວ ວ່າ: ການສຳຫລວດກຳລັງແຮງງານປີ 2017 ມີກຳລັງແຮງງານຢູ່ເກືອບ 2 ລ້ານຄົນ ແຕ່ວ່າງງານ 9,7% ຫລື ປະມານເກືອບ 2 ແສນຄົນ. ເລີ່ມແຕ່ມີການລະບາດຂອງພະຍາດໂຄວິດ-19 ອັດຕາວ່າງງານເພີ່ມຂຶ້ນຈາກ 9,7% ມາເປັນ 21,8% ໃນປີ 2021, ມີແຮງງານສູນເສຍວຽກຢູ່ພາຍໃນປະເທດຫລາຍກວ່າ 80.000 ຄົນ ແລະ ແຮງງານລາວໄດ້ກັບຄືນປະເທດ ຈຳນວນຫລາຍກວ່າ 226.000 ຄົນ. ຈາກການເກັບກຳຂໍ້ມູນເຫັນວ່າ ເດືອນ 1/2019 ເກັບໄດ້ 14 ຕື້ກີບ ຈາກແຮງງານ 92.500 ຄົນ, ເດືອນ 1/2020 ເກັບໄດ້ 61 ຕື້ກີບ ຈາກ 170.000 ຄົນ, ເດືອນ 1/2021 ເກັບໄດ້ 55 ຕື້ກີບ ຈາກ 186.000 ຄົນ ແລະ ເດືອນ 12/2021 ເກັບໄດ້ 80 ຕື້ກີບ ຈາກ 195.000 ຄົນ.

ເລີ່ມແຕ່ມີການລະບາດຂອງພະຍາດໂຄວິດ-19 ອັດຕາວ່າງງານເພີ່ມຂຶ້ນຈາກ 9,7% ມາເປັນ 21,8% ໃນປີ 2021 - Visit Laos Visit SALANA BOUTIQUE HOTEL - ເລີ່ມແຕ່ມີການລະບາດຂອງພະຍາດໂຄວິດ-19 ອັດຕາວ່າງງານເພີ່ມຂຶ້ນຈາກ 9,7% ມາເປັນ 21,8% ໃນປີ 2021

ຂໍ້ມູນນີ້ສະແດງໃຫ້ເຫັນວ່າ ກຳລັງແຮງງານລາວທີ່ມີວຽກເຮັດງານທຳ ຈຳນວນ 1,7 ລ້ານຄົນ ໃນນັ້ນ ປະມານ 30% ຫລື 510.000 ຄົນ ມີພຽງ ເກືອບ 200.000 ຄົນເທົ່ານັ້ນ ທີ່ເສຍອາກອນລາຍໄດ້ໃຫ້ລັດຖະບານ, ຜູ້ປະກອບອາຊີບອິດສະຫລະ, ເຮັດວຽກໃນທຸລະກິດຄອບຄົວກວມ 70% ຂອງກຳລັງແຮງງານ ເສຍພັນທະອາກອນໃຫ້ລັດໃນຮູບແບບໃດ, ແຮງງານຕ່າງປະເທດ ເຂົ້າມາເຮັດວຽກຢູ່ລາວສະເລ່ຍ 50-60 ພັນຄົນຕໍ່ປີແບບຖືກຕ້ອງ ຊຶ່ງບໍ່ສາມາດຮູ້ຂໍ້ມູນດ້ານເງິນເດືອນໄດ້ ອາດເຮັດໃຫ້ສູນເສຍລາຍຮັບດ້ານອາກອນລາຍໄດ້.

ປັດຈຸັບັນ ສປປ ລາວ ໄດ້ມີລະບົບຂໍ້ມູນຂ່າວສານຕະຫລາດແຮງງານ ທີ່ທັນສະໄໝ; ມີຂໍ້ມູນກ່ຽວກັບຄວາມຕ້ອງການ ແລະ ການສະໜອງແຮງງານ ລວມທັງສະຖານະພາບຂອງຜູ້ອອກແຮງງານທີ່ມີຄວາມຊັດເຈນຖືກຕ້ອງ ແລະ ທັນເວລາ ສາມາດນຳໃຊ້ເຂົ້າໃນການແກ້ໄຂບັນຫາດ້ານແຮງງານໄດ້ໄວຂຶ້ນ; ສາມາດເກັບລາຍຮັບຈາກອາກອນເງິນເດືອນ, ອາກອນລາຍໄດ້ດີຂຶ້ນກວ່າເກົ່າ; ມີຂໍ້ມູນເພື່ອນຳໃຊ້ໃຫ້ແກ່ການສ້າງກຳລັງແຮງງານທົດແທນໄດ້ໃນແຕ່ລະໄລຍະ; ແຮງງານທຸກຄົນໃນລະບົບເສດຖະກິດຂອງປະເທດໄດ້ຮັບການປົກປ້ອງ ແລະ ຄຸ້ມຄອງຕາມກົດໝາຍ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ປອດໄພ; ຈາກສະຖິຕິຜ່ານມາຄາດວ່າ ໃນ 2 ປີຂ້າງໜ້າ ຈະສາມາດຂຶ້ນທະບຽນ ໃຫ້ຜູ້ອອກແຮງງານ ຈຳນວນ 1,5 ລ້ານຄົນ ມີຜູ້ທີ່ມີເງິນເດືອນສູງກວ່າ 1,3 ລ້ານກີບ ທີ່ຕ້ອງຈ່າຍອາກອນຈຳນວນຫລາຍກວ່າ 50% ຂອງຜູ້ອອກແຮງງານທັງໝົດ.

 

ເລີ່ມແຕ່ມີການລະບາດຂອງພະຍາດໂຄວິດ-19 ອັດຕາວ່າງງານເພີ່ມຂຶ້ນຈາກ 9,7% ມາເປັນ 21,8% ໃນປີ 2021 - 5 - ເລີ່ມແຕ່ມີການລະບາດຂອງພະຍາດໂຄວິດ-19 ອັດຕາວ່າງງານເພີ່ມຂຶ້ນຈາກ 9,7% ມາເປັນ 21,8% ໃນປີ 2021
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!