ສະຫາຍ ທອງລຸນ ສີສຸລິດ ສົ່ງສານອວຍພອນ ວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 95 ປີ

ເນື່ອງໃນໂອກາດ ວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 95 ປີ (3/2/1930-3/2/2025), ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ໂຕ ເລີມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຶ່ງເນື້ອໃນຂອງສານອວຍພອນມີດັ່ງນີ້:
ຕາງໜ້າ ພັກປະຊາຊົນ ປະຕິວັດລາວ ແລະ ປະຊາຊົນລາວບັນດາເຜົ່າ, ພວກຂ້າພະເຈົ້າ ຂໍສະ ແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ແລະ ສົ່ງພອນໄຊອັນປະເສີດ, ໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີພິເສດ ຖານສະຫາຍອ້າຍນ້ອງມາຍັງ ສະຫາຍ ພ້ອມດ້ວຍ ການນໍາພັກ, ລັດ, ສະມາຊິກພັກ, ພະນັກງານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທຸກຖ້ວນໜ້າ.
ຕະຫຼອດໄລຍະ 95 ປີ ຜ່ານມາ, ພັກກອມມູນິດ ຫວຽດນາມ ອັນມີປະທານ ໂຮ່ຈິມິນ ເປັນຜູ້ກໍ່ຕັ້ງ ແລະ ນຳພານັ້ນ ໄດ້ຈັດຕັ້ງ ແລະ ນໍາພາທຸກໄຊຊະນະຂອງການປະຕິວັດ ຫວຽດນາມ ດ້ວຍການວາງແນວທາງທີ່ຖືກຕ້ອງ, ສະຫລາດສ່ອງໃສ ແລະ ປະດິດສ້າງ, ເດັດດ່ຽວໜຽວແໜ້ນ ນໍາພາປະຊາຊົນຫວຽດນາມອ້າຍນ້ອງ ສ້າງວິລະກໍາອັນລໍ້າເລີດໃນພາລະກິດແຫ່ງການຕໍ່ສູ້ກູ້ຊາດ ຕ້ານກັບລັດທິລ່າເມືອງຂຶ້ນ ແລະ ຈັກກະພັດຜູ້ຮຸກຮານ ເພື່ອອິດສະຫລະພາບ ແລະ ຄວາມເປັນເອກະລາດແຫ່ງຊາດ, ສືບຕໍ່ຍາດໄດ້ໄຊຊະນະທີ່ຍິ່ງໃຫຍ່, ຮອບດ້ານ, ກ້າວໄປເຖິງການປົດປ່ອຍ ແລະ ທ້ອນໂຮມປະເທດຊາດ ໄດ້ຢ່າງສົມບູນໃນປີ 1975. ພິເສດ, ພາຍຫລັງ ດໍາເນີນພາລະກິດປ່ຽນແປງໃໝ່ ໃນໄລຍະເກືອບ 40 ປີ ໂດຍແມ່ນ ພັກກອມມູນິດ ຫວຽດນາມ ເປັນຜູ້ລິເລີ່ມ ແລະ ນໍາພາ, ປະຊາຊົນຫວຽດນາມ ອ້າຍນ້ອງ ສາມາດຍາດໄດ້ຜົນສໍາເລັດອັນໃຫຍ່ຫລວງ, ຮອບດ້ານ, ເປັນປະຫວັດສາດ ຊຶ່ງໄດ້ເຮັດໃຫ້ ສສ ຫວຽດນາມ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວດ້ວຍຈັງຫວະໄວ ແລະ ຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນເລື້ອຍໆ, ບົດບາດ ແລະ ອິດທິພົນຂອງ ພັກກອມມູນິດຫວຽດນາມ ແລະ ສສ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.
ພັກປະຊາຊົນ ປະຕິວັດລາວ ແລະ ປະຊາຊົນລາວບັນດາເຜົ່າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ, ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍ ຢ່າງສຸດອົກສຸດໃຈ ຕໍ່ບັນດາໄຊຊະນະ ແລະ ຜົນງານອັນໃຫຍ່ຫຼວງ, ຮອບດ້ານທີ່ພັກກອມມູນິດຫວຽດນາມ ຍາດມາໄດ້ ຕະຫລອດໄລຍະທີ່ຜ່ານມາ. ບັນດາຜົນງານຂອງ ພັກກອມມູນິດຫວຽດນາມ ບໍ່ພຽງແຕ່ມີຄວາມໝາຍສໍາຄັນ, ເລິກເຊິ່ງຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຫວຽດນາມເທົ່ານັ້ນ, ແຕ່ຫາກຍັງເປັນບົດຮຽນອັນລໍ້າຄ່າ, ເປັນສິ່ງປຸກລະດົມກໍາລັງໃຈອັນແຮງກ້າໃຫ້ແກ່ ພັກ, ລັດ ແລະປະຊາຊົນ ລາວ ໃນການດໍາເນີນພາລະກິດປ່ຽນແປງໃໝ່, ປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງຕົນ ໃນໄລຍະໃໝ່.
ພວກຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍການເສີມຂະຫຍາຍມູນເຊື້ອການປະຕິວັດ ອັນພິລະອາດຫານ ແລະ ບັນດາຜົນງານອັນໃຫຍ່ຫລວງ, ຮອບດ້ານ ທີ່ຍາດມາໄດ້ນັ້ນ, ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ຈະສືບຕໍ່ຍາດໄດ້ໄຊຊະນະ ແລະ ຜົນສຳເລັດໃໝ່, ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດຫວຽດນາມ, ຈັດຕັ້ງປະຕິບັດສໍາເລັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງ ພັກກອມມູນິດຫວຽດນາມ ໄດ້ຢ່າງມີໄຊ ແລະ ກະກຽມຈັດກອງປະຊຸມໃຫຍ່ແຕ່ລະຂັ້ນ ເພື່ອກ້າວເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ໃຫ້ສໍາເລັດຜົນ ເພື່ອສືບຕໍ່ສ້າງປະເທດຊາດຫວຽດນາມ ໃຫ້ກາຍເປັນປະເທດອຸດສາຫະກຳ ຕາມທິດທັນສະໄໝ, ບັນລຸເປົ້າໝາຍ ປະຊາຊົນຮັ່ງມີ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ, ສີວິໄລ ແລະ ກ້າວຂຶ້ນຕາມທິດສັງຄົມນິຍົມ ຢ່າງໜັກແໜ້ນ.
ພວກຂ້າພະເຈົ້າ ມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງທີ່ເຫັນວ່າ ຄຽງຄູ່ກັບບັນດາຜົນສໍາເລັດອັນສໍາຄັນທີ່ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຍາດມາໄດ້ຕະຫລອດໄລຍະຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ທີ່ ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ລິເລີ່ມ ແລະ ໄດ້ຜ່ານການທົດສອບໃນແປວໄຟປະຕິວັດ ມາເປັນເວລາຫລາຍທົດສະວັດນັ້ນ ໄດ້ກາຍເປັນສາຍພົວພັນ ທີ່ບໍລິສຸດຜຸດຜ່ອງ, ເປັນມູນມໍລະດົກລວມອັນລໍ້າຄ່າ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງຊາດ, ເປັນໜຶ່ງໃນປັດໄຈຕັດສິນໄຊຊະນະຂອງການປະຕິວັດ ຢູ່ແຕ່ລະປະເທດ ແລະ ມາເຖິງປັດຈຸບັນ ຍິ່ງໄດ້ຮັບການເອົາໃຈໃສ່, ຖະນຸຖະໜອມ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍເຂົ້າສູ່ລວງເລິກໃນທຸກຂົງເຂດ ຢ່າງບໍ່ຢຸດຢັ້ງ, ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດຢ່າງແທ້ຈິງ.
ເນື່ອງໃນໂອກາດອັນສະຫງ່າລາສີ ແລະ ມີຄວາມໝາຍຄວາມສໍາຄັນນີ້, ພວກຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນລໍ້າຄ່າ, ໃຫຍ່ຫລວງ, ມີປະສິດທິຜົນ ແລະ ທັນການ ແກ່ພາລະກິດການປະຕິວັດລາວ ຕະຫລອດໄລຍະຜ່ານມາ. ພັກ, ລັດ ແລະ ປະຊາຊົນລາວ ຈະສືບຕໍ່ຮ່ວມກັບ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ເຮັດສຸດຄວາມສາມາດຂອງຕົນ ເພື່ອສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນທີ່ຫາຍາກນີ້ໃຫ້ໝັ້ນຄົງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດລວມຂອງສອງຊາດ ກໍຄື ເພື່ອປະກອບສ່ວນເຂົ້າໃນພາລະກິດເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງຂຽວສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນຕະຫລອດໄປ.