ປິ 2021 ສານປະຊາຊົນສຳເລັດການພິຈາລະນາແກ້ໄຂຄະດີ 4.800 ກວ່າເລື່ອງ.

ປິ 2021 ສານປະຊາຊົນສຳເລັດການພິຈາລະນາແກ້ໄຂຄະດີ 4.800 ກວ່າເລື່ອງ. - 274996948 940603396624049 1001271735277698185 n - ປິ 2021 ສານປະຊາຊົນສຳເລັດການພິຈາລະນາແກ້ໄຂຄະດີ 4.800 ກວ່າເລື່ອງ.
ປິ 2021 ສານປະຊາຊົນສຳເລັດການພິຈາລະນາແກ້ໄຂຄະດີ 4.800 ກວ່າເລື່ອງ. - kitchen vibe - ປິ 2021 ສານປະຊາຊົນສຳເລັດການພິຈາລະນາແກ້ໄຂຄະດີ 4.800 ກວ່າເລື່ອງ.

ທ່ານ ຄໍາພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ ກ່າວໃນກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2021 ແລະ ທິດທາງແຜນການປະຈໍາປີ 2022 ທີ່ຈັດຂຶ້ນໃນລະຫວ່າງວັນທີ 1-2 ມີນາ ໂດຍການເປັນປະທານຂອງທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸງວ່າ: ຕະຫຼອດໄລຍະຜ່ານມາ, ໄດ້ຖືເອົາວຽກງານປັບປຸງແບບແຜນ ແລະ ກົນໄກການດໍາເນີນຄະດີ, ການແກ້ໄຂຄະດີໃຫ້ມີຄວາມ ວ່ອງໄວ, ໂປ່ງໃສ ແລະ ຖືກຕ້ອງ, ເພີ່ມທະວີການໂຕ້ແຍ່ງຂອງໂຈດ, ຈໍາເລີຍໃນຄະດີໃຫ້ເລິກເຊິ່ງ ແລະ ສິ້ນສຸດຂະບວນການຕາມກໍານົດ; ພ້ອມທັງສົ່ງເສີມທະນາຍຄວາມເຂົ້າຮ່ວມການດໍາເນີນຄະດີຢູ່ສານແຕ່ລະຂັ້ນ; ເຊິ່ງໃນປີຜ່ານມາ, ມີຄະດີຢູ່ສານປະຊາຊົນ ແລະ ສານ ທະຫານແຕ່ລະຂັ້ນໃນທົ່ວປະເທດ ຈໍານວນ 8.092 ເລື່ອງ. ໃນນີ້, ມີຄະດີຄ້າງມາແຕ່ທ້າຍ ປີ 2020 ຈໍານວນ 2. 905 ເລື່ອງ ຄື: ຄະດີ ອາຍາ 820, ເລື່ອງ ແພ່ງ 1427 ເລື່ອງ, ການຄ້າ 304 ເລື່ອງ, ຄອບ ຄົວ 269 ເລື່ອງ, ແຮງງານ 37 ເລື່ອງ, ເດັກ 36 ເລື່ອງ, ສານທະ ຫານ 12 ເລື່ອງ ແລະ ຄະດີເຂົ້າ ໃໝ່ໃນ ປີ 2021 ຈໍານວນ 5. 187 ເລື່ອງ. ໃນນີ້, ໄດ້ພິຈາລະນາ ແກ້ໄຂສໍາເລັດ ຈໍານວນ 4.801 ເລື່ອງ ແລະ ຍັງຄ້າງ ຫຼື ພວມເກັບ ກໍາຂໍ້ມູນ 3.291 ເລື່ອງ ສະແດງ ອອກຄື: ຢູ່ສານຂັ້ນຕົ້ນມີຄະດີ ຄ້າງມາ-ເຂົ້າໃໝ່ ຈໍານວນ 6.548 ເລື່ອງ, ແກ້ໄຂໄດ້ 4.032 ເລື່ອງ.

ຜ່ານການແກ້ໄຂຄະດີຂອງສານຂັ້ນຕົ້ນແລ້ວ ຄູ່ຄວາມໃຊ້ສິດຂໍອຸທອນຕາມກົດໝາຍ 558 ເລື່ອງ, ຄູ່ຄວາມພໍໃຈ ສົ່ງໄປຈັດຕັ້ງປະຕິບັດ 3.474 ເລື່ອງ, ພວມສືບຕໍ່ເກັບກໍາຂໍ້ມູນ ແລະ ຄົ້ນຄວ້າພິຈາລະນາ 2.516 ເລື່ອງ ແລະ ທີ່ພົ້ນເດັ່ນກວ່າໝູ່ຢູ່ສານຂັ້ນຕົ້ນເຂດແມ່ນຄະດີອາຍາ ປະເພດຄະດີລັກຊັບພົນລະເມືອງ ມີ 257 ເລື່ອງ, ຄະດີແພ່ງ ແມ່ນສັນຍາກູ້ຢືມ 172 ເລື່ອງ, ຄະດີຄອບຄົວແມ່ນສາຍຜົວ-ເມຍ ຂໍຢ່າຮ້າງ 203 ເລື່ອງ; ຢູ່ສານຂັ້ນຕົ້ນແຂວງ-ນະຄອນຫຼວງວຽງຈັນ ພົ້ນເດັ່ນກວ່າໝູ່ຄະດີອາຍາແມ່ນຢາເສບຕິດ 1.271 ເລື່ອງ, ຄະດີແພ່ງແມ່ນສັນຍາກູ້ຢືມ 33 ເລື່ອງ, ຄະດີການຄ້າແມ່ນສັນຍາກູ້ຢືມ 88 ເລື່ອງ, ຄະດີຄອບຄົວແມ່ນຢ່າຮ້າງ 42 ເລື່ອງ, ຄະດີເດັກແມ່ນຢາເສບຕິດ 62 ເລື່ອງ ແລະ ສານທະຫານ 3 ພາກ: ມີຄະດີທັງໝົດ 46 ເລື່ອງ, ແກ້ໄຂໄດ້ 33 ເລື່ອງ, ຄະດີທີ່ພົ້ນເດັ່ນແມ່ນຢາເສບຕິດ 19 ເລື່ອງ.

ປິ 2021 ສານປະຊາຊົນສຳເລັດການພິຈາລະນາແກ້ໄຂຄະດີ 4.800 ກວ່າເລື່ອງ. - Visit Laos Visit SALANA BOUTIQUE HOTEL - ປິ 2021 ສານປະຊາຊົນສຳເລັດການພິຈາລະນາແກ້ໄຂຄະດີ 4.800 ກວ່າເລື່ອງ.

ສ່ວນຄະດີຢູ່ສານຂັ້ນອຸທອນມີຄະດີລວມທັງໝົດ 1.012 ເລື່ອງ, ແກ້ໄຂໄດ້ 483 ເລື່ອງ, ພາຍຫຼັງທີ່ສານຂັ້ນອຸທອນໄດ້ພິພາກສາແລ້ວຄູ່ຄວາມໄດ້ໃຊ້ສິດຂໍລົບລ້າງຕາມກົດໝາຍ 274 ເລື່ອງ, ຄູ່ຄວາມພໍໃຈ ເຫັນດີນໍາໄປຈັດຕັ້ງປະຕິບັດ 209 ເລື່ອງ, ພວມສືບຕໍ່ເກັບກໍາຂໍ້ມູນ ແລະ ກໍາລັງຄົ້ນຄວ້າພິຈາລະນາ ຈໍານວນ 529 ເລື່ອງ; ຂັ້ນລົບລ້າງລວມມີຄະດີທັງໝົດ ຈໍານວນ 451 ເລື່ອງ, ແກ້ໄຂໄດ້ 252 ເລື່ອງ ແລະ ພວມສືບຕໍ່ຄົ້ນ ຄວ້າພິຈາລະນາ 199 ເລື່ອງ; ຂັ້ນຮື້ຟື້ນມີຄະດີຈໍານວນ 81 ເລື່ອງ, ແກ້ໄຂໄດ້ 34 ເລື່ອງ ແລະ ພວມພິຈາລະນາ 47 ເລື່ອງ ນອກນີ້, ຍັງໄດ້ຄົ້ນຄວ້າຄໍາຮ້ອງຂໍຄໍາຊີ້ຂາດກ່ຽວກັບໂທດປະຫານຊີວິດ 98 ເລື່ອງ, ອອກຄໍາຊີ້ຂາດແລ້ວ 37 ເລື່ອງ ແລະ ຍັງສືບຕໍ່ຄົ້ນຄວ້າ 61 ເລື່ອງ.

 

 

ປິ 2021 ສານປະຊາຊົນສຳເລັດການພິຈາລະນາແກ້ໄຂຄະດີ 4.800 ກວ່າເລື່ອງ. - 4 - ປິ 2021 ສານປະຊາຊົນສຳເລັດການພິຈາລະນາແກ້ໄຂຄະດີ 4.800 ກວ່າເລື່ອງ.
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!