ສ້າງກ້າມ ບໍ່ຈຳເປັນຕ້ອງກິນແຕ່ໂອ້ງໄກ່
March 7, 2022 - 5:34 PM
ສ້າງກ້າມ ບໍ່ຈຳເປັນຕ້ອງກິນແຕ່ໂອ້ງໄກ່.
ຜູ້ບ່າວນັກກ້າມ ຫລື ຜູ້ທີ່ອອກກຳລັງກາຍເປັນປະຈຳ ອາດຈະຕ້ອງເຄີຍຈົ່ມ ແລະ ມີຄຳຖາມກັບຕົນເອງວ່າ ຈະສ້າງກ້າມຊີ້ນເປັນຫຍັງຈຶ່ງຕ້ອງກິນແຕ່ໂອ້ງໄກ່ ? ແມ່ນຢູ່ວ່າໂອ້ງໄກ່ເປັນແຫຼ່ງໂປຣຕິນທີ່ຫາງ່າຍ ແລະ ມີລາຄາບໍ່ແພງຫລາຍ, ແຕ່ຈະໃຫ້ກິນທຸກໆຄາບ ເຊົ້າ – ສວາຍ – ແລງ ທຸກມື້ ມັນກໍໜ້າເບື່ອ ຈະມີອາຫານຢ່າງອື່ນບໍ່ທີ່ຈະຊ່ວຍໃນການສ້າງກ້າມຊີ້ນ ແລະ ມີໂປຣຕິນທຽບເທົ່າກັບໂອ້ງໄກ່ ? ສິ່ງສໍາຄັນລາຄາຕ້ອງບໍ່ແພງຫຼາຍ ຄໍາຕອບກໍຄື ມີ ແຕ່ຈະມີຫຍັງແດ່ນັ້ນ ມາເບິ່ງນຳກັນເລີຍ.
- ຜັກຫົມ : ແຫຼ່ງໂປຣຕິນທີ່ສໍາຄັນອີກທາງເລືອກໜຶ່ງ ກິນຜັກຫົມເປັນປະຈໍາຈະຊ່ວຍໃຫ້ກ້າມຊີ້ນໃຫຍ່ຂຶ້ນ ເພາະຜັກຫົມເປັນແຫ່ລງໂປຣຕິນທີ່ສຳຄັນ ໂດຍໃນຜັກຫົມ 1 ຖ້ວຍ ຈະໃຫ້ໂປຣຕິນ 6 ກຣາມ ແລະ ລາຄາຜັກຫົມກໍບໍ່ແພງເກີນໄປ.
- ໜໍ່ໄມ້ຝຣັ່ງ : ໃນໜໍ່ໄມ້ຝຣັ່ງ 1 ຖ້ວຍ ໃຫ້ພະລັງງານ 40 ກາລໍຣີ ແລະ ໃຫ້ໂປຣຕິນ 4,5 ກຣາມ. ນອກຈາກນີ້, ໃນໜໍ່ໄມ້ຝຣັ່ງຍັງເປັນແຫຼ່ງຂອງວິຕາມິນ A, C, K ແລະ ໂຟເລດ, ລາຄາກໍບໍ່ແພງຫລາຍປານໃດ.
- ຫົວບີທຣູດ : ມີການວິໄຈຈາກສະຖາບັນສຸຂະພາບຂອງເຄລບແລນ ກ່າວວ່າ ໃນຫົວບີທຣູດມີສານອາຫານທີ່ຊ່ວຍໃຫ້ກ້າມຊີ້ນພາກສ່ວນຕ່າງໆໃນຮ່າງກາຍເຮັດວຽກໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ ແລະ ນອກຈາກສານດັ່ງກ່າວແລ້ວ ຫົວບີທຣູດຍັງອຸດົມໄປດ້ວຍສານອາຫານທີ່ມີຄຸນຄ່າອີກຫຼາຍຊະນິດ ທັງລາຄາກໍບໍ່ແພງ.
- ຖົ່ວ : ໃນຖົ່ວ 1 ຖ້ວຍ ຈະໃຫ້ໂປຣຕິນ 15 ກຣາມ ຖືວ່າເປັນອາຫານທີ່ໃຫ້ໂປຣຕິນຫຼາຍ ແລະ ຍັງມີຄຸນຄ່າທາງສານອາຫານເມື່ອກິນຄຽງຄູ່ກັບທັນຍາພືດ ແລະ ຜັກຊະນິດອື່ນໆ ເພາະເປັນການເສີມກົດອະມິໂນສຳລັບການເພີ່ມກ້າມຊີ້ນນຳອີກ. ນອກຈາກນີ້ຍັງຊ່ວຍໃຫ້ຮ່າງກາຍຂອງທ່ານໄດ້ຮັບກົດອະມິໂນທີ່ຈໍາເປັນເພື່ອເພີ່ມປະສິດທິພາບການເຕີບໃຫຍ່ຂອງກ້າມຊີ້ນໄດ້ນຳ ແລະ ເລື່ອງລາຄາກໍບໍ່ແພງຈົນເກີນໄປ.
- ໄຂ່ໄກ່ : ຜູ້ຊ່ຽວຊານທາງດ້ານໂພຊະນາການລ້ວນແຕ່ແນະນຳວ່າ ໄຂ່ໄກ່ເປັນແຫຼ່ງໂປຣຕິນທີ່ຫາກິນໄດ້ງ່າຍ ແລະ ລາຄາຖືກທີ່ສຸດແລ້ວ ໂດຍໄຂ່ໄກ່ 1 ໜ່ວຍ ນໍ້າໜັກສະເລ່ຍປະມານ 50 ກຣາມ ໃຫ້ພະລັງງານ 80 ກາລໍຣີ, ມີໂປຣຕິນ 6 – 7 ກຣາມ ລວມເຖິງມີໂຄລີນ ເຊິ່ງເປັນສານສຳຄັນທີ່ຈຳເປັນສຳລັບການສ້າງແຊນກ້າມຊີ້ນນຳອີກ.
- ປາທູນ່າ : ເປັນຊີ້ນສັດທີ່ຍ່ອຍງ່າຍທີ່ສຸດ ແລະ ໃຫ້ໂປຣຕິນຫລາຍ ເໝາະສົມຢ່າງຍິ່ງສຳລັບຜູ້ທີ່ຢາກສ້າງກ້າມຊີ້ນ ຫລື ຄວບຄຸມນໍ້າໜັກ ເພາະໂປຣຕິນໃນຊີ້ນປາທູນ່າຈະຊ່ວຍເສີມສ້າງກ້າມຊີ້ນ ແລະ ຟື້ນຟູພາກສ່ວນເສື່ອມສະພາບຂອງຮ່າງກາຍ ແລະ ຍັງມີສານອາຫານທີ່ຈຳເປັນຕໍ່ການເຕີບໃຫຍ່ຂອງຮ່າງກາຍຫຼາຍຊະນິດ. ໃນປາທູນ່າ 100 ກຣາມ ມີປະລິມານໂປຣຕິນ 30 ກຣາມ ທັງຍັງຫາຊື້ງ່າຍ ໂດຍສະເພາະໃນຮູບແບບກະປ໋ອງສຳເລັດຮູບ ແລະ ລາຄາກໍບໍ່ແພງຫຼາຍ.