ອິດສະລາແອນໂຈມຕີຊິຣີ 480 ຄັ້ງໃນ 2 ວັນ ເນທັນຢາຮູ ກ່າວ ຈະປີ້ນໃບໜ້າຕາເວັນອອກກາງ


ການໂຄ່ນລົ້ມອໍານາດທ່ານ ບາຊາ ອໍ-ອໍາຊາດ ປະທານາທິບໍດີຊິຣີ ກະຕຸ້ນໃຫ້ອິດສະລາແອນປະຕິບັດການທາງທະເລໃນຊິຣີ ໂດຍເລີ່ມການໂຈມຕີທາງອາກາດໃສ່ເປົ້າໝາຍທາງທະຫານໃນຊິຣີ. ອີກທັງຍັງສົ່ງກອງກໍາລັງພາກພື້ນດິນເຂົ້າໄປ ທັງໃນ ແລະ ນອກເຂດປອດທະຫານເປັນຄັ້ງທໍາອິດໃນຮອບ 50 ປີ.
ກອງທັບອິດສະລາແອນເປີດເຜີຍໃນວັນທີ 10 ທັນວາວ່າ: ກອງທັບໂຈມຕີໃສ່ພື້ນທີ່ຕ່າງໆຂອງຊິຣີກວ່າ 480 ຄັ້ງໄລຍະ 2 ວັນຜ່ານມາ ໂດຍໂຈມຕີສາງອາວຸດຍຸດທະສາດຂອງຊິຣີເກືອບທັງໝົດ. ຂະນະທີ່ທ່ານ ຄາດ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດອິດສະລາແອນ ກ່າວວ່າ: ກອງທັບເຮືອອິດສະລາແອນທໍາລາຍກອງເຮືອຊິຣີໄດ້ສໍາເລັດໃນຄືນກ່ອນໜ້ານີ້ ອີກທັງຍັງກ່າວຍົກຍ້ອງວ່າ: ປະຕິບັດການນີ້ “ປະສົບຜົນສໍາເລັດ”.
ກອງທັບອາກາດອິດສະລາແອນລະບຸວ່າ: ຈາກການໂຈມຕີ 480 ຄັ້ງ ມີປະມານ 350 ຄັ້ງທີ່ເປັນການໂຈມຕີດ້ວຍເຮືອບິນທີ່ມີຄົນຂັບ ໂດຍມຸ້ງເປົ້າໃສ່ສະໜາມບິນ, ຖານທັບຕໍ່ຕ້ານອາກາດສະຍານ, ລູກສອນໄຟ, ໂດຣນ, ເຮືອບິນຂັບໄລ່, ລົດຕັງ ແລະ ສະຖານທີ່ຜະລິດອາວຸດໃນນະຄອນຫລວງດາມັດກັດ, ເມືອງຮອມ, ເມືອງທາທັສ, ເມືອງລາຕາກີ ແລະ ເມືອງປາໄລຣາ, ສ່ວນທີ່ເຫລືອເປັນການໂຈມຕີເພື່ອສະໜັບສະໜູນປະຕິບັດການພາກພື້ນດິນ ເຊິ່ງຈະເນັ້ນໂຈມຕີສາງອາວຸດ, ໂຄງສ້າງທາງທະຫານ ແລະ ແທ່ນຍິງຕ່າງໆ.
ກ່ອນໜ້ານີ້, ທ່ານ ເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະລາແອນ ກ່າວຍ້ອງຍໍການລົ້ມສະຫລາຍຂອງລະບອບ ອໍາຊາດ ໃນຊິຣີວ່າເປັນ “ບົດຮຽນໃໝ່ທີ່ໜ້າຕື່ນເຕັ້ນ” ໂດຍລະບຸວ່າ: “ການລົ້ມສະຫລາຍຂອງລະບອບການປົກຄອງຊິຣີເປັນຜົນໂດຍກົງຈາກການໂຈມຕີຮາມັດ, ແຮັດໂບລາ ແລະ ອີຣານຢ່າງຮຸນແຮງ…”.
ສໍານັກຂ່າວ CNN ລາຍງານວ່າ: ອິດສະລາແອນຮູ້ສຶກຊື່ນຊົມຍິນດີຕໍ່ການລົ້ມສະຫລາຍຂອງລະບອບ ອໍາຊາດ ເນື່ອງຈາກທ່ານຄືພັນທະມິດຄົນສໍາຄັນຂອງອີຣານ ໂດຍທ່ານເປັນຄົນທີ່ປ່ອຍໃຫ້ຊິຣີຖືກໃຊ້ເປັນເສັ້ນທາງລໍາລຽງສະບຽງ ແລະ ກອງກໍາລັງຂອງກຸ່ມແຮັດໂບລາຢູ່ລີບັງ, ແຕ່ໃນຂະນະດຽວກັນ ອິດສະລາແອນກັງວົນຕໍ່ຂໍ້ມູນຄວາມຈິງທີ່ວ່າ: ປັດຈຸບັນນີ້ກຸ່ມຕິດອາວຸດອິດສະລາມກໍາລັງເຂົ້າປົກຄອງຊິຣີແທນ.
ເຖິງຢ່າງໃດກໍຕາມ, ການກະທໍາຂອງອິດສະລາແອນສ້າງສຽງວິພາກວິຈານຢ່າງໜັກຈາກກຸ່ມປະເທດອາຣັບ ເຊິ່ງກ່າວຫາອິດສະລາແອນວ່າໃຊ້ປະໂຫຍດຈາກຄວາມບໍ່ໝັ້ນຄົງໃນຊິຣີເພື່ອຍຶດຄອງດິນແດນ ໂດຍສັນນິບາດອາຣັບຖະແຫລງວ່າ: ອິດສະລາແອນ “ກໍາລັງໃຊ້ປະໂຫຍດຈາກສະຖານະການພາຍໃນຂອງຊິຣີ” ສ່ວນອີຢິບກ່າວວ່າ: ການເຄື່ອນໄຫວດັ່ງກ່າວ “ຖືເປັນການສະແຫວງຫາຜົນປະໂຫຍດຈາກສະຖານະທີ່ຄຸມເຄືອ ແລະ ເປັນສູນຍາກາດ ເພື່ອຍຶດຄອງດິນແດນຊິຣີເພີ່ມອີກ”.
ອ້າງອີງ: