ຈັບເປົ້າໝາຍຄ້າຢາເສບຕິດ 2 ຄົນ ພ້ອມຂອງກາງຢາບ້າ 3 ລ້ານກວ່າເມັດ
March 9, 2022 - 12:57 PM


ປກສ ແຂວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 3 ມີນາ 2022 ຜ່ານມາ ເຈົ້າໜ້າທີ່ ປກສ ແຂວງ ສົມທົບກັບ ປກສ ເມືອງໝື່ນ ແຂວງວຽງຈັນ ໄດ້ຕັ້ງດ່ານກວດກາຕາມເສັ້ນທາງ ບ້ານນໍ້າຮີ້ ເມືອງໝືນ ໄດ້ກວດລົດຣີໂວ້ 2 ຄັນ, ພົບຢາເສບຕິດ ຢາບ້າ 3.398.000 ເມັດ ຢາໄອສ໌ 25 ກິໂລກຣາມ ພ້ອມຜູ້ຖືກຫາເປັນຍິງ 2 ຄົນ.
ພາຍຫລັງໄດ້ກວດລົດກະບະ 2 ຄັນ ທີ່ກຳລັງຈະຂັບຜ່ານດ່ານກວດ ເຊິ່ງເປັນລົດ ຣີໂວ້ຂັບຂີ່ໂດຍ ນາງ ບຸດສະດີ ອາຍຸ 50 ປີ, ຄ້າຂາຍບ້ານທ້າວແກ່ນ ເມືອງແກ່ນທ້າວ ແຂວງໄຊຍະບູລີ ຢາບ້າ 1.400.000 ເມັດ ແລະ ນາງ ກັນຕີລາ ຫຼື ຕຸກຕາ ອາຍຸ 46 ປີ ຄ້າຂາຍ ບ້ານວັດໄຕນ້ອຍ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ຢາບ້າ 1.998.000 ເມັດ ແລະ ຢາໄອສ໌ 25 ກິໂລກຣາມ.
ຄະດີນີ້, ເຈົ້າໜ້າທີ່ຈະເປີດກວ້າງ ສອບສວນຂະຫຍາຍຫາຜູ້ຮ່ວມຂະບວນການ.