ການຈູດຂີ້ເຫຍື້ອຊະຊາຍ ອັນສ້າງມົນລະພິດ ທາງອາກາດຍັງເປັນບັນຫາທີ່ຫລາຍຄົນຖືເບົາ ແລະ ຖືກປ່ອຍປະລະເລີຍ

- dung tu - ການຈູດຂີ້ເຫຍື້ອຊະຊາຍ ອັນສ້າງມົນລະພິດ ທາງອາກາດຍັງເປັນບັນຫາທີ່ຫລາຍຄົນຖືເບົາ ແລະ ຖືກປ່ອຍປະລະເລີຍ
- kitchen vibe - ການຈູດຂີ້ເຫຍື້ອຊະຊາຍ ອັນສ້າງມົນລະພິດ ທາງອາກາດຍັງເປັນບັນຫາທີ່ຫລາຍຄົນຖືເບົາ ແລະ ຖືກປ່ອຍປະລະເລີຍ

ໂດຍ: ມຶກບໍ່ແຫ້ງ

ເມື່ອຕົກມາຮອດຍາມແລ້ງຄືດຽວນີ້ການຈູດຂີ້ເຫຍື້ອບໍ່ວ່າເຂດໃນເມືອງ ກໍຄືຊົນນະບົດໄດ້ມີຢ່າງແພ່ຫຼາຍ ເຊິ່ງຄວບຄຸມໄດ້ຍາກ. ອັນນີ້ແມ່ນບັນຫາທີ່ໜ້າເປັນຫ່ວງທີ່ຄວນໄດ້ຮັບການແກ້ໄຂຢ່າງຮີບດ່ວນ.

- Visit Laos Visit SALANA BOUTIQUE HOTEL - ການຈູດຂີ້ເຫຍື້ອຊະຊາຍ ອັນສ້າງມົນລະພິດ ທາງອາກາດຍັງເປັນບັນຫາທີ່ຫລາຍຄົນຖືເບົາ ແລະ ຖືກປ່ອຍປະລະເລີຍ

ເປັນຫຍັງການຈູດຂີ້ເຫຍື້ອໂດຍສະເພາະ ປລາສຕິກ (plastic) ຈຶ່ງເປັນອັນຕະລາຍ? ອີງຕາມຂໍ້ມູນຂອງອົງການສະຫະປະຊາຊາດ ເພື່ອສິ່ງແວດລ້ອມ (UNEP) ໃຫ້ຮູ້ວ່າ ເວລາເຮົາຈູດ ປລາສຕິກ ຈະປ່ອຍທາດອາຍທີ່ເປັນພິດຮຽກວ່າ ໄດອັອກຊິນສ໌ (dioxins), ຟູຣານສ໌ (furans), ເມີຄິວຣີ (mercury) ແລະ ໂປລີໂຄຣຣີເນດ ໄບເຟນິລ (BCPs) ຂຶ້ນສູ່ຊັ້ນບັນຍາກາດ ເຊິ່ງເປັນອັນຕະລາຍຕໍ່ພືດຜັກ, ສຸຂະພາບຂອງຄົນ ແລະ ສັດ.

ທາດ ໄດອ໋ອກຊິນສ໌ ຈະຈັບຢູ່ຕາມພືດຜັກ, ຄອງນໍ້າ, ແມ່ນໍ້າ ແລ້ວສຸດທ້າຍກໍມາຢູ່ໃນອາຫານ ແລະຮ່າງກາຍຂອງພວກເຮົາ ເຊິ່ງທາດອັນຕະລາຍນີ້ສາມາດກໍ່ໃຫ້ເກີດມະເຮັງໄດ້. ນອກນັ້ນ ການຈູດ ປລາສຕິກ ຍັງໃຫ້ເກີດພະຍາດຫົວໃຈ, ທຳລາຍລະບົບເສັ້ນປະສາດຂອງຄົນເຮົາຕື່ມອີກ

ອົງການອະນາໄມໂລກ ຍັງໃຫ້ຂໍ້ມູນຕື່ມອີກວ່າ ແຕ່ລະປີ ມີຄົນເສຍຊີວິດຍ້ອນບັນຫາມົນລະພິດທາງອາກາດເຖິງ 4,2 ລ້ານຄົນ, ເຊິ່ງເປັນສິ່ງຢໍ້າເຕືອນພວກເຮົາວ່າ ຜົນກະທົບຂອງມົນລະພິດທາງອາກາດນັ້ນບໍ່ແມ່ນເລື່ອງເບິ່ງຂ້າມ ແລະ ໃນເມື່ອສອງສາມອາທິດຜ່ານມາ ຈາກການວັດແທກອາກາດຢູ່ນະຄອນຫຼວງວຽງຈັນເຫັນວ່າຢູ່ໃນລະດັບທີ່ບໍ່ຄ່ອຍດີ ເນື່ອງຈາກການຈູດຂີ້ເຫຍື້ອ ຕາມຈຸດຕ່າງໆ ລວມເຖິງໄຟໄໝ້ສະໜາມຖິ້ມຂີ້ເຫຍື້ອຫຼັກ 32 ຕື່ມອີກອັນນີ້ ເຮັດໃຫ້ຊາວນະຄອນຫຼວງວຽງຈັນ ປະສົບພົບພໍ້ກັບມົນລະພິດທາງອາກາດໃນລະດັບທີ່ອ່າວອັນຕະລາຍ.

ເພາະສະນັ້ນ, ການຮີບຮ້ອນແກ້ໄຂບັນຫາດັ່ງກ່າວເປັນເລື່ອງທີ່ສຳຄັນຢ່າງຍິ່ງ. ດັ່ງທີ່ພວກເຮົາຮູ້ວ່າ ໃນໄລຍະຜ່ານທາງເຈົ້າໜ້າທີ່ກໍໄດ້ພະຍາຍາມແກ້ໄຂບັນຫານີ້ ເຊັ່ນນະຄອນຫຼວງວຽງຈັນໄດ້ອອກ ແຈ້ງການຫ້າມຈູດຂີ້ເຫຍື້ອໃນປີ 2019 ແລະ ມີສາຍດ່ວນກ່ຽວກັບການຈູດຂີ້ເຫຍື້ອຕື່ມອີກ ແຕ່ປາກົດວ່າ ຍັງມີການຈູດຂີ້ເຫຍື້ອຊະຊາຍ ຢ່າງແພ່ຫຼາຍໆ ຕາມຈຸດຕ່າງໆ.

ເປັນຫຍັງຈຶ່ງບໍ່ສາມາດຢຸດຢັ້ງການຈູດຂີ້ເຫຍື້ອນີ້ໄດ້ຢ່າງເດັດຂາດ? ຜ່ານການສຳຫຼວດຫຼາຍສະບັບກໍພົບພໍ້ສອງສາມບັນຫາຄ້າຍຄືກັນ ຄື: ການບໍລິການເກັບຂີ້ເຫຍື້ອຍັງບໍ່ທົ່ວເຖິງ, ບາງເຂດທີ່ການໃຫ້ບໍລິການ ການເກັບຂີ້ເຫຍື້ອໄປເຖິງ ແຕ່ປະຊາຊົນບໍ່ໃຊ້ບໍລິການຍ້ອນເຫັນວ່າ ຄ່າບໍລິການແພງ ເພາະສະນັ້ນ ຈຶ່ງກຳຈັດຂີ້ເຫຍື້ອທີ່ຕົນມີດ້ວຍການຈູດງ່າຍກວ່າ ທັງບໍ່ໄດ້ເສຍເງິນ.

ສະນັ້ນ ຈຶ່ງເຫັນສົມຄວນວ່າການຂະຫຍາຍພື້ນທີ່ໃຫ້ການບໍລິການ ການເກັບຂີ້ເຫຍື້ອອາດເປັນເລື່ອງທີ່ຄວນເຮັດ ແລະ ພ້ອມທັງປະເມີນການເກັບຄ່າບໍລິການທີ່ປະຊາຊົນສາມາດເຂົ້າເຖິງໄດ້ຄຽງຄູ່ກັບການສ້າງຈິດສຳນຶກ, ການໃສ່ລະບຽບການຕ່າງໆ ເພື່ອຄວບຄຸມການຈູດຂີ້ເຫຍື້ອໄປນຳ.

ພ້ອມນັ້ນ ຂະບວນການການສົ່ງເສີມການຜະລິດ ແລະຫຼຸດຜ່ອນການນຳໃຊ້ປລາສຕິກ ນັ້ນກໍແມ່ນຂະບວນການໜຶ່ງທີ່ຄວນໄດ້ຮັບການສົ່ງເສີມ ແລະ ຮ່ວມມືຈາກພາກສ່ວນຕ່າງໆ ນັບຕັ້ງແຕ່ຜູ້ຜະລິດຈົນຮອດຜູ້ນຳໃຊ້. ຕົວຢ່າງທີ່ດີ ກໍຄືບາງຕະຫຼາດ ຫຼື ຮ້ານສັບພະສິນຄ້າ ຈຳກັດການໃຫ້ຖົງປລາສຕິກ ແກ່ລູກຄ້າ ເຊິ່ງຖືວ່າເປັນບາດກ້າວທີ່ສຳຄັນ ທີ່ຈະສ້າງຈິດສຳນຶກຢ່າງເລິກເຊິ່ງທົ່ວປວງຊົນ ເພື່ອເຮັດໃຫ້ການຜະລິດ ແລະນຳໃຊ້ປລາສຕິກໃຫ້ນັບມື້ໜ້ອຍລົງ.

- 4 - ການຈູດຂີ້ເຫຍື້ອຊະຊາຍ ອັນສ້າງມົນລະພິດ ທາງອາກາດຍັງເປັນບັນຫາທີ່ຫລາຍຄົນຖືເບົາ ແລະ ຖືກປ່ອຍປະລະເລີຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!