ເປີດຊອງປະມູນຊື້ລົດເກັງໄຟຟ້າ ເພື່ອປະກອບເປັນລົດປະຈໍາຕໍາແໜ່ງການນໍາລະດັບສູງ

ເປີດຊອງປະມູນຊື້ລົດເກັງໄຟຟ້າ ເພື່ອປະກອບເປັນລົດປະຈໍາຕໍາແໜ່ງການນໍາລະດັບສູງ - 6f71eac4 c96b 4db7 bfbb cffae32fa03c - ເປີດຊອງປະມູນຊື້ລົດເກັງໄຟຟ້າ ເພື່ອປະກອບເປັນລົດປະຈໍາຕໍາແໜ່ງການນໍາລະດັບສູງ
ເປີດຊອງປະມູນຊື້ລົດເກັງໄຟຟ້າ ເພື່ອປະກອບເປັນລົດປະຈໍາຕໍາແໜ່ງການນໍາລະດັບສູງ - kitchen vibe - ເປີດຊອງປະມູນຊື້ລົດເກັງໄຟຟ້າ ເພື່ອປະກອບເປັນລົດປະຈໍາຕໍາແໜ່ງການນໍາລະດັບສູງ

ທ້າຍອາທິດຜ່ານມາ, ທີ່ຫ້ອງປະຊຸມໃຫຍ່ກະຊວງການເງິນ, ຄະນະຮັບຜິດຊອບຈັດຊື້ລົດປະຈຳຕໍາແໜ່ງການນໍາລະດັບສູງ, ໄດ້ຈັດພິທີເປີດຊອງປະມູນຊື້ລົດເກັງໄຟຟ້າ ເພື່ອປະກອບເປັນລົດປະຈໍາຕໍາແໜ່ງການນໍາລະດັບສູງ, ໂດຍການເປັນປະທານຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ທັງເປັນຫົວໜ້າຄະນະຮັບຜິດຊອບຈັດຊື້ລົດປະຈຳຕໍາແໜ່ງການນໍາລະດັບສູງ, ມີທ່ານ ຄໍາລາວັນ ຈັນທະລາວັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທັງເປັນຮອງຫົວໜ້າຄະນະຮັບຜິດຊອບຈັດຊື້ລົດປະຈຳຕໍາ ແໜ່ງການນໍາລະດັບສູງ, ມີບັນດາທ່ານຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງຫົວໜ້າພະແນກ, ວິຊາການຂອງບັນດາກະຊວງ, ມີບັນດາຜູ້ອຳນວຍການ, ຄະນະອຳນວຍການ, ຜູ້ຕາງໜ້າຂອງບັນດາບໍລິສັດທີສະໜອງລົດໄຟຟ້າ ສປປ ລາວ, ພ້ອມດ້ວຍພາກສ່ວນທີກ່ຽວຂ້ອງເຂົ້າຮ່ວມ.

ໃນການເປີດຊອງປະມູນໃນຄັ້ງນີ້, ແມ່ນໄດ້ອີງຕາມແຈ້ງການ ສະບັບເລກທີ 113/ຫສນຍ, ວັນທີ 28 ມັງ ກອນ 2022 ເລື່ອງກ່ຽວກັບການຈັດຕັ້ງປະຕິບັດການຈັດຊື້-ຈັດຈ້າງລົດປະຈໍາຕໍາແໜ່ງການນຳລະດັບສູງປະເພດ I-IV, ອີງຕາມການແຈ້ງເຊີນປະມູນ ສະບັບເລກທີ 0580/ຫກ,ກງ, ລົງວັນທີ 07 ມີນາ 2022 ເລື່ອງກ່ຽວກັບເຂົ້າຮ່ວມປະມູນແຂ່ງຂັນລາຄາໃນການສະໜອງລົດເກັງທີນຳໃຊ້ໄຟຟ້າ 100% (EV) ໃຫ້ແກ່ລັດຖະບານ.

ເປີດຊອງປະມູນຊື້ລົດເກັງໄຟຟ້າ ເພື່ອປະກອບເປັນລົດປະຈໍາຕໍາແໜ່ງການນໍາລະດັບສູງ - Visit Laos Visit SALANA BOUTIQUE HOTEL - ເປີດຊອງປະມູນຊື້ລົດເກັງໄຟຟ້າ ເພື່ອປະກອບເປັນລົດປະຈໍາຕໍາແໜ່ງການນໍາລະດັບສູງ
ເປີດຊອງປະມູນຊື້ລົດເກັງໄຟຟ້າ ເພື່ອປະກອບເປັນລົດປະຈໍາຕໍາແໜ່ງການນໍາລະດັບສູງ - Visit Laos Visit SALANA BOUTIQUE HOTEL - ເປີດຊອງປະມູນຊື້ລົດເກັງໄຟຟ້າ ເພື່ອປະກອບເປັນລົດປະຈໍາຕໍາແໜ່ງການນໍາລະດັບສູງ

ໂດຍສຳລັບເງື່ອນໄຂພື້ນຖານກ່ຽວກັບລົດ:
– ເປັນລົດເກັງທີ່ນໍາໃຊ້ພະລັງງງານຈາກໝໍ້ໄຟ(Battery 100%) ທີ່ສາມາດສາກໄຟໄດ້,
– ມາດຕະຖານຄວາມປອດໄພຂອງໝໍ້ໄຟເປັນ Battery Litium-i0n ທີ່ຜ່ານຂະບວນການທົດສອບ UNCEC R100, R136 ໂດຍຕ້ອງມີໃບຢັ້ງຢືນທົດສອບຈາກໂຮງງງານຜະລິດ,
– ມີລະບົບຄວາມປອດໄພ, ຮັບປະກັນໃນການຂັບຂີ່ທີ່ໄດ້ຮັບການທົດສອບ ແລະ ຮັບຮອງໂດຍສາກົນທີ່ມີການຢັ້ງຢືນ,
– ມີບໍລິການຫຼັງການຈັດຊື້ ແລະ ການບໍລິການອາໄຫຼ່, ພ້ອມທັງຮັບປະກັນ, ປະເພດລົດເກັງໄຟຟ້າທີ່ຈັດຊື້.
– ຂະໜາດຂອງລົດຄວາມຍາວຫຼາຍກວ່າ 4.885ມມ;
– ຂະໜາດຄວາມກວ້າງຫຼາຍກວ່າ 1.840 ມມ;
– ລະບົບເບາະໜັງ ແລະ ໄຟຟ້າໜ້າຫຼັງ,
– ລະບົບແວ່ນອັດຕະໂນມັດ,
– ລະບົບນຳທາງ GPS, ລະບົບເກຍອັດຕະໂນມັດ,
– ໜ້າຈໍສະແດງຜົນສໍາຜັດ,
– ລະບົບເບກ ABS dis breake ໜ້າຫຼັງ,
– ບໍລິສັດຕ້ອງຮັບປະກັນໃຫ້ມີສະຖານີສາກແບບໄວ (Type 2 DC CCS2),

ສ່ວນຈໍານວນທີ່ຈະຊື້ມີລົດເກງໄຟຟ້າ EV ຄວາມແຮງມໍເຕີໄຟຟ້າ 121KW-163KW ຈໍານວນ 23 ຄັນ, ລົດເກັງໄຟຟ້າ EV ຄວາມແຮງມໍເຕີໄຟຟ້າ 100KW-160KW ຈໍານວນ 160 ຄັນ.

ທັງນີ້, ການເປີດຊອງປະມູນ ແມ່ນຫາບໍລິສັດທີ່ສະເໜີລາຄາ ຊະນະການປະມູນ, ໃນກໍລະນີຜູ້ຊະນະການປະມູນ ຫາກບໍ່ມາເຊັນສັນຍາຊື້-ຂາຍ ຕາມກຳນົດເວລາທີ່ຄະນະຮັບຜິດຊອບໄດ້ແຈ້ງໄປນັ້ນ, ແມ່ນຖືວ່າສະຫຼະສິດໂດຍບໍ່ມີເງື່ອນໄຂ, ຊຶ່ງຄະນະຮັບຜິດຊອບການປະມູນຈະໄດ້ຢຶດເງິນຄໍ້າປະກັນຊອງປະມູນ 2% ມາເປັນຂອງລັດພ້ອມທັງພິຈາລະນາບໍລິສັດທີ່ໄດ້ລໍາດັບຖັດມາເປັນຜູ້ຊະນະການປະມູນຕາມລໍາດັບ.

ເປີດຊອງປະມູນຊື້ລົດເກັງໄຟຟ້າ ເພື່ອປະກອບເປັນລົດປະຈໍາຕໍາແໜ່ງການນໍາລະດັບສູງ - 3 - ເປີດຊອງປະມູນຊື້ລົດເກັງໄຟຟ້າ ເພື່ອປະກອບເປັນລົດປະຈໍາຕໍາແໜ່ງການນໍາລະດັບສູງ
ເປີດຊອງປະມູນຊື້ລົດເກັງໄຟຟ້າ ເພື່ອປະກອບເປັນລົດປະຈໍາຕໍາແໜ່ງການນໍາລະດັບສູງ - 5 - ເປີດຊອງປະມູນຊື້ລົດເກັງໄຟຟ້າ ເພື່ອປະກອບເປັນລົດປະຈໍາຕໍາແໜ່ງການນໍາລະດັບສູງ
ເປີດຊອງປະມູນຊື້ລົດເກັງໄຟຟ້າ ເພື່ອປະກອບເປັນລົດປະຈໍາຕໍາແໜ່ງການນໍາລະດັບສູງ - 4 - ເປີດຊອງປະມູນຊື້ລົດເກັງໄຟຟ້າ ເພື່ອປະກອບເປັນລົດປະຈໍາຕໍາແໜ່ງການນໍາລະດັບສູງ