ນັກທ່ອງທ່ຽວຕ່າງປະເທດ ເດີນທາງເຂົ້າຫວຽດນາມ ເພີ່ມຂຶ້ນ 89,1% ໃນໄຕມາດທຳອິດ


ວັນທີ 29 ມີນາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດຫວຽດນາມເປີດເຜີຍຈຳນວນນັກເດີນທາງຕ່າງປະເທດທີ່ເຂົ້າປະເທດ ໄລຍະເດືອນມັງກອນ-ມີນາ ມີເກືອບ 91.000 ຄົນ ເພີ່ມຂຶ້ນ 89,1% ເມື່ອທຽບໃສ່ປີຕໍ່ປີ ໂດຍມີປັດໄຈຫລັກຈາກການກັບມາເປີດກິດຈະກຳທ່ອງທ່ຽວລະຫວ່າງປະເທດ ແລະ ການກັບມາໃຫ້ບໍລິການຫລາຍຖ້ຽວບິນຕາມປົກກະຕິ.
ສຳນັກງານສະຖິຕິແຫ່ງຊາດຫວຽດນາມລະບຸວ່າ: ປະລິມານນັກເດີນທາງຕ່າງປະເທດທີ່ເດີນທາງເຂົ້າຫວຽດນາມທາງອາກາດຄິດເປັນ 90,5% ຂອງນັກເດີນທາງຂາເຂົ້າປະເທດທັງໝົດ ໂດຍ 64,3% ມາຈາກທະວີບອາຊີ.
ຫວຽດນາມກັບມາເປີດຊາຍແດນຮັບນັກເດີນທາງຂາເຂົ້າຢ່າງເຕັມຮູບແບບນັບແຕ່ວັນທີ 15 ມີນາ ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມຟື້ນຟູການທ່ອງທ່ຽວ ແລະ ເສດຖະກິດຂອງປະເທດ ຫລັງຈາກຢຸດສະງັກມາເກືອບ 2 ປີ ເພາະການລະບາດໃຫຍ່ຂອງພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19).
ທັງນີ້, ຫວຽດນາມຕ້ອນຮັບນັກເດີນທາງຕ່າງປະເທດຫລາຍກວ່າ 18 ລ້ານຄົນ ໃນປີ 2019 ເຊິ່ງເປັນປີເຕັມປີສຸດທ້າຍກ່ອນເກີດພະຍາດລະບາດໃຫຍ່ ກ່ອນຈະຫລຸດລົງມາຢູ່ 78,7% ແລະ 95,9% ໃນປີ 2020 ແລະ 2021 ຕາມລຳດັບ ເນື່ອງຈາກຜົນກະທົບຈາກພະຍາດໂຄວິດ-19 ເປັນສ່ວນໃຫຍ່.
ອົງການບໍລິຫານການທ່ອງທ່ຽວແຫ່ງຊາດຫວຽດນາມ (VNAT) ເຜີຍວ່າ: ຫວຽດນາມຕັ້ງເປົ້າຕ້ອນຮັບນັກທ່ອງທ່ຽວຕ່າງປະເທດຫລາຍກວ່າ 5 ລ້ານຄົນ ໃນປີ 2022.