ຫວຽດນາມ ຂຶ້ນຄ່າແຮງງານຂັ້ນຕໍ່າ ຊ່ວຍປະຊາຊົນຮັບມືຄ່າຄອງຊີບແພງ

ຫວຽດນາມ ກຽມປັບຂຶ້ນຄ່າແຮງງານຂັ້ນຕໍ່າ ເພື່ອຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກເງິນເຟີ້ ແລະ ຄ່າຄອງຊີບເພີ່ມສູງຂຶ້ນ ຫລັງລາຄານ້ຳມັນທົ່ວໂລກປັບຂຶ້ນຕໍ່ເນື່ອງ ຈາກຜົນກະທົບສົງຄາມຣັດເຊຍ-ຢູເຄຣນ.
ລັດຖະບານຫວຽດນາມ ໄດ້ອອກມາປະກາດກຽມປັບຂຶ້ນຄ່າແຮງງານຂັ້ນຕໍ່າໂດຍສະເລ່ຍ 6% ໃນເດືອນກໍລະກົດເປັນຄັ້ງທຳອິດຫລັງຈາກບໍ່ມີການປັບຂຶ້ນມາເປັນເວລາກວ່າສອງປີ ທ່າມກາງສຽງຄັດຄ້ານຈາກພາກທຸລະກິດ.
ການປັບຂຶ້ນອັດຕາຄ່າແຮງງານຂັ້ນຕໍ່າໃໝ່ ເຊິ່ງຈະມີຜົນບັງຄັບໃຊ້ໃນວັນທີ 1 ກໍລະກົດນີ້ ຈະສົ່ງຜົນໃຫ້ແຮງງານຫວຽດນາມໄດ້ຮັບຄ່າແຮງງານເພີ່ມຂຶ້ນຈາກ 3,07-4,42 ລ້ານດົງ ເປັນ 3,25-4,68 ລ້ານດົງ ຕາມເຂດ 4 ເຂດທີ່ລັດຖະບານກຳນົດ.
ການປະກາດປັບຂຶ້ນຄ່າແຮງງານຂັ້ນຕໍ່າລົງນາມໂດຍທ່ານ ຟາມ ບິງ ມິງ ຮອງນາຍົກລັດຖະມົນຕີຫວຽດນາມ ໃນວັນທີ 12 ມິຖຸນາ ຫລັງຈາກສະພາຄ່າຈ້າງແຫ່ງຊາດ ເຊິ່ງປະກອບມີ ຕົວແທນຈາກພາກລັດ, ແຮງງານ ແລະ ຜູ້ບໍລິຫານພາກເອກະຊົນ ບັນລຸຂໍ້ຕົກລົງຮ່ວມກັນໃຫ້ຂຶ້ນຄ່າແຮງງານມາແຕ່ທ້າຍເດືອນເມສາ, ແຕ່ຕ້ອງຜະເຊີນການຕໍ່ຕ້ານຈາກພາກອຸດສາຫະກຳ ແລະ ການຄ້າ ໂດຍສະເພາະອຸດສາຫະກຳຕັດຫຍິບ ແລະ ເອເລັກໂຕຣນິກ ເຊິ່ງເປັນອຸດສາຫະກຳຫລັກຂອງຫວຽດນາມ ຈົນເຮັດໃຫ້ການປະກາດຕ້ອງຊັກຊ້າອອກໄປ.
ທັງນີ້, ຫລາຍປະເທດໃນອາຊີຕາເວັນອອກສຽງໃຕ້ກຳລັງຜະເຊີນການເພີ່ມຂຶ້ນຂອງອັດຕາເງິນເຟີ້ ແລະ ຄ່າຄອງຊີບຂອງປະຊາຊົນເພີ່ມຂຶ້ນ ເນື່ອງຈາກລາຄານ້ຳມັນປັບຂຶ້ນຕໍ່ເນື່ອງ ອັນເປັນຜົນກະທົບມາຈາກສົງຄາມລະຫວ່າງຣັດເຊຍ ແລະ ຢູເຄຣນ ສົ່ງຜົນໃຫ້ສິນຄ້າອຸປະໂພກບໍລິໂພກພາກັນຂຶ້ນລາຄາຕາມຕົ້ນທຶນທີ່ເພີ່ມຂຶ້ນ ກາຍມາເປັນພາລະທີ່ປະຊາຊົນຕ້ອງແບກຮັບ.
ອ້າງອີງ: