ເກີດແຜ່ນດິນໄຫວ ຄວາມແຮງຂະໜາດ 3.1 ຣິກເຕີ ຢູ່ເມືອງປາກອູ ແຂວງຫຼວງພະບາງ
March 30, 2022 - 8:18 AM


ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ລາຍງານພົບເຫດເກີດແຜ່ນດິນໄຫວ ໃນຄັ້ງວັນທີ 29 ມີນາ 2022, ເວລາ 23:46 ໂມງ ຈຳນວນ 01 ຄັ້ງ, ໃນບໍລິເວນ ແຂວງ ຫຼວງພະບາງ ລາຍລະອຽດຂອງການເກີດແຜ່ນດິນໄຫວ ມີຄືດັ່ງລຸ່ມນີ້:
ໃນເວລາ 23:46:35, ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 20.208°N ແລະ ເສັ້ນແວງທີ່ 102.355°E
ຄວາມແຮງສັ່ນສະເທືອນວັດແທກໄດ້ 3.1 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 10 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ເມືອງ ປາກອູ ແຂວງ ຫຼວງພະບາງ,
ຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງ ປາກອູ ປະມານ 21 Km.
ໝາຍເຫດ: ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີີລາຍງານຜົນເສຍຫາຍ.