ຢູເຊນ ໂບລ ຂຶ້ນຕຳແຫນ່ງເຈົ້າຂອງຮ່ວມທີມອີສະປອດດັງຂອງໄອແລນ




ຢູເຊນ ໂບລ ອະດີດນັກແລ່ນຊຸບເປີສະຕາເຈົ້າຂອງ 8 ຫລຽນຄຳໂອລິມປິກ ກາຍເປັນຄົນດັງຈາກວົງການກິລາຄົນຫລ້າສຸດທີ່ເຂົ້າມາເຮັດທີມແຂ່ງຂັນໃນສ່ວນຂອງ ອີສະປອດ (ESPORT).
ໂບລ ຖືເປັນນັກແລ່ນທີ່ປະສົບຄວາມສຳເລັດຢ່າງຫລາຍ ຫລັງເປັນເຈົ້າຂອງສະຖິຕິໂລກທັງໃນໄລຍະ 100 ແມັດ ແລະ 200 ແມັດ ລວມເຖິງຄວ້າຫລຽນຄຳໂອລິມປິກມາແລ້ວເຖິງ 8 ຫລຽນ ກ່ອນທີ່ລາວຈະປະກາດອຳລາວົງການແລ່ນໃນປີ 2017.
ຫລ້າສຸດ ລາວໄດ້ກ້າວເຂົ້າມາສູ່ວົງການກິລາໃຫມ່ອີກຊະນິດຢ່າງ ອີສະປອດ ໂດຍເຂົ້າມາເປັນເຈົ້າຂອງຮ່ວມຂອງອົງການອີສະປອດຈາກໄອແລນ ຄື WYLDE ເຊິ່ງມີທີມແຂ່ງຂັນຫລາຍເກມ ທັງ Rainbow Six Siege, VALORANT, Rocket League ແລະ FIFA.
ໂບລ ໄດ້ເປີດເຜີຍເຖິງການເຂົ້າມາເປັນເຈົ້າຂອງຮ່ວມຂອງສັງກັດນີ້ວ່າ ‘‘ WYLDE ຢູ່ໃນເສັ້ນທາງທີ່ກາຍເປັນຫນຶ່ງໃນກາສິນຄ້າທີ່ຍິ່ງໃຫຍ່ທີ່ສຸດ ແລະ ວົງການກິລາທີ່ເຕີບໂຕໄວທີ່ສຸດໃນໂລກ ໃນອີສະປອດ ມັນເຫມືອນກັບຊ່ອງແລ່ນ ແລະ ສະຫນາມ ມັນຕ້ອງມີການແຂ່ງຂັນ ແລະ ຈິດວິນຍານແຫ່ງໄຊຊະນະ ’’.
‘‘ ຂ້ອຍຫວັງວ່າຈະໄດ້ເຮັດວຽກກັບທີມຜູ້ນຳຂອງ WYLDE ເພື່ອຊ່ວຍໃຫ້ນັກກິລາຂອງເຮົາໄປເຖິງສັກກະຍາພາບສູງສດ ແລະ ຂະນະດຽວກັນກໍຈະຊ່ວຍເບິ່ງແຍງທາງດ້ານຮ່າງກາຍ ແລະ ຈິດວິນຍານຂອງພວກເຂົານຳອີກ ’’.