ບາງກິດຈະກຳໃນບຸນປີໃໝ່ລາວ ຈັດຂຶ້ນເພື່ອຫຍັງ

ແຕ່ວັນທີ 14-16 ເມສາ ປະຊາຊົນລາວພວກເຮົາ ຈະຈັດກິດຈະກຳເຮັດບຸນສິນກິນທານ ແລະ ກິດຈະ ກຳອື່ນໆທີ່ກ່ຽວຂ້ອງກັບບຸນປີໃໝ່ລາວ. ສຳລັບປີນີ້່ເນື່ອງຈາກສະຖານະການປັດຈຸບັນຍັງຢູ່ໃນໄລຍະການລະ ບາດພະຍາດໂຄວິດ-19 ເຮັດໃຫ້ຫລາຍບ່ອນບໍ່ສາມາດຈັດກິດຈະກຳໄດ້ຢ່າງຄຶກຄັກ ແລະ ເຖິງວ່າມີຫລາຍບ່ອນຈັດເປັນປົກກະຕິ, ແຕ່ກໍຕ້ອງປະຕິບັດມາດຕະການຮັກສາໄລຍະຫ່າງທາງສັງຄົມ ແລະ ມາດຕະການປ້ອງກັນອື່ນໆເພື່ອຄວາມປອດໄພຕາມການແນະນຳຂອງຄະນະສະເພາະກິດ.
ຫລາຍທ່ານຄົງຮູ້ດີວ່າ: ກິດຈະກຳສະຫລອງບຸນປີໃໝ່ລາວນັ້ນ ສິ່ງທີ່ຂາດບໍ່ໄດ້ນອກຈາກການຫົດນໍ້າກັນ ແລະ ການໃສ່ບາດຖວາຍສັງຄະທານແລ້ວ ກໍຍັງມີອີກ 3 ກິດຈະກຳທີ່ສືບທອດປະຕິບັດກັນມາແຕ່ດົນນານຈົນເຖິງປັດຈຸບັນຄື ການຫົດສົງຜູ້ໃຫຍ່, ການສົງພະ ແລະ ການຕົບພະທາຍ ເຊິ່ງທັງ 3 ກິດຈະກຳນີ້ຈັດຂຶ້ນເພື່ອຫຍັງ ແລະ ເປັນຫຍັງຕ້ອງປະຕິບັດຕາມປະເພນີ ພວກເຮົາຂໍສະເຫລີຍດັ່ງນີ້
1.ເປັນຫຍັງຕ້ອງຫົດສົງຜູ້ໃຫຍ່: ຕາມຄວາມເຊື່ອແຕ່ບູຮານນະການ, ການຫົດສົງຜູ້ໃຫຍ່ ເປັນການສະແດງຄວາມເຄົາລົບນັບຖື ແລະ ຂໍຂະມາຕໍ່ການກະທຳບໍ່ດີທີ່ລ່ວງເກີນຜູ້ໃຫຍ່ຜ່ານມາໂດຍຈະກຽມນໍ້າອົບນໍ້າຫອມ ນໍ້າສະອາດ ດອກໄມ້ຳໄປຫົດສົງ ແລະ ກາບໄຫວ້. ນອກນີ້ຍັງເປັນການຂໍພອນໃຫ້ເກີດຄວາມເປັນສິລິມຸງ ຄຸນໃນໂອກາດກ້າວສູ່ປີໃໝ່.
2. ເປັນຫຍັງຕ້ອງຕົບພະທາຍ: ໜຶ່ງໃນກິດຈະກຳຂອງບຸນປີໃໝ່ລາວຢູ່ຕາມວັດຕ່າງໆມັກເຮັດຄືການຕົບພະ ທາຍ ຊຶ່ງໃນສະໄໝບູຮານເຊື່ອວ່າ: ຕະຫລອດປີ, ຊາວບ້ານທີ່ເຂົ້າມາວັດຈະມີດິນຊາຍຕິດຕີນອອກໄປນໍາຖືວ່າເປັນການສ້າງບາບໂດຍບໍ່ຮູ້ໂຕ. ຈາກນີ້ເມື່ອຮອດບຸນປີໃໝ່ ຈຶ່ງສົມຄວນແກ່ການເຮັດບຸນໂດຍການຂົນຊາຍມາໄວ້ໃນວັດ, ເມື່ອຂົນມາແລ້ວກໍພາກັນກໍ່ຊາຍເປັນທາດ ຫລື ເຈດີ ຫລືເອີ້ນ ຕົບພະທາຍ ກໍວ່າ. ອີກ ໜຶ່ງຄວາມໝາຍທີ່ຍິ່ງໃຫຍ່ຂອງການຕົບພະທາຍນີ້ຄືການສ້າງຄວາມຮັກ ຄວາມສາມັກຄີ ການເປັນຈິດໜຶ່ງໃຈດຽວກັນເຮັດວຽກຂອງຊາຍບ້ານ ເປັນການຊ່ວຍເຫລືອວັດ ໂດຍບໍ່ຕ້ອງຊື້ຊາຍກໍ່ສ້າງ ຫລື ບູລະນະສິ່ງໃດໜຶ່ງຢູ່ວັດ.
3. ການສົງພະ: ປະເພນີປີໃໝ່ລາວ ເມື່ອເອີ່ຍເຖິງການສົງພະແລ້ວ ມີທັງການສົງພະສົງ ແລະ ພະພຸດທະຮູບ ໂດຍສະເພາະການນຳເອົາພະພຸດທະຮູບປະຈຳເຮືອນມາສົງດ້ວຍນໍ້າອົບນໍ້າຫອມ ພ້ອມດ້ວຍສັກກາລະບູຊຊາດ້ວຍດອກໄມ້ທູບທຽນ ເຊິ່ງບູຮານເພິ່ນເຊື່ອວ່າ:ເປັນການສະແດງໃຫ້ເຫັນເຖິງຄວາມເຄົາລົບ ແລະ ສັກກາລະພະພຸດທະຮູບຄົບທັງທັງ 3 ປະການໄດ້ແກ່ ພະພຸດ, ພະທຳ ແລະ ພະສົງທັງຍັງເປັນການເລີ່ມ ຕົ້ນສິ່ງທີ່ເປັນມຸງຄຸນໃນມື້ປີໃໝ່ອີກຕ່າງຫາກໂດຍຈະເຮັດໃຫ້ເກີດຄວາມສຸກ ຄວາມຊຸ່ມເຢັນຕະຫລອດປີໃໝ່. ຂະນະດຽວກັນ ຍັງເຊື່ອວ່າ: ການສົງນໍ້າພະພຸດທະຮູບ ຍັງເປັນການທຳຄວາມສະອາດພະ ທີ່ຕະຫລອດປີພວກເຮົາໄດ້ກາບໄຫວ້. ຂະນະທີ່ການສົງພະສົງ ເປັນການຊ່ວຍໃຫ້ເພິ່ນເຢັນສະບາຍໃນຍາມຮ້ອນ.
ແນວໃດກໍດີຍັງມີຫລາຍກິດຈະກຳ ທີ່ພວກເຮົາສມາດເຮັດໄດ້, ແຕ່ກໍຕ້ອງເຂັ້ມງວດເລື່ອງຄວາມປອດໄພຂອງສຸຂະພາບ ຊີວິດ ໂດຍການປະຕິບັດມາດຕະການປ້ອງກັນຂັ້ນພືື້ນຖານຄືໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍເຈວ ຫລື ສະບູ ແລະ ນໍ້າສະອາດເລື້ອຍໆ, ຮັກສາໄລຍະຫ່າງລະຫວ່າງກັນ 1-2 ແມັດ, ບໍ່ຄວນໄປສະຖານທີ່ແອອັດ ມີຄົນຫລາຍ ສັກວັກຊິນຄົບເຂັມ ແລະ ເຂັມກະຕຸ້ນການການແນະນຳ ພຽງເທົ່ານີ້ກໍສາ ມາດພົ້ນການຕິດເຊື້ອໂຄວິດ-19.