ແຂວງສະຫວັນນະເຂດ ວາງເປົ້າໝາຍຈະສ້າງລາຍຮັບປີ 2022 ໃຫ້ໄດ້ 1.686 ຕື້ກີບ

ແຂວງສະຫວັນນະເຂດ ວາງເປົ້າໝາຍຈະສ້າງລາຍຮັບປີ 2022 ໃຫ້ໄດ້ 1.686 ຕື້ກີບ - IMG 9732 1024x683 1 - ແຂວງສະຫວັນນະເຂດ ວາງເປົ້າໝາຍຈະສ້າງລາຍຮັບປີ 2022 ໃຫ້ໄດ້ 1.686 ຕື້ກີບ
ແຂວງສະຫວັນນະເຂດ ວາງເປົ້າໝາຍຈະສ້າງລາຍຮັບປີ 2022 ໃຫ້ໄດ້ 1.686 ຕື້ກີບ - kitchen vibe - ແຂວງສະຫວັນນະເຂດ ວາງເປົ້າໝາຍຈະສ້າງລາຍຮັບປີ 2022 ໃຫ້ໄດ້ 1.686 ຕື້ກີບ

ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ໃນໄລຍະ 1 ປີຜ່ານມາ ໂດຍລວມວຽກງານຂະແໜງການເງິນຢູ່ແຂວງສະຫວັນນະເຂດ ພົບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃນຫຼາຍດ້ານ, ແຕ່ກໍຍັງສາມາດຈັດເກັບລາຍຮັບງົບປະມານແຫ່ງລັດ ເກີນແຜນ 8,04% ຂອງແຜນການປີ ໃນນັ້ນຍ້ອນການນຳໃຊ້ເຕັກໂນໂລຊີ ເຂົ້າໃນການຄຸ້ມຄອງການຈັດເກັບລາຍຮັບ ແລະ ປະຕິບັດລາຍຈ່າຍ ຈຶ່ງເຮັດໃຫ້ຊ່ອງວ່າງການຮົ່ວໄລໃນຂົງເຂດການເງິນຫຼຸດລົງ ແລະ ອື່ນໆ.

ທ່ານ ແສນສັກ ສຸລິສັກ ຫົວໜ້າພະແນກການເງິນ ແຂວງສະຫວັນນະເຂດ ລາຍງານໃຫ້ຮູ້ວ່າ: ສະພາບການຈັດຕັ້ງປະຕິບັດແຜນງົບປະມານ ໃນປີ 2021 ຜ່ານມາ ແຜນລາຍຮັບທັງໝົດ 1.547,14 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດລາຍຮັບງົບປະມານ ສາມາດປະຕິບັດໄດ້: 1.671,57 ຕື້ກີບ ເທົ່າກັບ 108,04% ຂອງແຜນການປີ (ເກີນແຜນ 8,04% ເປັນເງິນທັງໝົດ 124,42 ຕື້ກີບ ໃນນັ້ນ, ລາຍຮັບພູດສູນກາງ 934,28 ຕື້ກີບ, ເທົ່າກັບ 110,99% ຂອງແຜນການປີ (ເກີນແຜນ 10,99% ເປັນເງິນ 92,50 ຕື້ກີບ); ລາຍຮັບພູດທ້ອງຖິ່ນ 737,28 ຕື້ກີບ, ເທົ່າກັບ 104,52% ຂອງແຜນປີ (ເກີນແຜນ 4,52% ເປັນເງິນ 31,91 ຕື້ກີບ), ສະນັ້ນໃນການຕີລາຄາສະພາບການຈັດຕັ້ງປະຕິບັດງົບປະມານປີ 2021 ຜ່ານມາ ຍ້ອນມີການຊີ້ນຳ-ນຳພາຢ່າງໃກ້ສິດຂອງອົງການປົກຄອງແຂວງ, ຂອງກະຊວງການເງິນ, ຂອງບັນດາກົມທີ່ກ່ຽວຂ້ອງ ຂັ້ນສູນກາງ, ຂອງບັນດາພະແນກການຕ່າງໆອ້ອມຂ້າງແຂວງ ແລະ ຂອງອົງການປົກຄອງເມືອງ-ນະຄອນ ຕໍ່ຂະແໜງການເງິນຂັ້ນຕ່າງໆ.

ຄຽງຄູ່ກັນນັ້ນ, ກໍຍັງມີຄວາມຫຍຸ້ງຍາກ ຍ້ອນການປະຕິບັດມາດຕະການຕ້ານ ແລະ ສະກັດກັ້ນຂອງພະຍາດໂຄວິດ-19 ເຊ່ັນ: ການປິດປະເທດ, ປິດກິດຈະການບ້ານພັກ, ໂຮງແຮມ, ຮ້ານອາຫານ, ຮ້ານກິນດື່ມ, ການທ່ອງທ່ຽວ, ການຈັດປະຊຸມ, ສຳມະນາ, ການເດີນທາງລະຫວ່າງແຂວງຫາແຂວງ, ແຂວງຫາເມືອງ ແລະ ອື່ນໆ ຈຶ່ງເຮັດໃຫ້ຂະແໜງການອື່ນໆຂອງລັດ ກໍຄືຫົວໜ່ວຍທຸລະກິດຈຳນວນຫຼາຍ ໃນຂອບເຂດທົ່ວແຂວງ ເຄື່ອນໄຫວທຸລະກິດບໍ່ເຕັມສ່ວນ, ບໍ່ໄປຕາມແຜນທີ່ຂຶ້ນໄວ້ເັຮດໃຫ້ການປະຕິບັດພັນທະຕໍ່ລັດຫຼຸດລົງ.

ສຳລັບ, ທິດທາງແຜນງົບປະມານແຫ່ງລັດ ແລະ ມາດຕາການວຽກງານຈຸດສຸມໃນການຈັດຕັ້ງປະຕິບັດ ປີ 2022, ແຜນລາຍຮັບທັງໝົດ 1.686,18 ຕື້ກີບ ທຽບໃສ່ແຜນປີ 2021 ເພີ່ມຂຶ້ນ 139,03 ຕື້ກີບ ຫຼື ເພີ່ມຂຶ້ນ 8,99%, ສະນັ້ນຈະໄດ້ສຸມໃສ່ປະຕິບັດມາດຕາການຕ່າງໆຕາມທີ່ກຳນົດໄວ້ ໃນຄຳສັ່ງເລກທີ 18/ນຍ ລົງວັນທີ 16 ກັນຍາ 2021 ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ; ສຸ່ມໃສ່ການຈັດເກັບລາຍຮັບ ງົບປະມານ ໃຫ້ສາມາດບັນລຸຕາມຕົວເລກແຜນການ, ລື່ນແຜນການໃນແຕ່ລະປີ ເພື່ອກ້າວໄປສູ່ເຮັດໃຫ້ພາຍໃນ ກຸ້ມລາຍຈ່າຍພາຍໃນ; ນອກນັ້ນຍັງຈະໄດ້ຄົ້ນຄວ້າປັບປຸງຄືນ ການແບ່ງຂັ້ນຄຸ້ມຄອງຫົວໜ່ວຍວິສາຫະກິດ ລະຫວ່າງແຂວງ ກັບ ເມືອງ-ນະຄອນ ແນໃສ່ເພື່ອຫັນເມືອງສູ່ກຸ້ມຕົນເອງດ້ານງົບປະມານ, ຫຼຸດຜ່ອນພາລະແບກຫາບຂອງງົບປະມານແຂວງ ຕໍ່ງົບປະມານເມືອງ-ນະຄອນ ໃຫ້ຫຼຸດລົງເທື່ອລະກ້າວ; ສົມທົບກັບຂະແໜງການຕ່າງໆທີ່ກ່ຽວຂ້ອງພາຍໃນແຂວງເພື່ອຊຸກຍູ້ສົ່ງເສີມ ຫົວໜ່ວຍວິສາຫະກິດທີ່ມີແລ້ວ ໃຫ້ກັບເຂົ້າສູ່ສະພາບປົກກະຕິ ແລະ ດຳເນີນທຸລະກິດໃຫ້ມີປະສິດທິຜົນ, ຄຽງຄູ່ກັນນັ້ນ ກໍຕ້ອງສຸມໃສ່ຊຸກຍູ້-ສົ່ງເສີມ ໃຫ້ມີການລົງທຶນໃໝ່ໃນຂົງເຂດຕ່າງໆ ເພື່ອເຮັດໃຫ້ມີຖານລາຍຮັບໃໝ່ເກີດຂຶ້ນໃນແຕ່ລະປີ ແລະ ກາຍເປັນຖານລາຍຮັບທີ່ໝັ້ນຄົງຂອງແຂວງ; ສຸມໃສ່ການຄຸ້ມຄອງລາຍຈ່າຍ ໃຫ້ຖືກຕ້ອງຕາມລະບຽບກົດໝາຍກຳນົດ, ກວດກາແຕ່ຫົວທີການສ້າງແຜນງົບປະມານລາຍຈ່າຍໃນແຕ່ລະປີ, ໄດ້ສຸມໃສ່ກວດກາຄືນ ລາຍຈ່າຍ ພາກ 60, 61 ເພາະເຫັນວ່າລາຍຈ່າຍຂອງ 2 ພາກດັ່ງກ່າວ ກວມອັດຕາສ່ວນສູງ ໃນລວມຍອດລາຍຈ່າຍ ງົບປະມານຂອງແຂວງ (ກວມ 80%) ນອກຈາກນັ້ນ ເລີ່ມແຕ່ປີ 2022 ຈະໄດ້ເອົາເງິນ ພາກ 61 ຂອງບັນດາເມືອງ ຂຶ້ນມາຈັດຕັ້ງປະຕິບັດ ການເບີກຈ່າຍລວມສູນຢູ່ແຂວງ; ສຸມໃສ່ການຫັນວຽກງານການເງິນໄປສູ່ທັນສະໄໝເທື່ອລະກ້າວ ຕາມສະພາບຕົວຈິງຂອງແຂວງ ແລະ ຕາມທິດຫັນເປັນທັນສະໄໝ.

ແຂວງສະຫວັນນະເຂດ ວາງເປົ້າໝາຍຈະສ້າງລາຍຮັບປີ 2022 ໃຫ້ໄດ້ 1.686 ຕື້ກີບ - 5 - ແຂວງສະຫວັນນະເຂດ ວາງເປົ້າໝາຍຈະສ້າງລາຍຮັບປີ 2022 ໃຫ້ໄດ້ 1.686 ຕື້ກີບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!