ຫໍພິພິທະພັນຫລວງພະບາງ ເປີດໃຫ້ບໍລິການນັກທ່ອງທ່ຽວຕ້ອນຮັບປີໃໝ່ ແຕ່ວັນຈັນ-ອາທິດ (ບໍ່ມີມື້ປິດ)


ທ່ານ ສົມໃຈ ຫົງພະຈັນ ຫົວໜ້າຫໍພິພິທະພັນ ແຂວງຫລວງພະບາງ ສຳພາດຕໍ່ນັກຂ່າວແຂວງຫລວງພະບາງເມື່ອບໍ່ດົນມານີ້ ໃຫ້ຮູ້ວ່າ:
ຫໍພິພິທະພັນຫລວງພະບາງ ເປັນພະລາດຊະວັງເກົ່າ ສ້າງຕາມແບບສະຖາປັດຕະຍະກຳ ຝຣັ່ງ ໃນປີ 1904 ແລະ ຕໍ່ເຕີມຍອດ ຂອງຜາສາດແບບລາວ ໃນປີ 1930. ປັດຈຸບັນ ໃຊ້ສະແດງສິລະປະ ແລະ ພຸດທະສາສະໜາ ເປັນທີ່ປະດິດສະຖານພະບາງ ແລະ ສະແດງກ່ຽວກັບປະຫວັດເຈົ້າຊີວິດ ແລະ ຄອບຄົວ, ມີການກໍ່ສ້າງອາຄານໃໝ່ທີ່ສວຍງາມ ສຳລັບປະດິດສະຖານພະບາງ ໂດຍໄດ້ເລີ່ມເປີດໃຫ້ບໍລິການນັກທ່ອງທ່ຽວທຸກມື້ແລ້ວ ນັບແຕ່ວັນທີ 1 ເມສາ 2022, ວັນຈັນເຖິງວັນທິດ ໂດຍບໍ່ມີມື້ພັກ (ບໍ່ໄດ້ປິດ) ທັງນີ້ກໍເພື່ອແນໃສ່ຕ້ອນຮັບນັກທ່ອງທ່ຽວທີ່ເຂົ້າມມາທ່ຽວນະຄອນຫລວງພະບາງ ໂດຍສະເພາະແມ່ນກຸ່ມນັກທ່ອງທ່ຽວທີ່ມາທ່ຽວໄດ້ແຕ່ ວັນເສົາ-ວັນທິດ ໄດ້ມີໂອກາດເຂົ້າໄປທ່ຽວຊົມທາງໃນຫໍພິພິທະພັນ.
ພ້ອມນີ້, ຍັງເປັນການກະຕຸ້ນໃຫ້ການທ່ອງທ່ຽວພາຍໃນປະເທດ ໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ ລວມເຖິງໂອກາດປີໃໝ່ລາວທີ່ຈະມາເຖິງນີ້ ເຊິ່ງຈະມີຜູ້ຄົນຫລັ່ງໄຫລກັນເຂົ້າມາທ່ຽວຊົມເມືອງ ມໍລະດົກໂລກຫລວງພະບາງ ນັບມື້ນັບຫລາຍຂຶ້ນ.
ສະນັ້ນ, ຫໍພິພິທະພັນ ນະຄອນ ຫລວງພະບາງ ເປີດບໍລິການໃຫ້ແຂກນັກທ່ອງທ່ຽວເຂົ້າຊົມ ໂດຍບໍ່ມີມື້ປິດນັ້ນ ກໍເປັນສ່ວນໜຶ່ງໃນການຕອບສະໜອງດ້ານການທ່ອງທ່ຽວໃນພື້ນທີ່ສີຂຽວ ແລະ ຈະເຮັດໃຫ້ແຂວງຫລວງພະບາງມີລາຍຮັບເພີ່ມຂຶ້ນ ໂດຍສະເພາະ ແມ່ນ ຫໍພິພິທະພັນ ແຂວງຫລວງພະບາງ ແລະ ນັກທ່ອງທ່ຽວທີ່ມາທ່ຽວຊົມແຂວງດັ່ງກ່າວແຕ່ລະຄັ້ງ ໄດ້ເຂົ້າເບິ່ງທາງໃນຂອງຫໍພິພິຕະພັນ ກໍຍິ່ງຈະມີຄວາມເພີງພໍໃຈຕໍ່ກັບການທ່ອງ ທ່ຽວຂອງເຂົາເຈົ້າ ຕື່ມອີກ.