ການປະມູນຈັດຊື້ໂຄງການເຊົ່າຮ້ານຄ້າໃນສະຖານີ ແລະ ພື້ນທີ່ຕໍ່ໜ້າສະຖານີໂດຍສານທາງລົດໄຟລາວ-ຈີນ ຊ່ວງບໍ່ເຕ່ນ-ນະຄອນຫຼວງວຽງຈັນ (ລະຫັດການປະມູນ: MWTLZS2022-02)

1. ເງື່ອນໄຂການດຶງດູດການລົງທຶນ
ການປະມູນຈັດຊື້ຄັ້ງນີ້ ແມ່ນໂຄງການເຊົ່າຮ້ານຄ້າໃນສະຖານີ ແລະ ເດີ່ນຕໍ່ໜ້າສະຖານີໂດຍສານທາງລົດໄຟລາວ-ຈີນ ຊ່ວງບໍ່ເຕ່ນ-ນະຄອນຫຼວງວຽງຈັນ, ຜູ້ການປະມູນຈັດຊື້ແມ່ນບໍລິສັດທາງລົດໄຟລາວ-ຈີນ ອົງກອນທີ່ເປັນຕົວແທນການປະມູນຈັດຊື້ແມ່ນ ບໍລິສັດ ວັດສະດຸທາງລົດໄຟຈີນ ຮຸ້ນສ່ວນຈໍາກັດ. ໂຄງການດັ່ງກ່າວ ໄດ້ນໍາໃຊ້ການປະມູນຈັດຊື້ແບບເປີດກວ້າງ, ໂດຍອີງຕາມຫຼັກການເປີດກວ້າງ, ຍຸດຕິທໍາ, ທ່ຽງທໍາ, ສັດຊື່ເຊື່ອຖືໄດ້ ເພື່ອເປີດຮັບຜູ້ເຂົ້າຮ່ວມແຂ່ງຂັນການປະມູນຈັດຊື້ໃນຄັ້ງນີ້. ຂໍໃຫ້ຜູ້ເຂົ້າຮ່ວມແຂ່ງຂັນປະມູນເອົາໃຈ ໃສ່ອ່ານປະກາດແຈ້ງການ ແລະ ເອກະສານ ກ່ຽວກັບການການປະມູນຈັດຊື້, ເພື່ອເປັນການກະກຽມຄວາມພ້ອມຕໍ່ກັບຂັ້ນຕອນຕ່າງໆທີ່ກ່ຽວຂ້ອງ.
2. ສະພາບລວມຂອງໂຄງການ ແລະ ຂອບເຂດການປະມູນຈັດຊື້
2.1. ຊື່ໂຄງການ: ໂຄງການເຊົ່າຮ້ານຄ້າໃນສະຖານີ ແລະ ພື້ນທີ່ຕໍ່ໜ້າສະຖານີໂດຍສານທາງລົດໄຟລາວ-ຈີນ ຊ່ວງບໍ່ເຕ່ນ-ນະຄອນຫຼວງວຽງຈັນ
2.2. ສະພາບລວມຂອງໂຄງການ: ທາງລົດໄຟລາວ-ຈີນ ຊ່ວງບໍ່ເຕ່ນ ຫາ ນະຄອນຫຼວງວຽງຈັນ ມີຈຸດເລີ່ມຕົ້ນທາງເໜືອທີ່ບໍ່ເຕ່ນດ່ານຊາຍແດນລາວ-ຈີນ, ລົງມາທາງໃຕ້ ຜ່ານພາກເໜືອຂອງລາວ ເຊັ່ນ ແຂວງຫຼວງນໍ້າທາ, ແຂວງອຸດົມໄຊ, ແຂວງຫຼວງພະບາງ, ແຂວງວຽງຈັນ ແລະ ຫຼັງຈາກນັ້ນກໍເຂົ້າສູ່ນະຄອນຫຼວງວຽງຈັນ ຂອງ ສປປ ລາວ,ເສັ້ນທາງມີຄວາມຍາວ 422,4 ກມ. ນໍາໃຊ້ມາດຕະຖານເຕັກນິກທາງລົດໄຟຈີນ, ວິສາຫະກິດຝ່າຍຈີນຮັບຜິດຊອບການວິສະວະກໍາກໍ່ສ້າງ.
2.3. ຂອບເຂດການປະມູນຈັດຊື້: ການປະມູນຈັດຊື້ໃນຄັ້ງນີ້ ແມ່ນໂຄງການເຊົ່າຮ້ານຄ້າໃນສະຖານີ ແລະ ພື້ນທີ່ຕໍ່ໜ້າສະຖານີໂດຍສານທາງລົດໄຟລາວ-ຈີນ ຊ່ວງບໍ່ເຕ່ນ-ນະຄອນຫຼວງວຽງຈັນ, ລວມມີ 8 ແພັກເກັດ.
– ແພັກເກັດ SY01 (ກິນດື່ມ): ລວມມີ ຮ້ານຄ້າ 11 ຮ້ານ, ເນື້ອທີ່ລວມ 868 ຕາແມັດ, ຕັ້ງຢູ່ໃນສະຖານີໂດຍສານນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ;
– ແພັກເກັດ SY02 (ເຄື່ອງດື່ມ, ຂອງຫວານ): ລວມມີ ຮ້ານຄ້າ 31 ຮ້ານ, ເນື້ອທີ່ລວມ 513 ຕາແມັດ, ຕັ້ງຢູ່ໃນສະຖານີໂດຍສານຫຼາຍແຫ່ງຂອງທາລົດໄຟ ແລະ ເດີ່ນຕໍ່ໜ້າສະຖານີໂດຍສານ;
– ແພັກເກັດ SY03 (ຮ້ານຄ້າປອດພາສີ): ລວມມີ ຮ້ານຄ້າ 1 ຮ້ານ, ເນື້ອທີ່ລວມ 45 ຕາແມັດ, ຕັ້ງຢູ່ໃນສະຖານີໂດຍສານບໍ່ເຕ່ນ;
– ແພັກເກັດ SY04 (ຮ້ານສະດວກຊື້): ລວມມີ ຮ້ານຄ້າ 26 ຮ້ານ, ເນື້ອທີ່ລວມ 593 ຕາແມັດ, ຕັ້ງຢູ່ໃນສະຖານີໂດຍສານຫຼາຍແຫ່ງຂອງທາລົດໄຟ ແລະ ເດີ່ນຕໍ່ໜ້າສະຖານີໂດຍສານ;
– ແພັກເກັດ SY05 (ຮ້ານຂາຍຍ່ອຍເຄື່ອງເກຣດດີ (boutique)): ລວມມີ ຮ້ານຄ້າ 57 ຮ້ານ, ເນື້ອທີ່ລວມ 1125 ຕາແມັດ, ຕັ້ງຢູ່ໃນສະຖານີໂດຍສານຫຼາຍແຫ່ງຂອງທາງລົດໄຟ ແລະ ພື້ນທີ່ຕໍ່ໜ້າສະຖານີໂດຍສານ;
– ແພັກເກັດ SY06 (ເຄື່ອງຂາຍອັດຕະໂນມັດ): ລວມມີ ຮ້ານຄ້າ 19 ຮ້ານ, ເນື້ອທີ່ລວມ 56 ຕາແມັດ, ຕັ້ງຢູ່ໃນສະຖານີໂດຍສານຫຼາຍແຫ່ງຂອງທາລົດໄຟ;
– ແພັກເກັດ SY07 (ສູນຂໍ້ມູນຂ່າວສານດ້ານໂຮງແຮມ, ທ່ອງທ່ຽວ ແລະ ແລກປ່ຽນເງິນຕາ): ລວມມີ ຮ້ານຄ້າ 10 ຮ້ານ, ເນື້ອທີ່ລວມ 141 ຕາແມັດ, ຕັ້ງຢູ່ໃນສະຖານີໂດຍສານຫຼາຍແຫ່ງຂອງທາລົດໄຟ;
– ແພັກເກັດ SY08 (ຝາກກະເປົ໋າ): ລວມມີ ຮ້ານຄ້າ 10 ຮ້ານ, ເນື້ອທີ່ລວມ 45 ຕາແມັດ, ຕັ້ງຢູ່ໃນສະຖານີໂດຍສານຫຼາຍແຫ່ງຂອງທາລົດໄຟ;
ຈໍານວນ ແລະ ເນື້ອທີ່ຮ້ານຄ້າໃນແພັກເກັດຂ້າງເທິງ ແມ່ນຖືເອົາການມອບຊໍາລະຕົວຈິງຂອງການປະມຸນຈັດຊື້ເປັນມາດຕະຖານ. ຜູ້ປະມຸນຈັດຊື້ທີ່ມີເງື່ອນໄຂສອດຄ່ອງ ສາມາດເລືອກການປະມຸນຈັດຊື້ແພັກເກັດດຽວ ແລະ ກໍສາມາດເລືອກແພັກເກັດຈໍານວນຫຼາຍໄດ້, ລາຍລະອຽດຈຸດຕໍາແໜ່ງ ເບິ່ງນໍາເອກະສານປະມຸນຈັດຊື້.
2.4. ໄລຍະເວລາດໍາເນີນກິດຈະການ: 36 ເດືອນ, ນອກນັ້ນ ໃຫ້ບໍລິສັດທີ່ໄດ້ຮັບການລົງທຶນ 0-90 ວັນ ເພື່ອໄລຍະຍົກເວັ້ນການເຊົ່າເພື່ອຕົບແຕ່ງ, ໃນນີ້ ໄລຍະຍົກເວັ້ນການເຊົ່າເພື່ອຕົບແຕ່ງຂອງແພັກເກັດ SY01- SY02 ແມ່ນ 90 ວັນ, ໄລຍະຍົກເວັ້ນການເຊົ່າເພື່ອຕົບແຕ່ງຂອງແພັກເກັດ SY03- SY05 ແມ່ນ 45 ວັນ, ບໍ່ມີໄລຍະຍົກເວັ້ນການເຊົ່າເພື່ອຕົບແຕ່ງຂອງແພັກເກັດ SY06- SY08, ໃນໄລຍະຍົກເວັ້ນການເຊົ່າເພື່ອຕົບແຕ່ງ ຈະບໍ່ໄດ້ຄິດໄລ່ຄ່າເຊົ່າ, ລວມໃນຂອບເຂດໄລຍະເວລາເຊົ່າ 36 ເດືອນ.
2.5. ວິທີການກວດກາຄຸນສົມບັດ: ຄຸນສົມບັດກວດກາຕາມພາບຫຼັງ.
2.6. ລາຄາຕໍ່າສຸດຂອງການດຶງດູດການລົງທຶນ: ລາຍລະອຽດເບິ່ງໃນເອກະສານການປະມູນຈັດຊື້
.
3. ເງື່ອນໄຂຂອງຜູ້ເຂົ້າຮ່ວມແຂ່ງຂັນປະມູນ.
3.1. ຜູ້ທີ່ເຂົ້າຮ່ວມການປະມຸນຈັດຊື້ຕ້ອງໄດ້ຜ່ານຈົດທະບຽນສ້າງຕັ້ງຢ່າງຖືກຕ້ອງຕາມກົດມາຍ, ຕ້ອງມີຄຸນສົມບົດເປັນນິຕິບຸກຄົນເອກະລາດ, ສອດຄ່ອງກັບຂອບເຂດການດໍາເນີນທຸລະກິດຂອງໂຄງການປະມູນຈັດຊື້, ເປັນອົງການຈັດຕັ້ງນິຕິບຸກຄົນ ທີ່ມີຄວາມສາມາດຮັບຜິດຊອບທາງແພ່ງໄດ້ຢ່າງເປັນເອກະລາດ.
3.2. ຮ້ານຄ້າຈະຈໍາກັດຍີ່ຫໍ້ສິນຄ້າ, ສິນຄ້າຂອງຕົນເອງ ຕ້ອງໄດ້ສະໜອງເອກະສານຢັງຢືນຍີ່ຫໍ້; ທຸລະກິດແຟຣນຊາຍ (Franchise) ຕ້ອງໄດ້ສະໜອງໃບມອບສິດຈາກຜູ້ຈົດທະບຽນຍີ່ຫໍ້ ເພື່ອມອບສິດໃຫ້ຜູ້ແຂ່ງຂັນລົງທຶນ; ການດໍາເນີນກິດຈະການສໍາປະທານ ຕ້ອງສະໜອງສັນຍາດໍາເນີນກິດຈະການສໍາປະທານ.
3.3. ເງິນຈົດທະບຽນບໍ່ຫຼຸດ 500.000 ຢວນ ຫຼື 80.000 ໂດລາ ສຫລ ຫຼື 1.000.000.000 ກີບ.
3.4. ຜູ້ແຂ່ງຂັນລົງທຶນຕ້ອງມີໄລຍະເວລາດໍາເນີນທຸລະກິດຕໍ່ເນື່ອງບໍ່ຫຼຸດ 3 ປີ.
3.5. ຜູ້ແຂ່ງຂັນລົງທຶນສະໜອງລາຍລະອຽດສະພາບຜົນງານກໍາດໍາເນີນກິດຈະການທຸລະກິດປະເພດດຽວກັນກັບສິນຄ້າທີ່ຈະດໍາເນີນກິດຈະການໃນແພັກເກັດທີ່ແຂ່ງຂັນລົງທຶນ, ລວມມີສະພາບຕ່າງໆ ເຊັ່ນ: ປະເພດຮ້ານຄ້າ, ເວລາສ້າງຕັ້ງ ແລະ ຂອບເຂດໄລຍະເວລາດໍາເນີນກິດຈະການ, ສະຖານທີ່ດໍາເນີນກິດຈະການ, ຮູບແບບການດໍາເນີນກິດຈະການ, ພ້ອມທັງ ຄັດຕິດໃບທະບຽນວິສາຫະກິດ, ຮູບຖາຍຕົວຈິງ, ຫາກວ່າຮ້ານຄ້າປະເພດທຸລະກິດຄືກັນ ເປັນວິສາຫະກິດສ່ວນບຸກຄົນ ຕ້ອງໄດ້ສະໜອງຂໍ້ມູນຕ່າງໆ ເຊເປັນຕົ້ນແມ່ນ ເອກະສານດໍາເນີນກິດຈະການທີ່ຖືກມອບສິດ ຂອງຜູ້ແຂ່ງຂັນລົງທຶນໃຫ້ແກ່ຮ້ານຄ້ານີ້ ຫຼື ເອກະສານຢັ້ງຢືນສາຍພົວພັນຂອງຮ້ານນີ້ ກັບ ຜູ້ແຂ່ງຂັນລົງທຶນ. ຜົນງານການດໍາເນີນກິດຈະການ ຕ້ອງຄືກັນກັບທຸລະກິດທີ່ຈະເຄື່ອນໄຫວ ໃນສະຖານີ, ຫາກມີຈຸດປະສົງດໍາເນີນກິດຈະການຫຼາຍປະເພດ ແຕ່ລະປະເພດຕ້ອງສະໜອງຜົນງານການດໍາເນີນກິດຈະການທີ່ກ່ຽວຂ້ອງ (ແພັກເກັດ SY07 ຮຽກຮ້ອງໃຫ້ສະໜອງສະເພາະ ຜົນງານການດໍາເນີນກິດຈະການໂຮງແຮມ ແລະ ການທ່ອງທ່ຽວ).
3.6. ຜູ້ແຂ່ງຂັນລົງທຶນ ຫຼື ຜູ້ຖືຮຸ້ນ, ຜູ້ຄວບຄຸມຕົວຈິງ, ພະນັກງານຄຸ້ມຄອງຫຼັກຂອງຜູ້ແຂ່ງຂັນລົງທຶນ ຕ້ອງບໍ່ມີປະຫວັດຕ້ອງໂທດໃນໄລຍະ 3 ປີຫຼ້າສຸດ, ຜູ້ແຂ່ງຂັນລົງທຶນ ຕ້ອງບໍ່ມີການລົງໂທດທີ່ສັ່ງຢຸດການຜະລິດ ແລະ ຢຸດກິດຈະການໃນໄລຍະ 3 ປີຫຼ້າສຸດ.
3.7. ຜູ້ແຂ່ງຂັນລົງທຶນ ຕ້ອງມີຊື່ສຽງດ້ານການຄ້າທີ່ດີ, ບໍ່ມີຂໍຂັດແຍ່ງທາງດ້ານການເຊົ່າກິດຈະການ ແລະ ບັນຫາທີ່ກ່ຽວຂ້ອງ, ບໍ່ມີພຶດຕິກໍາລະເມີດການແຂ່ງຂັນລົງທຶນ ແລະ ພຶດຕິກໍາລະເມີດສັນຍາ, ບໍ່ມີປະຫວັດບໍ່ດີ ທີ່ລະເມີດສັນຍາ ແລະ ລະເມີດລະບຽບລັກການ ໃນການດໍາເນີນກິດຈະການການຄ້າ ແລະ ບໍ່ໄດ້ຮັບຮ້ອງຟ້ອງຕໍ່ກັບການລະເມີດກົດໝາຍ.
3.8. ບໍ່ຮັບການແຂ່ງຂັນລົງທຶນທີ່ເປັນການຮວມຕົວກັນເຂົ້າຮ່ວມ.
4. ການຮັບເອກະສານການປະມູນຈັດຊື້-ວິສາຫະກິດຈີນ (ໝາຍເຖິງວິສາຫະກິດທີ່ຈົດທະບຽນຢູ່ຈີນ, ຕໍ່ໄປກໍເອີ້ນຄືກັນ)
ສໍາລັບວິສາຫະກກິດທັງໝົດທີ່ມີເຈດຈໍານົງເຂົ້າຮ່ວມແຂ່ງຂັນລົງທຶນ ຂໍໃຫ້ນໍາເອົາສໍາເນົາທະບຽນວິສາຫະກິດສະບັບກ໊ອບປີ້ (ຈໍ້າກາບໍລິສັດ), ບັດປະຈໍາຕົວຜູ້ຊື້ສະບັບກ໊ອບປີ້ (ຈໍ້າກາບໍລິສັດ), ຕາຕະລາງຈົດທະບຽນຂາຍເອກະສານດຶງດູດການລົງທຶນ (ສະບັບຈໍ້າກາແລ້ວສະແກັນ, ສະບັບຟາຍອີເລັກໂທຣນິກທີ່ສາມາດປັບໄດ້, ແບບພິມ (ຟໍແມັດ) ເບິ່ງນໍາເອກະສານຊ້ອນທ້າຍ), ໃບຢັ້ງຢືນການໂອນເງິນທະນາຄານຂອງເງິນຄ່າຊອງປະມູນ ແລະ ຖ່າຍຮູບລົງທະບຽນອອນລາຍໃນການປະມູນຈັດຊື້ຂອງລັດວິສາຫະກິດລົດໄຟແຫ່ງຊາດຈີນ (ວິທີການຮັບເອົາເບິ່ງໝາຍເຫດຂ້າງລຸ່ມ) ທັງໝົດໂຮມເຂົ້າໃນຊິບ (ZIP) ດຽວກັນແລ້ວສົ່ງເຂົ້າອີເມວ: mwtlwz@126.com ໃນລະຫວ່າງວັນທີ 2 ເມສາ 2022 ເວລາ 9 ໂມງ 30 ນາທີ ຫາ ວັນທີ 13 ເມສາ 2022 ເວລາ 17 ໂມງ 30 ນາທີ (ເວລາປັກກິ່ງ), ຝ່າຍດຳເນີນການປະມູນຈັດຊື້ຈະອີງຕາມທີ່ຢູ່ອີເມວທີ່ໃນຕາຕະລາງຈົດທະບຽນຂາຍເອກະສານການປະມູນຈັດຊື້ ເພື່ອສົ່ງເອກະສານການປະມູນ (ສະບັບຟາຍອີເລັກໂທຣນິກ) ໃຫ້, ເອກະສານການປະມູນຄັ້ງນີ້ບໍ່ໃຊ້ວິທີການຈໍາໜ່າຍແບບກໍານົດສະຖານທີ່ ແລະ ຊື້ທາງໄປສະນີ.
ໝາຍເຫດ: ຖ່າຍຮູບລົງທະບຽນອອນລາຍໃນການປະມູນຈັດຊື້ຂອງລັດວິສາຫະກິດລົດໄຟແຫ່ງຊາດຈີນ: ໂດຍອີງຕາມຄວາມຮຽກຮ້ອງຕ້ອງການຂອງ “ແຈ້ງການຂອງພະແນກດໍາເນີນການ ແລະ ພັດທະນາ ລັດວິສາຫະກິດລົດໄຟແຫ່ງຊາດຈີນ ກ່ຽວກັບການທົດລອງການປະມູນຈັດຊື້ທາງລະບົບອອນລາຍ ” (ເລກທີ [2020]26 ໜັງສື ເນີນການ ແລະ ພັດທະນາອຸດສາຫະກໍາ), ຜູ້ຮ່ວມແຂ່ງຂັນປະມູນທັງໝົດຕ້ອງຈົດທະບຽນລົງລາຍຊື່ໃນເວັບໄຊ໌ການປະມູນຈັດຊື້ຂອງລັດວິສາຫະກິດລົດໄຟແຫ່ງຊາດຈີນ, ວິສາຫະກິດຈີນຕ້ອງດໍາເນີນການລົງທະບຽນຜ່ານ “ການປະມູນຈັດຊື້
ຂອງລັດວິສາຫະກິດລົດໄຟແຫ່ງຊາດຈີນ”(https://zs.95306.cn) ຕາມເວລາທີ່ປະກາດຂາຍເອກະສານ, ເພື່ອລົງລາຍຊື່ອອນລາຍຕໍ່ແພັກເກັດທີ່ຕ້ອງການ, ພາຍຫຼັງທີ່ລົງທະບຽນສໍາເລັແລ້ວແຄັບຈໍເອົາໄວ້. ວິສາຫະກິດທີ່ບໍ່ຜ່ານການລົງທະບຽນອອນລາຍໃນ ເວທີດຶງດູດການລົງທຶນຂອງລັດວິສາຫະກິດລົດໄຟແຫ່ງຊາດຈີນ ຈະບໍ່ອະນຸຍາດເຂົ້າກອງປະຊຸມເຊິ່ງໜ້າເພື່ອພິຈາລະນາການແຂ່ງຂັນລົງທຶນ.
ລາຄາຂາຍເອກະດຶງດູດການລົງທຶນ: ແຕ່ລະແພັກເກັດ 1000 ຢວນ, ຂາຍແລ້ວບໍ່ຮັບຄືນ.
ຮູບການຮັບເງິນຄ່າເອກະສານການປະມູນຈັດຊື້: ຜ່ານຮູບແບບໂອນເງິນ. ຜູ້ຮ່ວມແຂ່ງຂັນປະມູນຕ້ອງຮັບປະກັນວ່າ ກ່ອນທີ່ຈະຮັບເອກະສານການປະມູນຈັດຊື້ແມ່ນໄດ້ໂອນເງິນຄ່າຊອງປະມູນເຂົ້າບັນຊີທີ່ກໍານົດ, ໃນເວລາໂອນເງິນ ຕ້ອງລະບຸແຈ້ງລະຫັດການປະມູນຈັດຊື້ ແລະ ລະຫັດແພັກເກັດ, ບໍ່ຮັບເງິນສົດ, ບໍ່ຮັບການໂອນສ່ວນຕົວ ແລະ ຮູບການຈ່າຍເງິນອື່ນໆ.
ຂໍ້ມູນການໂອນເງິນຄ່າຊອງປະມູນ:
ຊື່ບັນຊີທະນາຄານ: ບໍລິສັດ ວັດຖຸທາງລົດໄຟຈີນ ຮຸ້ນສ່ວນຈໍາກັດ
ທະນາຄານ: CHINA ZHESHANG BANK Co.,Ltd ສາຂາປັກກິ່ງວ້ານຈວງ
ເລກບັນຊີ: 1000001110120100006226
5. ການຮັບເອກະສານການປະມູນຈັດຊື້-ວິສາຫະກິດລາວ ແລະ ວິສາຫະກິດປະເທດອື່ນໆ (ໝາຍເຖິງວິສາຫະກິດທີ່ຈົດທະບຽນຢູ່ ລາວ ແລະ ປະເທດອື່ນໆ, ບໍ່ກວມເອົາວິສາຫະກິດຈີນ)
ວິສາຫະກິດທີ່ຈົດທະບຽນຢູ່ ລາວ ແລະ ປະເທດອື່ນໆ ສາມາດລົງທະບຽນໄດ້ທາງອອນລາຍ ແລະ ເຊິ່ງໜ້າ, ດັ່ງນີ້:
ຮູບການທີ 1 (ລົງທະບຽນອອນລາຍ, ໂອນເງິນຄ່າຊອງປະມູນ): ສໍາລັບວິສາຫະກກິດທັງໝົດທີ່ມີເຈດຈໍານົງເຂົ້າຮ່ວມແຂ່ງຂັນລົງທຶນ ຂໍໃຫ້ນໍາເອົາສໍາເນົາທະບຽນວິສາຫະກິດສະບັບກ໊ອບປີ້ (ຈໍ້າກາບໍລິສັດ, ພ້ອມທັງສະບັບຟາຍ Word ສະບັບແປເປັນພາສາຈີນ), ບັດປະຈໍາຕົວຜູ້ຊື້ສະບັບກ໊ອບປີ້ (ຈໍ້າກາບໍລິສັດ), ຕາຕະລາງຈົດທະບຽນຂາຍເອກະສານການປະມູນຈັດຊື້ (ສະບັບຈໍ້າກາແລ້ວສະແກັນ, ສະບັບຟາຍອີເລັກໂທຣນິກທີ່ສາມາດປັບໄດ້, ແບບພິມ (ຟໍແມັດ) ເບິ່ງນໍາເອກະສານຊ້ອນທ້າຍ), ໃບຢັ້ງຢືນການໂອນເງິນທະນາຄານຂອງເງິນຄ່າຊອງປະມູນ ແລະ ແຄັບຮູບລົງທະບຽນອອນລາຍໃນເວບໄຊການປະມູນຈັດຊື້
ນລົງທຶນຂອງລັດວິສາຫະກິດລົດໄຟແຫ່ງຊາດຈີນ (ວິທີການຮັບເອົາເບິ່ງໝາຍເຫດຂ້າງລຸ່ມ) ທັງໝົດໂຮມເຂົ້າໃນຊິບ (ZIP) ດຽວກັນແລ້ວສົ່ງເຂົ້າອີເມວ: mwtlwz@126.com ໃນລະຫວ່າງວັນທີ 2 ເມສາ 2022 ເວລາ 8 ໂມງ 30 ນາທີ ຫາ ວັນທີ 13 ເມສາ 2022 ເວລາ 16 ໂມງ 30 ນາທີ (ເວລາທ້ອງຖິ່ນ), ຜູ້ການປະມູນຈັດຊື້ອີງຕາມທີ່ຢູ່ອີເມວທີ່ໃນຕາຕະລາງຈົດທະບຽນຂາຍເອກະສານ ເພື່ອສົ່ງເອກະສານການປະມູນ (ສະບັບຟາຍອີເລັກໂທຣນິກ) ໃຫ້, ເອກະສານການປະມູນຄັ້ງນີ້ບໍ່ໃຊ້ວິທີການຈໍາໜ່າຍແບບກໍານົດສະຖານທີ່ ແລະ ຊື້ທາງໄປສະນີ.
ລາຄາຂາຍເອກະການປະມູນຈັດຊື້: ແຕ່ລະແພັກເກັດ 1000 ຢວນ ຫຼື 2.000.000 ກີບ, ຂາຍແລ້ວບໍ່ຮັບຄືນ.
ຮູບການຮັບເງິນຄ່າເອກະສານການປະມູນຈັດຊື້: ຮູບການໂອນເງິນ. ຜູ້ແຂ່ງຂັນລົງທຶນຕ້ອງຮັບປະກັນວ່າ ກ່ອນທີ່ຈະຮັບເອກະສານການປະມູນ ແມ່ນໄດ້ໂອນເງິນຄ່າຊອງປະມູນເຂົ້າບັນຊີທີ່ກໍານົດ, ໃນເວລາໂອນເງິນ ຕ້ອງລະບຸແຈ້ງລະຫັດການປະມູນຈັດຊື້ ແລະ ລະຫັດແພັກເກັດ, ບໍ່ຮັບເງິນສົດ, ບໍ່ຮັບການໂອນສ່ວນຕົວ ແລະ ຮູບການຈ່າຍເງິນອື່ນໆ.
ຂໍ້ມູນການໂອນເງິນຄ່າຊອງປະມູນ:
ຊື່ບັນຊີທະນາຄານ: ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ
ທະນາຄານ: ທະນາຄານຈີນ ສາຂານະຄອນຫຼວງວຽງຈັນ
ເລກບັນຊີ: 100002400013327 LAK/100002400013338 CNY
ຮູບການທີ 2 (ລົງທະບຽນແບບເຊິ່ງໜ້າ, ຈ່າຍເງິນຄ່າຊອງປະມູນກັບທີ່): ສໍາລັບວິສາຫະກກິດທັງ ໝົດທີ່ມີເຈດຈໍານົງເຂົ້າຮ່ວມແຂ່ງຂັນລົງທຶນ ຂໍໃຫ້ນໍາເອົາສໍາເນົາທະບຽນວິສາຫະກິດສະບັບກ໊ອບປີ້ (ຈໍ້າກາບໍລິສັດ, ພ້ອມທັງສະບັບຟາຍ Word ສະບັບແປເປັນພາສາຈີນ), ບັດປະຈໍາຕົວຜູ້ຊື້ສະບັບກ໊ອບປີ້ (ຈໍ້າກາບໍລິສັດ), ຕາຕະລາງຈົດທະບຽນຂາຍເອກະສານດຶງດູດການລົງທຶນ (ສະບັບຈໍ້າກາແລ້ວສະແກັນ, ສະບັບຟາຍອີເລັກໂທຣນິກທີ່ສາມາດປັບໄດ້, ແບບພິມ (ຟໍແມັດ) ເບິ່ງນໍາເອກະສານຊ້ອນທ້າຍ), ໃບຢັ້ງຢືນການໂອນເງິນທະນາຄານຂອງເງິນຄ່າຊອງປະມູນ ແລະ ແຄັບຮູບລົງທະບຽນອອນລາຍໃນເວທີດຶງດູດການລົງທຶນຂອງລັດວິສາຫະກິດລົດໄຟແຫ່ງຊາດຈີນ (ວິທີການຮັບເອົາເບິ່ງໝາຍເຫດຂ້າງລຸ່ມ) ທັງໝົດໂຮມເຂົ້າໃນຊິບ (ZIP) ດຽວກັນແລ້ວສົ່ງເຂົ້າອີເມວ: mwtlwz@126.com ໃນລະຫວ່າງວັນທີ 2 ເມສາ 2022 ເວລາ 8 ໂມງ 30 ນາທີ ຫາ ວັນທີ 13 ເມສາ 2022 ເວລາ 16 ໂມງ 30 ນາທີ (ເວລາລາວ), ພ້ອມທັງຖືເອົາເອກະສານສະບັບເປັນເຈ້ຍຂ້າງເທິງ ເພື່ອມາຊໍາລະ ແລະ ລົງທະບຽນເຊິ່ງໜ້າ ທີ່ບໍລິສັດທາງລົດໄຟລາວ-ຈີນ ຊັ້ນ 2 ທີ່ຕັ້ງຢູ່ສໍານັກງານໃຫຍ່ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ສປປ ລາວ, ຜູ້ດຶງດູດການລົງທຶນ ອີງຕາມທີ່ຢູ່ອີເມວທີ່ໃນຕາຕະລາງຈົດທະບຽນຂາຍເອກະສານດຶງດູດການລົງທຶນ ເພື່ອສົ່ງເອກະສານການປະມູນ (ສະບັບຟາຍອີເລັກໂທຣນິກ) ໃຫ້, ເອກະສານການປະມູນຄັ້ງນີ້ບໍ່ໃຊ້ວິທີການຈໍາໜ່າຍແບບກໍານົດສະຖານທີ່ ແລະ ຊື້ທາງໄປສະນີ.
ລາຄາຂາຍເອກະສານດຶງດູດການລົງທຶນ: ແຕ່ລະແພັກເກັດ 1000 ຢວນ ຫຼື 2.000.000 ກີບ, ຂາຍແລ້ວບໍ່ຮັບຄືນ.
ຮູບການຮັບເງິນຄ່າເອກະສານດຶງດູດການລົງທຶນ: ເງິນສົດ.
ເວລາລົງທະບຽນ: ໃນລະຫວ່າງວັນທີ 2 ເມສາ 2022 ຫາ ວັນທີ 13 ເມສາ 2022, ແຕ່ລະວັນ ເວລາ 8 ໂມງ 30 ນາທີ ຫາ 16 ໂມງ 30 ນາທີ (ເວລານະຄອນຫຼວງວຽງຈັນ ສປປ ລາວ).
ສະຖານທີ່ລົງທະບຽນ: ບໍລິສັດທາງລົດໄຟລາວ-ຈີນ ຊັ້ນ 2 ທີ່ຕັ້ງຢູ່ສໍານັກງານໃຫຍ່ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ສປປ ລາວ
ຂໍ້ມູນທີ່ຖືມາພ້ອມເວລາມາລົງທະບຽນ: ສໍາເນົາທະບຽນວິສາຫະກິດສະບັບກ໊ອບປີ້ (ຈໍ້າກາບໍລິສັດ), ບັດປະຈໍາຕົວຜູ້ຊື້, ຕາຕະລາງຈົດທະບຽນຂາຍເອກະສານດຶງດູດການລົງທຶນ, ເງິນສົດ 1000 ຢວນ ຫຼື 2.000.000 ກີບ.
ຕິດຕໍ່ຜູ້ຂາຍ: ທ່ານ ເຢ້, ໂທລະສັບ: 020-55530677
ເນື່ອງຈາກຜົນກະທົບຂອງພະຍາດລະບາດ, ແນະນໍາໃຫ້ຜູ້ແຂ່ງຂັນລົງທຶນໃຫ້ບູລິມະສິດເລືອກຮູບການທີ 1 ທີ່ຊື້ເອກະສານດຶງດູດການລົງທຶນໃນຮູບແບບໂອນເງິນຄ່າຊອງປະມູນ.
6. ການຍື່ນເອກະສານແຂ່ງຂັນການລົງທຶນ
6.1. ເວລາຍື່ນເອກະສານແຂ່ງຂັນການລົງທຶນ ແມ່ນ ວັນທີ 22 ເມສາ 2022 ເວລາ 8 ໂມງ 30 ນາທີ ຫາ ເວລາ 9 ໂມງ 30 ນາທີ (ເວລາປັກກິ່ງ). ເວລາສິ້ນສຸດການຍື່ນເອກະສານແຂ່ງຂັນການລົງທຶນ (ເວລາສິ້ນສຸດການແຂ່ງຂັນການລົງທຶນ, ຕໍ່ໄປກໍເອີ້ນຄືກັນ) ແມ່ນ ວັນທີ 22 ເມສາ 2022 ເວລາ 9 ໂມງ 30 ນາທີ (ເວລາປັກກິ່ງ), ສະຖານທີ່ຍື່ນເອກະສານແຂ່ງຂັນການລົງທຶນຂອງວິສາຫະກິດຈີນ ແມ່ນ ອາຄານເລກທີ 6 ອາຄານຈົງຖູ ຊັ້ນ 2 ເຟິງວົວ ເຂດຫາຍຕ້ຽນ ນະຄອນປັກກິ່ງ. ສະຖານທີ່ຍື່ນເອກະສານແຂ່ງຂັນການລົງທຶນຂອງວິສາຫະກິດລາວ ແລະ ປະເທດອື່ນໆ ແມ່ນ ຫ້ອງປະຊຸມ ບໍລິສັດທາງລົດໄຟລາວ-ຈີນ ທີ່ຕັ້ງຢູ່ສໍານັກງານໃຫຍ່ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ສປປ ລາວ. ເອກະສານແຂ່ງຂັນການລົງທຶນທີ່ສົ່ງມາດຮອດເກີນກໍານົດເວລາ ຫຼື ສົ່ງມາບໍ່ຮອດສະຖານທີ່ກໍານົດ ຫຼື ບໍ່ມີການປິດຊອງເອກະສານຕາມຄວາມຮຽກຮ້ອງຕ້ອງການຂອງເອກະສານດຶງດູດການລົງທຶນ, ຜູ້ດຶງດູດການລົງທຶນຈະບໍ່ພິຈາລະນາ.
2.2. ເອກະສານແຂ່ງຂັນການປະມູນຈັດຊື້
ທີ່ສົ່ງມາຮອດເກີນກໍານົດເວລາ ຫຼື ສົ່ງມາບໍ່ຮອດສະຖານທີ່ກໍານົດ ຫຼື ບໍ່ມີການປິດຊອງເອກະສານຕາມຄວາມຮຽກຮ້ອງຕ້ອງການຂອງເອກະສານການປະມູນຈັດຊື້, ຜູ້ປະມູນຈັດຊື້ຈະບໍ່ພິຈາລະນາ.
7. ການລົງປະກາດກ່ຽວກັບການການປະມູນຈັດຊື້
ການປະກາດກ່ຽວກັບການການປະມູນຈັດຊື້ຄັ້ງນີ້ໄດ້ປະກາດລົງໜັງສືພິມ Vientiane Time, ເວັບໄຊ໌ການຈັດຊື້ຂອງລັດວິສາຫະກິດລົດໄຟແຫ່ງຊາດຈີນ (https://cg.95306.cn), ເວັບໄຊ໌ປະມູນວັດຖຸທາງລົດໄຟອີເລັກໂທຣນິກຂອງຈີນ (https://www.bidding-crmsc.com.cn), ເວັບໄຊ໌ການບໍລິການປະມູນສາທາລະນະຈີນ (www.cebpubservice.com/). ບໍລິສັດພວກເຮົາຈະບໍ່ຮັບຜິດຊອບຕໍ່ເນື້ອໃນແຈ້ງການຂອງເວັບໄຊ໌ ແລະ ສື່ອື່ນໆທີ່ມີການເຜີຍແຜ່.
8. ຕິດຕໍ່ພົວພັນ
ຜູ້ດຳເນີນການປະມູນຈັດຊື້: ບໍລິສັດທາງລົດໄຟລາວ-ຈີນ
ທີ່ຢູ່: ຫ້ອງ 6022 ຊັ້ນ 6 ບໍລິສັດທາງລົດໄຟລາວ-ຈີນ ທີ່ຕັ້ງຢູ່ສໍານັກງານໃຫຍ່ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ສປປ ລາວ.
ຜູ້ຕິດຕໍ່: ຊາຍ ຊາວ
ໂທລະສັບ: +856-02052970434 (ລາວ)
电 话:+856-02052970434(老挝)
ອົງກອນຕົວແທນການປະມູນຈັດຊື້: ບໍລິສັດ ວັດສະດຸທາງລົດໄຟຈີນ ຮຸ້ນສ່ວນຈໍາກັດ
ທີ່ຢູ່: ກົ໋ວຫາຍ ພລາຊາ ອາຄານ C ຊັ້ນ 7 ຖະໜົນຟູ້ຊິງ ເລກທີ 17 ເຂດຫາຍຕ້ຽນ ນະຄອນປັກກິ່ງ.
ຜູ້ຕິດຕໍ່: ຫຼີ ຫາຍກາວ, ກາວ ເວິນຖິງ
ໂທລະສັບ: +86-18810423774(ວີແຊັດເບີດຽວກັນ), +856-02059950873(ເບີລາວ), +86-010-51898557
ອີເມວ: mwtlwz@126.com
ວັນທີ 2 ເມສາ 2022