5 ບັນຫາສຳຄັນ ທ່ານຮອງປະທານປະເທດ ເນັ້ນໃຫ້ ຄະນະກວດກາສູນກາງພັກເອົາໃຈໃສ່

5 ບັນຫາສຳຄັນ ທ່ານຮອງປະທານປະເທດ ເນັ້ນໃຫ້ ຄະນະກວດກາສູນກາງພັກເອົາໃຈໃສ່ - 278177555 699727414809295 8558974418796374791 n - 5 ບັນຫາສຳຄັນ ທ່ານຮອງປະທານປະເທດ ເນັ້ນໃຫ້ ຄະນະກວດກາສູນກາງພັກເອົາໃຈໃສ່
5 ບັນຫາສຳຄັນ ທ່ານຮອງປະທານປະເທດ ເນັ້ນໃຫ້ ຄະນະກວດກາສູນກາງພັກເອົາໃຈໃສ່ - kitchen vibe - 5 ບັນຫາສຳຄັນ ທ່ານຮອງປະທານປະເທດ ເນັ້ນໃຫ້ ຄະນະກວດກາສູນກາງພັກເອົາໃຈໃສ່

ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິ ການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ໃນໂອກາດເຂົ້າຮ່ວມກອງປະຊຸມວຽກງານກວດກາທົ່ວປະເທດ ຢູ່ແຂວງອຸດົມໄຊ ວັນທີ 8-9 ເມສານີ້ 2022 ນີ້ ໂດຍໄດ້ເນັ້ນໜັກຕື່ມໃນບາງຈຸດຕົ້ນຕໍ ໃນການເຄື່ອນໄຫວວຽກງານກວດກາໃນຊຸມປີຕໍ່ໜ້າຄື:

1. ສ້າງຄວາມເຂົ້າໃຈຖືກຕ້ອງກ່ຽວກັບທີ່ຕັ້ງ, ບົດບາດຂອງວຽກງານກວດກາ ໃນສະພາບການປັດຈຸບັນ ແລະ ຄວາມເລັ່ງທວງຕົວຈິງຕໍ່ຄະນະພັກແຕ່ລະຂັ້ນ ເປັນຕົ້ນ ທີ່ຕັ້ງ, ພາລະບົດບາດ ຂອງວຽກງານກວດກາ ແລະ ຄວາມຮັບຜິດຊອບຂອງຄະນະພັກ.

5 ບັນຫາສຳຄັນ ທ່ານຮອງປະທານປະເທດ ເນັ້ນໃຫ້ ຄະນະກວດກາສູນກາງພັກເອົາໃຈໃສ່ - Visit Laos Visit SALANA BOUTIQUE HOTEL - 5 ບັນຫາສຳຄັນ ທ່ານຮອງປະທານປະເທດ ເນັ້ນໃຫ້ ຄະນະກວດກາສູນກາງພັກເອົາໃຈໃສ່

2. ກໍາແໜ້ນບາງຈຸດສໍາຄັນທີ່ຕ້ອງສຸມໃສ່ແກ້ໄຂ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງໃນການເຄື່ອນໄຫວວຽກງານກວດກາໃນຊຸມປີຕໍ່ໜ້າ ເພື່ອເຮັດໃຫ້ບັນດາຫຼັກການພື້ນຖານການຈັດ ຕັ້ງ ແລະ ການເຄື່ອນໄຫວຂອງພັກ, ມາດຖານເງື່ອນໄຂຂອງສະມາຊິກພັກ ແລະ ບັນດາເນື້ອໃນສໍາຄັນຕ່າງໆທີ່ລະບຸໄວ້ໃນກົດລະບຽບຂອງພັກ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຄົບຖ້ວນ ແລະ ເຂັ້ມງວດ; ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ – ສັງຄົມ ໄດ້ຮັບການຈັດຕັ້ງປະຕິບັດຕາມລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາ ຢ່າງຖືກຕ້ອງ, ຄົບຖ້ວນ ແລະ ມີຜົນສັກສິດ.

3. ແກ້ໄຂບາງຂອດໃນກົງຈັກການຈັດຕັ້ງ ແລະ ແບບແຜນເຮັດວຽກຂອງຄະນະກວດກາພັກ-ອົງການກວດກາລັດແຕ່ລະຂັ້ນ ໂດຍສ້າງແບບແຜນຊີ້ນໍາຈາກການເຄື່ອນໄຫວກວດກາ ຕໍ່ເປົ້າໝາຍໃດໜຶ່ງຢ່າງຮັດກຸມຕໍ່ເນື່ອງ ໂດຍສົມທົບແໜ້ນແຕ່ຫົວທີລະຫວ່າງການເຄື່ອນໄຫວກວດກາ, ເກັບກໍາຂໍ້ມູນປົກກະຕິ ທີ່ນໍາໄປສູ່ການກໍາປະກົດການກະທໍາຜິດ, ການກວດກາການກະທໍາຜິດ ແລະ ການພິຈາລະນາຄວາມຮັບຜິດຊອບດ້ານການເມືອງ ແລະ ກົດໝາຍ ຈົນເຖິງການສືບສວນດໍາເນີນຄະດີຕໍ່ເປົ້າໝາຍທີ່ກະທໍາຜິດ ຊຶ່ງຈະເຮັດໃຫ້ການກວດກາ ແລະ ແກ້ໄຂຜົນການກວດກາດໍາເນີນຢ່າງຕໍ່ເນື່ອງ ແລະ ວອງໄວກວ່າເກົ່າ.

4. ກ່ຽວກັບການແກ້ໄຂບັນຫາພະນັກງານໃຫ້ອົງການກວດກາພັກ-ລັດແຕ່ລະຂັ້ນ ເອົາໃຈໃສ່ ເຊັ່ນ: ຄະນະພັກ, ອົງການກວດກາແຕ່ລະຂັ້ນຕ້ອງປະເມີນຄືນພະນັກງານທີ່ມີໃນປັດຈຸບັນ ໂດຍສະເພາະໃນດ້ານລະດັບ ແລະ ປະສົບການເຄື່ອນໄຫວດ້ານວິຊາສະເພາະ ເພື່ອວາງແຜນບໍາລຸງຍົກລະດັບຄືນໃໝ່ໃຫ້ເປັນລະບົບ, ຈາກນັ້ນ ພິຈາລະນາສັບຊ້ອນຄືນໃໝ່ໃຫ້ສົມເຫດສົມຜົນ; ດໍາເນີນການສ້າງແຜນກໍານົດພະນັກ ງານສືບທອດແຕ່ລະຕໍາແໜ່ງໃຫ້ຈະແຈ້ງ ຄຽງຄູ່ກັບການຈັດຕັ້ງບໍາລຸງກໍ່ສ້າງຢ່າງເປັນລະບົບ.

5. ເພີ່ມທະວີການກວດກາ ຕິດພັນກັບການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງຢ່າງແຂງແຮງ ແລະ ເລິກເຊິ່ງກວ່າເກົ່າ ໂດຍສະເພາະແມ່ນໃນຂະບວນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ.

ບັນຫານີ້, ແມ່ນໜ້າທີ່ອັນເຄັ່ງຮ້ອນຂອງວຽກງານກວດກາ ຊຶ່ງພັກເຮົາຖືວ່າການສໍ້ລາດບັງຫຼວງ ແມ່ນໄພຂົ່ມຂູ່ທີ່ອັນຕະລາຍໃຫຍ່ອັນໜຶ່ງສຳລັບການຄົງຕົວ ແລະ ການຂະຫຍາຍຕົວຂອງລະບອບໃໝ່, ບໍ່ພຽງແຕ່ເທົ່ານັ້ນ, ຍັງກໍ່ໃຫ້ເກີດມີຄວາມບໍ່ຍຸຕິທຳໃນສັງຄົມ, ສ້າງຄວາມບໍ່ພໍໃຈໃຫ້ແກ່ພະນັກງານ, ລັດຖະກອນ, ປະຊາຊົນຊັ້ນຄົນຕ່າງໆ ຕໍ່ລັດຖະບານ, ສ້າງຄວາມແຕກແຍກພາຍໃນ, ເຮັດໃຫ້ການເຄື່ອນໄຫວຂອງກົງຈັກພັກ – ລັດອ່ອນເພຍ ຂາດປະສິດທິພາບ ແລະ ເປັນອໍາມະພາດໃນທີ່ສຸດ ຊຶ່ງໃນໄລຍະນີ້, ໃຫ້ສຸມໃສ່ການກວດກາໃນຂະແໜງການທີ່ຮັບຜິດຊອບວຽການຄຸ້ມຄອງແຜນການ – ການເງິນ, ບັນດາຂອດຂັ້ນການຄຸ້ມຄອງ ແລະ ອະນຸຍາດຕ່າງໆ ໃຫ້ໄປຕາມກົນໄກທີ່ເຂັ້ມງວດ, ໂປ່ງໃສ ເພື່ອອັດການຮົ່ວໄຫຼຂອງງົບປະມານ ແລະ ປະຕິບັດວິໄນແຜນການ – ການເງິນ ຢ່າງເຄັ່ງຄັດ; ໄປພ້ອມກັນນັ້ນ, ກໍໃຫ້ລົງເລິກຕື່ມ ການກວດກາການປະຕິບັດວາລະແຫ່ງຊາດກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເພື່ອຕ້ານການລ່ວງລະເມີດສິດທິອັນຊອບທໍາຂອງພົນລະເມືອງ, ຕ້ານການສວຍໃຊ້ບັນຫາຢາເສບຕິດ ເພື່ອສ້າງຜົນປະໂຫຍດທີ່ບໍ່ຖືກຕ້ອງ ແລະ ຕ້ານການເປັນອາດຍາສິດ ຂອງເຈົ້າໜ້າທີ່ລັດ.

5 ບັນຫາສຳຄັນ ທ່ານຮອງປະທານປະເທດ ເນັ້ນໃຫ້ ຄະນະກວດກາສູນກາງພັກເອົາໃຈໃສ່ - 5 - 5 ບັນຫາສຳຄັນ ທ່ານຮອງປະທານປະເທດ ເນັ້ນໃຫ້ ຄະນະກວດກາສູນກາງພັກເອົາໃຈໃສ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!